ຕອນບ່າຍວັນທີ 17 ກໍລະກົດ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ George Gerapetritis ລັດຖະມົນຕີການຕ່າງປະເທດ ເກຼັກ ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 17 – 19 ກໍລະກົດ.
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບທ່ານ George Gerapetritis ລັດຖະມົນຕີການຕ່າງປະເທດ ເກຼັກ (ພາບ: VNA)
ໃນການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢັ້ງຢືນວ່າ ຫວຽດນາ ແລະ ເກຼັກ ຍັງມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ; ສະເໜີໃຫ້ 2 ຝ່າຍເສີມຂະຫຍາຍບັນດາກົນໄກຮ່ວມມືພວມມີຢ່າງມີປະສິດທິຜົນ ແລະ ຍູ້ແຮງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ຂຸດຄົ້ນສົນທິສັນຍາ EVFTA ຢ່າງມີປະສິດທິຜົນ. ພ້ອມດຽວກັນນັ້ນ, ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ເປີດກວ້າງການຮ່ວມມືໃນບັນດາຂົງເຂດ: ເສດຖະກິດທ່າກ່ຳປັ່ນທະເລ, ການຂົນສົ່ງທາງທະເລ, logistics, ການຕໍ່ກ່ຳປັ່ນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດການເດີນເຮືອ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ເກຼັກ ສືບຕໍ່ມີສຽງເວົ້າຕັ້ງໜ້າ, ຊຸກຍູ້ບັນດາປະເທດ, ສະມາຊິກສະຫະພາບເອີຣົບ (EU) ທີ່ຍັງເຫຼືອ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ, ພ້ອມທັງສະໜັບສະໜູນຄະນະກຳມະການເອີຣົບ ຍົກເລີກບັດເຫຼືອງ IUU ສຳລັບສິນທະເລ ຫວຽດນາມ ໂດຍໄວ.
ໂດຍເຫັນດີຕໍ່ບັນດາຄຳເຫັນຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ, ທ່ານລັດຖະມົນຕີການຕ່າງປະເທດ ເກຼັກ George Gerapetritis ແຈ້ງໃຫ້ຊາບວ່າ ຈະສົ່ງວິສາຫະກິດ ມາ ຫວຽດນາມ ຊອກຫາໂອກາດຮ່ວມມືລົງທຶນ, ພ້ອມທັງຢັ້ງຢືນວ່າ ເກຼັກ ສະໜັບສະໜູນ EU ນຳ ຫວຽດນາມ ອອກຈາກບັນຊີລາຍຊື່ບັນດາເຂດຕັດສິນທີ່ບໍ່ໃຫ້ການຮ່ວມມືກ່ຽວກັບພາສີໂດຍໄວ.
(ແຫຼ່ງຄັດຈາກ VOV)