ຕາມເລື່ອງເລົ່າສືບທອດກັນມາວ່າ ອາຊີບນີ້ມີຂຶ້ນຕັ້ງແຕ່ ສະ ຕະວັດທີ 17 ໂດຍທ່ານ ຫງວຽນກຸ໋ຍຈີ້ (ຊາວບ້ານ ກຽວກິ) ເປັນຜູ້ລິເລີ່ມ ແລະ ຖ່າຍຖອດ ໃຫ້ຊາວບ້ານ. ເພື່ອຈາລຶກ ຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ຕົກທອດອາຊີບ ແກ່ຕົນ, ປະ ຊາຊົນ ໝູ່ບ້ານ ກຽວກິ ໄດ້ເຊີດຊູ ເພິ່ນເປັນ ບັນພະບຸລຸດ ຂອງ ອາຊີບ ແລະ ສ້າງຫໍບູຊາ ເພື່ອບູຊາ ເຊັ່ນໄຫວ້.
ເມື່ອໄປຢາມໝູ່ບ້ານ ກຽວກິ, ແຕ່ໄກ ພວກເຮົາ ຈະໄດ້ຍິນ ສຽງທັບ ຕີຄຳ ເນືອງນັນຢ່າງ ບ່ໍຂາດສາຍ. ຕາມການ ແນະນໍາ ຂອງ ຊາວບ້ານ, ພວກຂ້າພະເຈົ້າ ໄດ້ໄປ ຫາຄອບຄົວ ຂອງ ນາຍຊ່າງ ເລວັນວ່ອງ ຊຶ່ງເພິ່ນໄດ້ສືບທອດ ອາຊີບ ການຕີຄໍາ ນີ້ ເປັນລຸ້ນທີ 9 ແລ້ວ. ເຖິງຈະຢູ່ໃນໄວ ອາຍຸ 60 ກວ່າແລ້ວ, ແຕ່ນາຍຊ່າງ ເລວັນວ່ອງ ຍັງສາມາດສືບສານ ແລະ ພັດທະນາອາຊີບ ຕີຄໍາ ທີ່ ເປັນມູນເຊື້ອ ນີ້ໄດ້.

ໂຮງງານ ຕີຄໍາປີວ ຂອງ ນາຍຊ່າງ ເລວັນວ່ອງ ຢູ່ຕາແສງ ກຽວກິ, ເມືອງ ຢາເລີມ, ຮ່າໂນ້ຍ.

ທຸກຄົນໃນຄອບຄົວຕ່າງກໍເຂົ້າຮ່ວມການຜະລິດ.

ຂອດຈັດວາງ ແຕ່ລະແຜ່ນຄຳ ກັບແຜ່ນຄຳປິວ ຕ້ອງ ມີຄວາມພິຖີພິຖັນທີສຸດ ເພື່ອບໍ່ໃຫ້ແຜ່ນຄຳຖືກຂາດ ຫຼື ຕິດເຂົ້າມື.

ຈັດຫໍ່ ແຜ່ນຄໍາປີວ ທີ່ໄດ້ສໍາເລັດຮູບ.

ແລ້ວແຕ່ວັດຖຸພັນທີ່ຈະຟອກຄໍາ, ນາຍຊ່າງ ບ້ານ ກຽວກິ ຈະ ຊອກຫາກາວຕິດ ທີ່ເໝາະສົມເພື່ອໃຫ້ມີລະດັບ ຄວາມຕິດແໜ້ນສູງ.

