• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ເພີ່​ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

2 ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ  2 ປະ​ເທດ ໄດ້​ໄປ​ຢ້ຽມ​ຢາມ​ຄ້າຍ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ ແທັງ​ຖຸຍ, ມອບ​ງົວ​ພັນ​ໃຫ້​ແກ່​ປະ​ຊາ​ຊົນ​ຕາ​ແສງ​ຊາຍ​ແດນ ກິມ​ບາງ, ແຂວງ ເງະ​ອານ; ພ້ອມ​ກັບ​ປະ​ຊາ​ຊົນ​ຕາ​ແສງ ກິມ​ບາງ​ເຂົ້າ​ຮ່ວມ​ການໂຍນ​ໝາກ​ຄອນ, ເປ​ຕັງ,  ເຕັ້ນ​ສາບ ເງະ​ອານ, ຟ້ອນ​ລຳ​ວົງ.
ບັນ​ດາ​ຜູ້​ແທນ​ຖ່າຍ​ຮູບ​ເປັນ​ທີ່​ລະ​ນຶກ (ພາບ:VNA)

ໂດຍ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ລາວ ຄັ້ງ​ທີ 3, ຕອນ​ເຊົ້າ​ວັນ​ທີ 10 ກໍ​ລະ​ກົດ, ຢູ່​ດ່ານ​ຊາຍ​ແດນ ແທັງ​ຖຸຍ, ແຂວງງ​ເງະ​ອານ, ທ່ານພົນ​ເອກ ຟານ​ວັນ​ຢາງ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານພົນ​ເອກ ຄຳ​ລຽງ​ ອຸ​ທະ​ໄກ​ສອນ, ກຳ​ມະ​ການ​ກົມ​ການ​ເມືອງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ ແລະ ຄະ​ນະ​ຜູ້​ແທນ​ລາວ ມາແຂວງ ເງະ​ອານ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ.

ທ່ານ​ພົນ​ເອກ ຟານ​ວັນ​ຢາງ ແລະ ​ທ່ານພົນ​ເອກ ຄຳ​ລຽງ​ ອຸ​ທະ​ໄກ​ສອນ ມອບ​ແນວ​ພັນ​ງົວ​ໃຫ້​ແກ່​ປະ​ຊາ​ຊົນ (ພາບ: VNA)

ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, 2 ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ 2 ປະ​ເທດ ໄດ້​ໄປ​ຢ້ຽມ​ຢາມ​ຄ້າຍ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ ແທັງ​ຖຸຍ, ມອບ​ງົວ​ພັນ​ໃຫ້​ແກ່​ປະ​ຊາ​ຊົນ​ຕາ​ແສງ​ຊາຍ​ແດນ ກິມ​ບາງ, ແຂວງ ເງະ​ອານ; ພ້ອມ​ກັບ​ປະ​ຊາ​ຊົນ​ຕາ​ແສງ ກິມ​ບາງ​ເຂົ້າ​ຮ່ວມ​ການໂຍນ​ໝາກ​ຄອນ, ເປ​ຕັງ, ເຕັ້ນ​ສາບ ເງະ​ອານ, ຟ້ອນ​ລຳ​ວົງ.

ການ​ນຳ​ສອງ​ທ່ານ​ເຕັ້ມ​ສາບ ເງະ​ອານ (ພາບ: VNA)

ພ້ອມ​ດຽວ​ກັນ​ນັ້ນ, ການ​ນຳ​ສອງ​ທ່ານ​ກໍ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະຫຼຸບ​ວຽກ​ງານ​ແຮກ​ສ່ຽວ​ກຸ່ມ​ຊຸມ​ຊົນ​ສອງ​ຟາກ​ຊາຍ​ແດນ ລະ​ຫວ່າງງ​ບ້ານ ຖຸຍ​ຟອງ, ຕາ​ແສງ ກິມ​ບາງ (ແຂວງ ເງະ​ອານ, ຫວຽດ​ນາມ) ແລະ ບ້ານ ສົບ​ແຕ່ງ, ຕາ​ແສງ ນ້ຳ​ອ່ອນ, ເມືອງ ໄຊ​ຈຳ​ພອນ (ແຂວງ ບໍ​ລິ​ຄຳ​ໄຊ), ລາວ.

