• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສເສດຖະກິດສະວິດ - ຫວຽດນາມ ມີຄວາມເຊື່ອໝັ້ນຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ 14 ຂອງພັກ

ທ່ານ ນາງ Rachel Nguyen Isenschmid ປາດຖະໜາທີ່ສຸດຕໍ່ບັນດານະໂຍບາຍຊຸກຍູ້ການປຽນແປງໃໝ່ ຮູບແບບການເຕີບໂຕອີງໃສ່ວິທະຍາສາດ- ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ.

ໃນການສຳພາດທີ່ຜ່ານມາໃກ້ໆນີ້ ຕໍ່່ນັກຂ່າວຂອງ ສະວິດ ທ່ານ ນາງ Rachel Nguyen Isenschmid - ເລຂາທິການເວທີປາໄສເສດຖະກິດສະວິດ -  ຫວຽດນາມ (SVEF) ຢັ້ງຢືນວ່າ SVEF ຍາມໃດກໍ່່ມີຄວາມເຊື່ອໝັ້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກຄອມມູນິດຫວຽດນາມ, ຫວັງວ່າກອງປະຊຸມໃຫຍ່ຂອງພັກຈະຍົກອອກບັນດານະໂຍບາຍຊີ້ຂາດທີ່ລັກສະນະບຸກທະລຸ, ມີວິໄສທັດຍາວນານ ແລະ ຄວາມເປັນໄປໄດ້ສູງ, ແນໃສ່ຫັນຄວາມມຸ່ງຫວັງຂອງຫວຽດນາມ ເປັນປະເທດເຂັ້ມແຂງແຮງກ້າ ໃນປີ 2045 ໃຫ້ປະກົດເປັນຈິງ.

ທ່ານ ນາງ Rachel Nguyen Isenschmid ປາດຖະໜາທີ່ສຸດຕໍ່ບັນດານະໂຍບາຍຊຸກຍູ້ການປຽນແປງໃໝ່ ຮູບແບບການເຕີບໂຕອີງໃສ່ວິທະຍາສາດ- ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ສິ່ງນີ້ຮຽກຮ້ອງການປະຕິຮູບຢ່າງແຂງແຮງຂອງລະບອບລະບຽບການ, ສ້າງພື້ນທີ່ທົດລອງນະໂຍບາຍ, ສົ່ງເສີມການພັດທະນາຂອງພາກເອກະຊົນ, ສ້າງວິສາຫະກິດນໍາພາທີ່ມີຄວາມສາມາດມີກຳລັງແກ່ງແຍ້ງໃນພາກພື້ນ ແລະ ທົ່ວໂລກ.

ນອກຈາກນັ້ນ, ກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ ໄດ້ຮັບຄວາມຕັ້ງຫວັງວ່າຈະກຳນົດຍຸດທະສາດສຳລັບການພັດທະນາແບບຍືນຍົງ ແລະ ເພິ່ງຕົນເອງຢ່າງຈະແຈ້ງກວ່າ, ມີຄວາມຕິດພັນລະຫວ່າງການເຕີບໂຕທາງເສດຖະກິດກັບການປົກປັກຮັກສາສິ່ງແວດລ້ອມ, ການຫັນປ່ຽນພະລັງງານ, ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຮັບປະກັນຊີວິດສັງຄົມ.

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top