• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ປາ​ນາ​ມາ ​ເປີດກວ້າງ​ການ​ຮ່ວມ​ມືດ້ານການ​ຂົນ​ສົ່ງ, ພະ​ລາ​ທິ​ການ​ທ່າ​ກຳ​ປັ່ນ

ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຂຸດ​ຄົ້​ນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນການ​ຮ່ວມ​ມືຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ຂົງ​ເຂດຄື: ການ​ຄ້າ, ກ​ະ​ສິ​ກຳ, ການ​ເດີນ​ເຮືອ, ການ​ບິນ, ພະ​ລາ​ທິ​ການ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ພັດ​ທະ​ນາ​ຕາມ​ທິດ​ທີ່ນັບ​ມື້​ນັບ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ.
ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດນາມ ແລະ ທ່ານ José Raúl Mulino ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ (ພາບ: VNA)

ຕອນ​ບ່າຍ​ວັນ​ທີ 6 ຕຸ​ລາ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ​ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ (5 – 8/10) ຂອງ​ທ່ານ José Raúl Mulino ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດນາມ, ການ​ນຳ​ສອງ​ທ່ານ​ໄດ້​ດຳ​ເນີນ​ກາ​ນ​ໂອ້ລົມເຈ​ລະ​ຈາ.

ທີ່​ການ​ໂອ້ລົມເຈ​ລະ​ຈາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ ດ້ວຍ​ພື້ນ​ຖານ​ເສດ​ຖະ​ກິດທີ່ຂະຫຍັນຂັນເຂື່ອນ, ເປັນກຳ​ມະ​ສິດ​ຄອງ​ເໝືອງ ປາ​ນາ​ມາ, ສູນ​ເຊື່ອມ​ຕໍ່​ການ​ເດີນ​ເຮືອ, ການ​ບິນ, ພະລາ​ທິ​ການ ແລະ ການ​ເງິນ​ລະ​ດັບ​ພາກ​ພື້ນ, ປາ​ນາ​ມາ ​ອາດ​ສາ​ມາດ​ພ້ອມ​ກັບ ຫວຽດ​ນາມ ສວມ​ບົດ​ບາດ​ເປັນ​ປະ​ຕູ​ການ​ຄ້າ ແລະ ພະລາ​ທິ​ການ​ລະ​ຫວ່າງ​ສອງ​ພ​າກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ອາ​ເມ​ລິກາ ​ລາ​ຕິນ. ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ເຊື່ອ​ໝັ້ນ​ວ່າ​ ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຂຸດ​ຄົ້​ນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນການ​ຮ່ວມ​ມືຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ຂົງ​ເຂດຄື: ການ​ຄ້າ, ກ​ະ​ສິ​ກຳ, ການ​ເດີນ​ເຮືອ, ການ​ບິນ, ພະ​ລາ​ທິ​ການ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ພັດ​ທະ​ນາ​ຕາມ​ທິດ​ທີ່ນັບ​ມື້​ນັບ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ.

ສ່ວນ​ທ່ານ​ José Raúl Mulino ປະ​ທາ​ນາ​ທິ​ບໍ​ດີ ປາ​ນາ​ມາ ກໍ່ສະແດງຄວາມ​ຂອບ​ໃຈ ຫວຽດ​ນາມ ທີ່ເປັນ​ປະ​ເທດ​ທຳ​ອິດ​ລົງ​ນາມ​ອະ​ນຸ​ສັນ​ຍາ ກ່ຽວ​ກັບ​ການ​ເປັນ​ກາງຖາວອນ ຄອງ​ເໝືອງ​ Panama (1979), ທ່ານຢັ້ງ​ຢືນວ່າ ປາ​ນາ​ມາ ຖື​ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ແລະ ພ້ອມ​ທີ່​ຈະ​ເປັນ​ປະ​ຕູ​ເຂົ້າ​ອອກ​ເພື່ອ​ເຊື່ອມ​ຕໍ່ ຫວຽນາ​ມ​ ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພາກ​ພື້ນ ອາ​ເມ​ລິ​ກາ ​ລາ​ຕິນ.

ໃນ​ຂອ​ບ​ເຂດ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ, ຕອນ​ຄ່ຳ​ວັນ​ທີ 6 ຕຸ​ລາ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ກັບ​ພັນ​ລະ​ຍາ​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ງານ​ລ້ຽງ​ຕ້ອນຮັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ພັນ​ລະ​ຍາ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ຢູ່​ລະ​ດັບ​ຍຸດ​ທະ​ສາດ, ການ​ຢ້ຽມ​ຢາມໄດ້​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ຫັນ​ເປັນ​ລະ​ອຽດ ແລະ ນຳ​ເນື້ອ​ໃນຫຸ້ນ​ສ່ວນ​ຍຸດ​ທ​ະ​ສາດ ກາຍ​ເປັນ​ການ​ກຳ​ນົດ​ທິດ​ລຸ​ລ່ວງ​ໃນ​ການ​ການ​ພົວ​ພັນ ຫວຽດ​ນາມ - ລາວ.

Top