ພິ​ທີ​ວາງ​ສີ​ລາ​ນຶກ​ໂຄງ​ການ​ກໍ່​ສ້າງ​ໂຮງ​ຮຽນ​ອະ​ນຸ​ບານ ແທັງ​ຮ່າ (ພາບ: ຫວຽດ​ລາມ)

ໜຶ່ງ​ໃນ​ບັນ​ດາ​ຈຸດ​ເດັ່ນ​ຂອງ​ລາຍ​ການ​ແມ່ນ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ​ໂຮງ​ຮຽນ​ອະ​ນຸບານ ແທັງ​ຮ່າ ຢູ່​ຕາ​ແສງ ກິມ​ບາງ. ທ່ານ​ພັນ​ເອກ ເຈິ່ນກວ​າງ​ຈູງ, ຫົວ​ໜ້າ​ການ​ເມືອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ເງະ​ອານ, ຕາງ​ໜ້າ​ເຈົ້າ​ຂອງ​ລົງ​ທຶນ, ໃຫ້​ຮູ້​ວ່າ:

“ກິ​ດ​ຈະ​ກຳ​ມີ​ເງິນ​ລົງ​ທຶນ​ທັງ​ໝົດ 30 ຕື້​ດົ່ງ​ ໂດຍ​ມີ​ຄົບ​ຄຸນ​ລັກ​ສະ​ນະ. ກິດ​ຈະ​ກຳ​ນີ້​ໄດ້​​ຜັນ​ຂະ​ຫຍາຍ​ກໍ່​ສ້າງ​ດ້ວຍ​ຄວາມ​ຄືບ​ໜ້າ​ສູງ​ສຸດ, ຮັບ​ປະ​ກັນ​ມາດ​ຕະ​ຖານ ແລະ ຄຸນ​ນະ​ພາບ​ລະ​ດັບ​ຊາດ ເມື່ອ​ກໍ່​ສ້າງ​ສຳ​ເລັດ​ແລ້ວຈະ​ໄດ້​ນຳ​ເຂົ້າ​ຮັບ​ໃຊ້​ເດັກ​ອະ​ນຸ​ຊົນ​ເຂດ​ຊາ​ຍ​ແດນ​ຕາ​ແສງ ກິມ​ບາງ, ແຂວງ ເງະ​ອານ ໂດຍ​ໄວ. ນອກ​ຈາກ​ນັ້ນ​ແລ້ວ, ກິດ​ຈະ​ກຳ​ນີ້ ກໍ​ແມ່ນ​ບ່ອນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຫຼົບ​ໄພ​ເມື່ອ​ເກີດ​ພາ​ຍຸ​ອີກ​ດ້ວຍ.”

(ແຫຼ໋ງຄັດຈາກ VOV)

ບັ້ນຮົບ 500 ວັນຄືນ ອັນສັກສິດ ເພື່ອພາລະກິດອັນຍິ່ງໃຫຍ່

ບັ້ນຮົບ 500 ວັນຄືນ ອັນສັກສິດ ເພື່ອພາລະກິດອັນຍິ່ງໃຫຍ່

ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ແຕ່ລະຊຸດ ທີ່ໄດ້ຮັບການຄົ້ນພົບ, ຕົວຕົນແຕ່ລະຄົນ ທີ່ໄດ້ຮັບການຢັ້ງຢືນ, ບັນດາດົນຂໍ້ມູນ ກ່ຽວກັບຜູ້ທີ່ໄດ້ລ່ວງລັບໄປແລ້ວ ໄດ້ຮັບການເຮັດໃຫ້ຈະແຈ້ງ ໃນ “ບັ້ນຮົບ 500 ວັນຄືນ” ບໍ່ພຽງແຕ່ແມ່ນຜົນງານ ຂອງ ຂະບວນການຊອກຫາ, ຢັ້ງຢືນ ເທົ່ານັ້ນ, ແຕ່ຫາກຍັງແມ່ນ ພາລະກິດອັນສັກສິດ, ແມ່ນມະໂນທຳ, ຄວາມມຸ່ງມາດປາດຖະໜາ ຂອງ ປະຊາຊົນ ຫວຽດນາມ ເພື່ອສະແດງຄວາມຮູ້ບຸນຄຸນ ບັນດານັກຮົບ ວິລະຊົນ ທີ່ເສຍສະຫຼະຊີວິດເພື່ອຊາດ, ບັນດານັກຮົບ ທີ່ໄດ້ເສຍສະຫຼະຊີວິດ ເພື່ອສັນຕິພາບ, ເອກະລາດ, ອິດສະຫຼະພາບ ຂອງ ປະເທດຊາດ.

Top