• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຣານ ບໍ່​ຍອມ​ຈຳ​ນົນ​ຢ່າງ​ເດັດ​ຂາດ; ນາບ​ຂູ່​ປິດ​ລ້ອມ​ທະ​ເລ​ແດງ​ຕື່ມ​ອີກ

ເຕ​ເຮ​ຣານ ກໍ​ນາບ​ຂູ່​ວ່າ ຈະ​ປິດ​ລ້ອມ​ເສັ້ນ​ທາງ​ຂົນ​ສົ່ງ​ຢູ່​ທະ​ເລແດງ (Red Sea) ຕື່ມ​ອີກ, ຖ້າ ວໍ​ຊິງ​ຕ​ັນ ບໍ່​ຍົກ​ເລີກ​ຄຳ​ສັ່ງ​ຈຳ​ກັດ​ບັນ​ດາ​ທ່າ​ກ່ຳ​ປັ່ນ ແລະ ເຂດ​ທະ​ເລ​ຂອງ ອີ​ຣານ.
  ກ່ຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ຢູ່​ອ່າວ ເປີ​ເຊຍ ໃນ​ວັນ​ທີ 14/4/2026 (ພາບ: AP)  

ໂດຍ​ສືບ​ຕໍ່​ວິ​ທີ​ການ​ສຳ​ຜັດ​ທີ່​ແຂງ​ກະ​ດ້າງ​ຕໍ່​ກັບ​ສົງ​ຄາມ ໂດຍ ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ ປຸກ​ລະ​ດົມ​ນັ້ນ, ວັນ​ທີ 15 ເມ​ສາ, ທ່ານ Masoud Pezeshkian ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ຖະ​ແຫຼງ​ວ່າ ປະ​ເທດ​ນີ້​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລ​ະ​ຈາ​ເພື່​ອ​ແກ້​ໄຂ​ການ​ປະ​ທະ​ກັນ, ແຕ່​ບໍ່​ຍອມ​ຈຳ​ນົນ​ຕໍ່​ມະ​ຫາ​ອຳ​ນາດ​ຢ່າງ​ເດັດ​ຂາດ. ເຕ​ເຮ​ຣານ ກໍ​ນາບ​ຂູ່​ວ່າ ຈະ​ປິດ​ລ້ອມ​ເສັ້ນ​ທາງ​ຂົນ​ສົ່ງ​ຢູ່​ທະ​ເລແດງ (Red Sea) ຕື່ມ​ອີກ, ຖ້າ ວໍ​ຊິງ​ຕ​ັນ ບໍ່​ຍົກ​ເລີກ​ຄຳ​ສັ່ງ​ຈຳ​ກັດ​ບັນ​ດາ​ທ່າ​ກ່ຳ​ປັ່ນ ແລະ ເຂດ​ທະ​ເລ​ຂອງ ອີ​ຣານ.

ຖະ​ແຫຼງ​ການ​​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ການ​ລົງ​ສຳຫຼວດກວດ​ກາ​ບາງ​ບໍ​ລິ​ເວນ​ຢູ່​ນະ​ຄອນຫຼວງ ເຕ​ເຮ​ຣານ ທີ່​ຖືກກອງ​ທັບ​ອາ​ກາດ ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ ມ້າງ​ເພ​ທຳ​ລາຍ​ໃນ​ໄລ​ຍະ​ປະ​ທະ​ກັນ. ທ່ານ Masoud Pezeshkian ເນັ້ນ​ໜັກ​ວ່າ ບໍ່​ມີ​ກຳ​ລັງ​ໃດ​ສາ​ມາດ​ເກ້ຍ​ກ່ອມ ແລະ ເຮັດ​ໃຫ້ ອີ​ຣານ ຕ້ອງຍອມ​ຈຳ​ນົນ.

ພ້ອມ​ກັບ​ການ​ຕຳ​ໜິ​ຕິ​ຕຽນ​ບັນ​ດາມ​າດ​ຕ​ະ​ຖານ​ຄວບ​ຄູ່​ໃນ​ລະ​ບົບ​ສາ​ກົນ​ຢ່າງ​ເຄັ່ງ​ຄັດ ແລະ ກ່າວ​ປະ​ນາມ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຕ້ານ​ຄືນ​ບັນ​ດາ​ປະ​ເທດ​ທີ່​ມີ​ອະ​ທິ​ປະ​ໄຕ​ຢ່າງ​ແຮງ​ນັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Masoud Pezeshkian ຊີ້​ແຈ້ງວ່າ ອີ​ຣານ ບໍ່​ຊອກ​ຫາ​ສົງ​ຄາມ ຫຼື ກໍ່​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ. ອີ​ຣານ ເຊີດ​ຊູ​ການ​ເຈ​ລະ​ຈາ ແລະ ຢາກ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ດ້ວຍ​ຈິດ​ໃຈ​ສ້າງ​ສັນ. ທຸກ​ກົນ​ອຸ​ບາຍ​ຫວັງ​ຈັດ​ວາງ, ນາບ​ຂ​ູ່ ແລະ ກໍ່​ກຳ​ລັງ​ກົດ​ດັນ​ນັ້ນ ຈະ​ບໍ່​ໄດ້​ຮັບ​ການ​ຮັບ​ຮອງ ແລະ ແນ່ນອນ​ວ່າ​ຈະ​ຖືກ​ປະ​ລາ​ໄຊ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ຝ່າຍ​ຊື້​ນ້ຳ​ມັນ​ຈາກ ອີ​ຣານ

ອາ​ເມ​ລິ​ກາ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ຝ່າຍ​ຊື້​ນ້ຳ​ມັນ​ຈາກ ອີ​ຣານ

ວັນ​ທີ 15 ເມ​ສາ, ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ໄດ້​ກ່າວ​ເຕືອນ​ຈະ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ຕໍ່​ບັນ​ດາ​ປະ​ເທດ​ທີ່​ສືບ​ຕໍ່​ຊື້​ນ້ຳ​ມັນ​ຈາກ ອີ​ຣານ, ໃນ​ສະ​ພາບ​ການ ວໍ​ຊິງ​ຕັນ ຜັນ​ຂະ​ຫຍາຍ​ການ​ປິດ​ລ້ອມ​ການ​ເດີນ​ເຮືອ​ເລັ່ງ​ໃສ່ ເຕ​ເຮ​ຣານ.

Top