• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ ແລະ ​ນະ​ຄອນຫຼວງ ວ​ຽງ​ຈັນ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ໃນ​ໄລ​ຍະ​ໃໝ່

ທ່ານ​ເຈິ່ນ​ດຶກ​ທັງ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ເນັ້ນ​ໜັກ​ວ່າ ຮ່າ​ໂນ້ຍ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກັບ ວຽງ​ຈັນ ໃນ​ການ​ສັບ​ຊ້ອນ​ກົງ​ຈັກ​, ສ້າງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ ສອງ​ຂັ້ນ, ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ.
  ການ​ພົບ​ປະ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: TTXVN)  

ຕອນ​ບ່າຍ​ວັ​ນ​ທີ 12 ພຶດ​ສະ​ພາ,ຢູ່​ສຳ​ນັກ​ງານ ​ຄະ​ນະ​ພັກ​ນະ​ຄອນຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ໄດ້​ເຈ​ລະ​ຈາ​ກັບຜູ້​ແທນ​ຂັ້ນ​ສູງ​ນະ​ຄອນຫຼວງ ວຽງ​ຈັນ (ປະ​ເທດ ສ​ປ​ປ.ລາວ) ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນທີ່​ການ​ເຈ​ລະ​ຈາ, ທ່ານ​ເຈິ່ນ​ດຶກ​ທັງ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ເນັ້ນ​ໜັກ​ວ່າ ຮ່າ​ໂນ້ຍ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກັບ ນະ​ຄອນຫຼວງວຽງ​ຈັນ ໃນ​ການ​ສັບ​ຊ້ອນ​ກົງ​ຈັກ​, ສ້າງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ ສອງ​ຂັ້ນ, ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ແລະ ຍົກ​ສູງ​ປະ​ສ​ິ​ດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຖັນ​ແຖວ​ພະ​ນັກ​ງານ. ຮ່າ​ໂນ້ຍ​ສະ​ໜັບ​ສະ​ໜູນ ເລື່ອງ​ສືບ​ຕໍ່​ຮັກ​ສາ ແລະ ເປີດກວ້າງ​ການ​ຮ່ວມ​ມື​ຂັ້ນຮາກ​ຖານ​ລະ​ຫວ່າງ​ສອງ​ນະ​ຄອນຫຼວງ ແລະ ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຢ່າງສູງ ຂອງ​ການ​ນຳ​ສອງ​ຝ່າຍ, ການ​ພົວ​ພັນ ຮ່າ​ໂນ້ຍ ວຽງ​ຈັນ ສືບ​ຕໍ່​ມີ​ການ​ພັດ​ທະ​ນາ​ຢ່າງ​ແທ້​ຈິງ, ຍືນ​ຍົງ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ອີກ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສ່ວນ​ທ່ານ ອາດສະພັງທອງ ສີ​ພັນ​ດອນ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນຫຼວງວຽງ​ຈັນ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນຫຼວງ ວຽງ​ຈັນ ໄດ້​ສະ​ເໜີ​ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ກາ​ນ່​ຮວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສ້າງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ຄຸ້ມ​ຄອງ​ຕົວ​ເມືອງ, ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ…

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ທ້າຍ​ອາ​ທິດ​ຜ່ານ​ມາ, ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ສະ​ມາ​ຄົມ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ແຫ່ງ​ຊາດ (NCA) ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ອຸດ​ສາ​ຫະ​ກຳ ໂອ​ຕາ​ລິດ (AIT) ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ຂໍ້​ມູນ ແລະ ປັນ​ຍາ​ປະ​ດິດ (AI).

Top