ການນຳສອງທ່ານໄດ້ສະແດງຄວາມດີໃຈເມື່ອເຫັນໄດ້ວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ ນັບມື້ນັບໄດ້ຮັບການປັບປຸງ, ຮັກສາຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ແທດຈິງ.
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ລາວ
ຕອນບ່າຍວັນທີ 18 ກັນຍາ, ຢູ່ນະຄອນຫຼວງ Kuala Lumpur, ມາເລເຊຍ ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 46, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ລາວ.
ການນຳສອງທ່ານໄດ້ສະແດງຄວາມດີໃຈເມື່ອເຫັນໄດ້ວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ ນັບມື້ນັບໄດ້ຮັບການປັບປຸງ, ຮັກສາຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ແທດຈິງ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ຈຸດສຸມໃນການຮ່ວມມືຈຳນວນໜຶ່ງໃນໄລຍະຈະມາເຖິງ, ໃນນັ້ນ ສືບຕໍ່ນຳການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ຮ່ວມມືໃນບັນດາບັນຫາຍຸດທະສາດ, ເພີ່ມທະວີການເຊື່ອມຕໍ່ເສດຖະກິດ, ການຮ່ວມມືໃນບັນດາຂົງເຂດກການຄ້າ, ພະລັງງານ, logistics.
ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຂໍ້ມູນ, ແບ່ງປັນບົດຮຽນປະສົບການ ກ່ຽວກັບບັນດາບັນຫາໃໝ່ໃນວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງ, ປັບປຸງກົງຈັກໃຫ້ກະທັດລັດ, ໃນນັ້ນ ມີກົງຈັກຂອງສະພາແຫ່ງຊາດ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ, ເປັນຕົ້ນແມ່ນໃນຂອບເຂດສະຫະປະຊາຊາດ ແລະ ອາຊຽນ.
(ແຫຼ່ງຄັດຈາກ VOV)