ເຕເຮຣານ ກໍນາບຂູ່ວ່າ ຈະປິດລ້ອມເສັ້ນທາງຂົນສົ່ງຢູ່ທະເລແດງ (Red Sea) ຕື່ມອີກ, ຖ້າ ວໍຊິງຕັນ ບໍ່ຍົກເລີກຄຳສັ່ງຈຳກັດບັນດາທ່າກ່ຳປັ່ນ ແລະ ເຂດທະເລຂອງ ອີຣານ.
ກ່ຳປັ່ນຂົນສົ່ງສິນຄ້າຢູ່ອ່າວ ເປີເຊຍ ໃນວັນທີ 14/4/2026 (ພາບ: AP)
ໂດຍສືບຕໍ່ວິທີການສຳຜັດທີ່ແຂງກະດ້າງຕໍ່ກັບສົງຄາມ ໂດຍ ອາເມລິກາ ແລະ ອິດສະຣາແອັນ ປຸກລະດົມນັ້ນ, ວັນທີ 15 ເມສາ, ທ່ານ Masoud Pezeshkian ປະທານາທິບໍດີ ອີຣານ ຖະແຫຼງວ່າ ປະເທດນີ້ພ້ອມແລ້ວທີ່ຈະເຈລະຈາເພື່ອແກ້ໄຂການປະທະກັນ, ແຕ່ບໍ່ຍອມຈຳນົນຕໍ່ມະຫາອຳນາດຢ່າງເດັດຂາດ. ເຕເຮຣານ ກໍນາບຂູ່ວ່າ ຈະປິດລ້ອມເສັ້ນທາງຂົນສົ່ງຢູ່ທະເລແດງ (Red Sea) ຕື່ມອີກ, ຖ້າ ວໍຊິງຕັນ ບໍ່ຍົກເລີກຄຳສັ່ງຈຳກັດບັນດາທ່າກ່ຳປັ່ນ ແລະ ເຂດທະເລຂອງ ອີຣານ.
ຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນການລົງສຳຫຼວດກວດກາບາງບໍລິເວນຢູ່ນະຄອນຫຼວງ ເຕເຮຣານ ທີ່ຖືກກອງທັບອາກາດ ອາເມລິກາ ແລະ ອິດສະຣາແອັນ ມ້າງເພທຳລາຍໃນໄລຍະປະທະກັນ. ທ່ານ Masoud Pezeshkian ເນັ້ນໜັກວ່າ ບໍ່ມີກຳລັງໃດສາມາດເກ້ຍກ່ອມ ແລະ ເຮັດໃຫ້ ອີຣານ ຕ້ອງຍອມຈຳນົນ.
ພ້ອມກັບການຕຳໜິຕິຕຽນບັນດາມາດຕະຖານຄວບຄູ່ໃນລະບົບສາກົນຢ່າງເຄັ່ງຄັດ ແລະ ກ່າວປະນາມການເຄື່ອນໄຫວການທະຫານຕ້ານຄືນບັນດາປະເທດທີ່ມີອະທິປະໄຕຢ່າງແຮງນັ້ນ, ທ່ານປະທານາທິບໍດີ Masoud Pezeshkian ຊີ້ແຈ້ງວ່າ ອີຣານ ບໍ່ຊອກຫາສົງຄາມ ຫຼື ກໍ່ຄວາມຂາດສະຖຽນລະພາບ. ອີຣານ ເຊີດຊູການເຈລະຈາ ແລະ ຢາກພົວພັນກັບບັນດາປະເທດດ້ວຍຈິດໃຈສ້າງສັນ. ທຸກກົນອຸບາຍຫວັງຈັດວາງ, ນາບຂູ່ ແລະ ກໍ່ກຳລັງກົດດັນນັ້ນ ຈະບໍ່ໄດ້ຮັບການຮັບຮອງ ແລະ ແນ່ນອນວ່າຈະຖືກປະລາໄຊ.