• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ໂຕເລິມ: ກາລະໂອກາດນຳໃຊ້ເຕັກໂນໂລຊີ ບັອກເຊັນ ເພື່ອເພີ່ມສະມັດຕະພາບແຮງງານໃຫ້ຫວຽດນາມ

ບັນດາເຂດງານວາງສະແດງຖືກຈັດຂຶ້ນແບບມີຂອບຂະໜາດ, ວາງສະແດງ ບັນດາຜົນສຳເລັດອັນພົ້ນເດັ່ນຂອງປະເທດຊາດໂດຍພາຍໃຕ້ການນຳພາຂອງພັກ ແລະ ການບໍລິຫານຢ່າງຂ້ຽວຂາດ, ສ້າງສັນ ຂອງລັດຖະບານ ຢ່າງມີຊີວິດຊີວາ, ເປັນການພິສູດໃຫ້ເຫັນຢ່າງຊັດເຈນ ໃນໜຶ່ງສະໄໝການເຄື່ອນໄຫວ, ປ່ຽນແປງໃໝ່ ແລະ ພັດທະນາຢ່າງຮອບດ້ານ.
ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລິມ ພ້ອມກັບບັນດາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຢ້ຽມຊົມງານວາງສະແດງຮູບພາບ

ຕອນເຊົ້າ ວັນທີ 13 ຕຸລາ, ກ່ອນພິທີເປີດກອງປະຊຸມໃຫຍ່ຄະນະຜູ້ແທນອົງຄະນະພັກລັດຖະບານ ຄັ້ງທີ່ 1, ສະໄໝປີ 2025-2030 ຈັດຂຶ້ນຢູ່ ຫໍປະຊຸມແຫ່ງຊາດ ມີ້ດິ້ງ (ນະຄອນຫຼວງຮ່າໂນ້ຍ), ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລິມ ພ້ອມກັບບັນດາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ໄດ້ໄປຢ້ຽມຢາມ ງານວາງສະແດງຮູບພາບ ກ່ຽວກັບຜົນສຳເລັດ, ຜົນງານ ສະໄໝປີ 2021-2025 ຂອງບັນດາຄະນະພັກທີ່ຂຶ້ນກັບຄະນະພັກລັດຖະບານ; ງານວາງສະແດງຜົນສຳເລັດທາງດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອລ; ງານວາງສະແດງຜົນສຳເລັດການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ.

    ໃນຂອບເຂດກອງປະຊຸມໃຫຍ່, ບັນດາເຂດງານວາງສະແດງຖືກຈັດຂຶ້ນແບບມີຂອບຂະໜາດ, ວາງສະແດງ ບັນດາຜົນສຳເລັດອັນພົ້ນເດັ່ນຂອງປະເທດຊາດໂດຍພາຍໃຕ້ການນຳພາຂອງພັກ ແລະ ການບໍລິຫານຢ່າງຂ້ຽວຂາດ, ສ້າງສັນ ຂອງລັດຖະບານ ຢ່າງມີຊີວິດຊີວາ, ເປັນການພິສູດໃຫ້ເຫັນຢ່າງຊັດເຈນ ໃນໜຶ່ງສະໄໝການເຄື່ອນໄຫວ, ປ່ຽນແປງໃໝ່ ແລະ ພັດທະນາຢ່າງຮອບດ້ານ. ເມື່ອຢ້ຽມຊົມເຂດວາງສະແດງຕາໜ່າງການບໍລິການຫຼາຍຕ່ອງໂສ້ ບັອກເຊັນ ຫວຽດນາມ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່ານີ້ແມ່ນ ໂອກາດນຳໃຊ້ເຕັກໂນໂລຊີ ບັອກເຊັນ ເພື່ອເພີ່ມສະມັດຕະພາບແຮງງານໃຫ້ຫວຽດນາມ ແລະ ຊຸກຍູ້ການເພີ່ມທະວີແຫຼ່ງລາຍຮັບງົບປະມານ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top