World Cup 2026 ໄດ້ເລີ່ມຕົ້ນດ້ວຍການນຳໃຊ້ເຕັກໂນໂລຢີໃໝ່ຫຼາຍຢ່າງ, ພິເສດແມ່ນເຕັກໂນໂລຢີວັດຖຸດິບ ທີ່ໄດ້ນຳໃຊ້ໃນໝາກບາດ World Cup ທີ່ມີຊື່ວ່າ Trionda. ຄືກັນກັບບັນດາໝາກບາດຂອງ World Cup ຄັ້ງກ່ອນ, ເປືອກນອກຂອງໝາກບານ ເຮັດດ້ວຍ polyurethane ແລະ ບັນດາປ່ຽງນ້ອຍໄດ້ຕິດຕໍ່ກັນດ້ວຍເຕັກໂນໂລຢີຈອດຄວາມຮ້ອນ. ຈຸດພິເສດຂອງໝາກບານ ນີ້ແມ່ນມີພຽງ 4 ແຜ່ນຕິດຈອດກັນ, ໜ້ອຍກ່ວາໝາກບານ World Cup ໃນຊຸມປີກ່ອນໆ. ຕາມບັນດານັກຊ່ຽວຊານແລ້ວ, Trionda ແມ່ນໜຶ່ງໃນບັນດາໝາກບານນຳໃຊ້ເຕັກໂນໂລຢີສູງທີ່ສຸດທີ່ເຄີຍໄດ້ນຳໃຊ້ຢູ່ World Cup .ນີ້ແມ່ນການປະສານສົມທົບລະຫວ່າງອອການອອກແບບ Aerodynamics ໃໝ່, ວັດຖຸດິບກ້າວໜ້າ ແລະ ລະບົບ ແຊນເຊີ AI ເພື່ອແນໃສ່ນຳມາເຊິ່ງຄວາມຊັດເຈນສູງກວ່າໃຫ້ແກ່ນັດແຂ່ງຂັນ ແລະ ໜູນຊ່ວຍວຽກງານກຳມະການ.