2 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ 2 ປະເທດ ໄດ້ໄປຢ້ຽມຢາມຄ້າຍທະຫານປ້ອງກັນຊາຍແດນ ແທັງຖຸຍ, ມອບງົວພັນໃຫ້ແກ່ປະຊາຊົນຕາແສງຊາຍແດນ ກິມບາງ, ແຂວງ ເງະອານ; ພ້ອມກັບປະຊາຊົນຕາແສງ ກິມບາງເຂົ້າຮ່ວມການໂຍນໝາກຄອນ, ເປຕັງ, ເຕັ້ນສາບ ເງະອານ, ຟ້ອນລຳວົງ.
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ (ພາບ:VNA)
ໂດຍສືບຕໍ່ບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3, ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ດ່ານຊາຍແດນ ແທັງຖຸຍ, ແຂວງງເງະອານ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງ ພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ຄະນະຜູ້ແທນລາວ ມາແຂວງ ເງະອານ ເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ ຫວຽດນາມ.
ທ່ານພົນເອກ ຟານວັນຢາງ ແລະ ທ່ານພົນເອກ ຄຳລຽງ ອຸທະໄກສອນ ມອບແນວພັນງົວໃຫ້ແກ່ປະຊາຊົນ (ພາບ: VNA)
ພາຍຫຼັງພິທີຕ້ອນຮັບ, 2 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ 2 ປະເທດ ໄດ້ໄປຢ້ຽມຢາມຄ້າຍທະຫານປ້ອງກັນຊາຍແດນ ແທັງຖຸຍ, ມອບງົວພັນໃຫ້ແກ່ປະຊາຊົນຕາແສງຊາຍແດນ ກິມບາງ, ແຂວງ ເງະອານ; ພ້ອມກັບປະຊາຊົນຕາແສງ ກິມບາງເຂົ້າຮ່ວມການໂຍນໝາກຄອນ, ເປຕັງ, ເຕັ້ນສາບ ເງະອານ, ຟ້ອນລຳວົງ.
ການນຳສອງທ່ານເຕັ້ມສາບ ເງະອານ (ພາບ: VNA)
ພ້ອມດຽວກັນນັ້ນ, ການນຳສອງທ່ານກໍໄດ້ເຂົ້າຮ່ວມພິທີສະຫຼຸບວຽກງານແຮກສ່ຽວກຸ່ມຊຸມຊົນສອງຟາກຊາຍແດນ ລະຫວ່າງງບ້ານ ຖຸຍຟອງ, ຕາແສງ ກິມບາງ (ແຂວງ ເງະອານ, ຫວຽດນາມ) ແລະ ບ້ານ ສົບແຕ່ງ, ຕາແສງ ນ້ຳອ່ອນ, ເມືອງ ໄຊຈຳພອນ (ແຂວງ ບໍລິຄຳໄຊ), ລາວ.
ພິທີວາງສີລານຶກໂຄງການກໍ່ສ້າງໂຮງຮຽນອະນຸບານ ແທັງຮ່າ (ພາບ: ຫວຽດລາມ)
ໜຶ່ງໃນບັນດາຈຸດເດັ່ນຂອງລາຍການແມ່ນພິທີເລີ່ມລົງມືກໍ່ສ້າງໂຮງຮຽນອະນຸບານ ແທັງຮ່າ ຢູ່ຕາແສງ ກິມບາງ. ທ່ານພັນເອກ ເຈິ່ນກວາງຈູງ, ຫົວໜ້າການເມືອງທະຫານປ້ອງກັນຊາຍແດນແຂວງ ເງະອານ, ຕາງໜ້າເຈົ້າຂອງລົງທຶນ, ໃຫ້ຮູ້ວ່າ:
“ກິດຈະກຳມີເງິນລົງທຶນທັງໝົດ 30 ຕື້ດົ່ງ ໂດຍມີຄົບຄຸນລັກສະນະ. ກິດຈະກຳນີ້ໄດ້ຜັນຂະຫຍາຍກໍ່ສ້າງດ້ວຍຄວາມຄືບໜ້າສູງສຸດ, ຮັບປະກັນມາດຕະຖານ ແລະ ຄຸນນະພາບລະດັບຊາດ ເມື່ອກໍ່ສ້າງສຳເລັດແລ້ວຈະໄດ້ນຳເຂົ້າຮັບໃຊ້ເດັກອະນຸຊົນເຂດຊາຍແດນຕາແສງ ກິມບາງ, ແຂວງ ເງະອານ ໂດຍໄວ. ນອກຈາກນັ້ນແລ້ວ, ກິດຈະກຳນີ້ ກໍແມ່ນບ່ອນເພື່ອໃຫ້ປະຊາຊົນຫຼົບໄພເມື່ອເກີດພາຍຸອີກດ້ວຍ.”