ຂັ້ນຕອນການຕິດແຜ່ນຄໍາປີວ ໃສ່ຜະລິດຕະພັນ.
ຫຼັງຈາກຕິດແຜ່ນຄຳປິວເຂົ້າຜະລິດຕະພັນ ຈະຕ້ອງລໍຖ້າອີກສອງສາມນາທີເພື່ອໃຫ້ມີຄວາມຕິດແໜ້ນສູງ.
|
ບັນດາ ເງິນ, ຄໍາ ຖືກຕີ ໃຫ້ເປັນແຜ່ນບາງໆ (ຄຳປີວ) ກວ້າງ ປະມານ 1 ຊັງຕີແມັດ, ຕັດເປັນຮູບສີ່ແຈ 1 ຊັງຕີແມັດ ແລ້ວ ວາງ ໃສ່ເຈ້ຍ “ຢົ໋ງ”. ນີ້ແມ່ນປະເພດເຈ້ຍສາ ທີ່ໄດ້ ທານໍ້າມຶກ ເຮັດເອງ ຫຼາຍເທື່ອ ປົນກັບກາວໜັງຄວາຍ ສ້າງໃຫ້ ມີການ
ຫັຼງຈາກນັ້ນ, ຄໍາປີວ ຈະຖືກມັດເປັນຕັບ, ຕັບໜຶ່ງ 49 ແຜ່ນ ແລະ ນຳໄປທຸບໃຫ້ມຸ່ນ. ກ່ອນຈະທຸບໃຫ້ມຸ່ນ, ບັນດາມັດ ແຜ່ນ ຄຳປີວ ຈະຖືກຫໍ່ດ້ວຍແພໜາ ປ້ອງກັນບໍ່ໃຫ້ເຈ້ຍຂາດ.
ຄ້ອນຕີ ຈະເຮັດດ້ວຍໄມ້ເນື້ອແຂງ, ສ່ວນຫົວຈະເຮັດດ້ວຍ ເຫຼັກ ໜັກປະມານ 5 ກິໂລກຣາມ ແລະ ມັດ ຄຳປີວ ຈະຖືກ ວາງເທິງຫີນໜ້າພຽງ. ເມື່ອທຸບ ຊ່າງຈະໃຊ້ແຈ ຂອງ ຄ້ອນຕີ ເພື່ອທຸບ ທັງນີ້ ເພື່ອໃຫ້ຄຳປີວ ກະຈາຍຕິດທົ່ວ. ນາຍຊ່າງຜູ້ ຊໍານານ ສາມາດ ທັງຕີ ທັງສົນທະນາກັນ.
ພາຍຫຼັງ ທຸບແລ້ວໆ ແຜ່ນຄຳປີວ ຈະນຳອອກມາ ແລ້ວຕັດ ເປັນ 16 ແຜ່ນ ສະເໝີກັນ. ຈາກນັ້ນເອົາຊ້ອນໃສ່ກັນ ແລ້ວ ເອົາໄປທຸບຕໍ່ ຈົນໃຫ້ມັນບາງເທົ່າທີ່ຈະບາງໄດ້.
ນີ້ແມ່ນຂອດທຸບສຸດທ້າຍ ເພື່ອໃຫ້ໄດ້ແຜ່ນຄຳປີວ ທ່ີສົມບູນ ແບບ. ຂອດນີ້ ຈະຕ້ອງແມ່ນນາຍຊ່າງທ່ີມີສີມືສູງ ເພື່ອເຮັດ ໃຫ້ຄຳປີວ ກະຈາຍສະເໝີກັນທົ່ວທຸກມູມ ແລະ ບາງສຸດໆ ແຕ່ບໍ່ລື່ນກາຍອອກມາຈາກກະດາດຮູບສີ່ລ່ຽມ.
ຂອດສຸດທ້າຍແມ່ນຕິດຄຳປີວ. ຂັ້ນຕອນນີ້ຈະຕ້ອງເຮັດໃນ ຫ້ອງ ບໍ່ມີລົມຫຼື ຫ້ອງອັດແຈບ, ຖ້າມີລົມຈະພັດເອົາຄຳປີວ ໄປ. ບັນດາແຜ່ນຄຳປີວ ຈະຖືກຕິດແປະໃສ່ກັບຜະລິດຕະພັນ ຈົນທົ່ວ.
ຫຼັງຈາກຕິດ ຄຳປີວ ໃຫ້ທົ່ວຜະລິດຕະພັນແລ້ວ, ນາຍຊ່າງຈະ ໃຊ້ ຟອຍຂົນໄກ່ ຜັດໃຫ້ເຫຼື້ອມ ແລະ ຕິດດີ. ຝຸ່ນຄໍາ ກໍຈະຕິດ ໃສ່ຜະລິດຕະພັນນັ້ນແໜ້ນຕື່ມ.
ຜ່ານງານຕ່າງໆ ຈໍານວນ 20 ຂອດ, ນາຍ ຊ່າງໝູ່ ບ້ານ ກຽວກິ (ຮ່າໂນ້ຍ)ໄດ້ເຮັດໃຫ້ຮູບປັ້ນ, ປ້າຍໂຕໜັງສື ຫຼື ຄໍາກອນ… ກັບກາຍເປັນສີເຫຼືອງເຫຼື້ອມ, ລະຍິບລະຍັບ.