• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ໂຕເລີມ ພົບປະກັບປະທານາທິບໍດີ ຝລັ່ງ Emmanuel Macron

ຕອນເຊົ້າວັນທີ 26 ພຶດສະພາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການພົບປະກັບທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ທີ່ພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 25 – 27ພຶດສະພາ.
ທ່ານເລຂາທິການໃຫຍ່ ໂຕເລີມ ພົບປະກັບປະທານາທິບໍດີ ຝລັ່ງ Emmanuel Macron

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລີມ ເນັ້ນໜັກວ່າ: ຝລັ່ງ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານທຳອິດຂອງ ຫວຽດນາມ ໃນສະຫະພາບ ເອີລົບ (EU); ຢືນຢັນວ່າ ຫວຽດນາມ ໃຫ້ຄວາມສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍດ້ານກັບ ຝລັ່ງ. ສ່ວນທ່ານປະທານາທິບໍດີ Emmanuel Macron ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີທີ່ຕັ້ງບົດບາດ ສຳຄັນໃນ ນະໂຍບາຍຂອງ ຝະລັ່ງ ຢູ່ພາກພື້ນ ອິນເດຍ - ປາຊີຟິກ; ທ່ານຖືວ່ານີ້ແມ່ນການພົວພັນທີ່ມີລັກສະນະພິເສດ, ໂດຍຜ່ານຫຼາຍໄລຍະທີ່ແຕກຕ່າງກັນໃນປະຫວັດສາດແລະປັດຈຸບັນໄດ້ຮັບການກໍ່ສ້າງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈຢ່າງສູງແລະຄວາມເຄົາລົບເຊິ່ງກັນແລະກັນ.            ຮັບຮູ້ຂອບເຂດການພົວພັນຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ຫວຽດນາມ - ຝະລັ່ງ ແມ່ນຈຸດທີ່ສົດໃສ ໃນສະພາບການໂລກພວມພັດທະນາຢ່າງວ່ອງໄວ ແລະ ສັບສົນ, ການນຳ 2 ທ່ານເຫັນດີຈະສືບຕໍ່ ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືດ້ານການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມ ສະຫງົບ ໃນນັ້ນມີຄວາມປອດໄພທາງອິນເຕີເນັດ, ເສດຖະກິດ - ການຄ້າ - ການລົງທຶນ, ເສດຖະກິດທາງທະເລ, ການຮ່ວມມືພັດທະນາ ແລະ ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ໃນນັ້ນມີວັດທະນະທຳ, ການສຶກສາ ບຳລຸງສ້າງ ແລະ ຊຸກຍູ້ການລົງນາມໃນບັນດາ ຂໍ້ຕົກລົງໃນຫຼາຍຂົງເຂດ. 2 ຝ່າຍເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືໃນຂົງເຂດການຫັນປ່ຽນພະລັງງານ, ຝລັ່ງ ສະໜັບສະໜູນ ຫວຽດນາມ ໃນຂອບເຂດຄູ່ຮ່ວມມືຍຸດທະສາດຫັນປ່ຽນພະລັງງານຍຸດຕິທຳ (JETP), ເປີດກ້ວາງສູ່ການຮ່ວມມືດ້ານພະລັງງານນິວເຄຼຍ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ການນຳໃຊ້ນິວເຄຼຍໂດຍສັນຕິພາບຄືໃນຂົງເຂດການແພດ; ສູ້ຊົນໃຫ້ມີບັນດາໂຄງການຈຸດສຸມທີ່ເປັນສັນຍາລັກໃຫ້ແກ່ການຮ່ວມມືໃໝ່ລະຫວ່າງ 2 ປະເທດໃນສັງກາດ ພັດທະນາໃໝ່ຂອງຫວຽດນາມ.

     ການນຳ 2 ທ່ານກໍ່ເຫັນດີເພີ່ມທະວີການຮ່ວມມື ໃນບັນດາຂົງເຂດເຊິ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ, ໃນນັ້ນ ຝະລັ່ງ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການເຊັ່ນ: ພື້ນຖານ ໂຄງລ່າງຍຸດທະສາດ, ຄົມມະນາຄົມໃນຕົວເມືອງ ແລະ ທາງລົດໄຟ ເພື່ອຕອບສະໜອງບັນດາ ເປົ້າໝາຍໃນສັງກາດໃໝ່, ສັງກາດແຫ່ງການ ພັດທະນາ ແລະ ວັດທະນາຖາວອນຂອງ ຊາດຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ

ໃນຂອບເຂດການໄປປະຕິບັດງານ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມອະນາຄົດອາຊີ, ຕອນເຊົ້າວັນທີ 29 ພຶດສະພາ ຢູ່ ນະຄອນຫລວງໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິງຢູງ ໄດ້ມີການພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ Muto Yoji.

Top