ສອງປະເທດຈະສືບຕໍ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນການຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດຄື: ການຄ້າ, ກະສິກຳ, ການເດີນເຮືອ, ການບິນ, ພະລາທິການ, ການຫັນເປັນດີຈີຕອນ, ຊຸກຍູ້ການພົວພັນສອງຝ່າຍພັດທະນາຕາມທິດທີ່ນັບມື້ນັບແທ້ຈິງ, ມີປະສິດທິຜົນ ແລະ ຍືນຍົງ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ José Raúl Mulino ປະທານາທິບໍດີ ສ.ປານາມາ (ພາບ: VNA)
ຕອນບ່າຍວັນທີ 6 ຕຸລາ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (5 – 8/10) ຂອງທ່ານ José Raúl Mulino ປະທານາທິບໍດີ ສ.ປານາມາ ຕາມຄຳເຊື້ອເຊີນຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ການນຳສອງທ່ານໄດ້ດຳເນີນການໂອ້ລົມເຈລະຈາ.
ທີ່ການໂອ້ລົມເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ດ້ວຍພື້ນຖານເສດຖະກິດທີ່ຂະຫຍັນຂັນເຂື່ອນ, ເປັນກຳມະສິດຄອງເໝືອງ ປານາມາ, ສູນເຊື່ອມຕໍ່ການເດີນເຮືອ, ການບິນ, ພະລາທິການ ແລະ ການເງິນລະດັບພາກພື້ນ, ປານາມາ ອາດສາມາດພ້ອມກັບ ຫວຽດນາມ ສວມບົດບາດເປັນປະຕູການຄ້າ ແລະ ພະລາທິການລະຫວ່າງສອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາ ລາຕິນ. ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເຊື່ອໝັ້ນວ່າ ສອງປະເທດຈະສືບຕໍ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນການຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດຄື: ການຄ້າ, ກະສິກຳ, ການເດີນເຮືອ, ການບິນ, ພະລາທິການ, ການຫັນເປັນດີຈີຕອນ, ຊຸກຍູ້ການພົວພັນສອງຝ່າຍພັດທະນາຕາມທິດທີ່ນັບມື້ນັບແທ້ຈິງ, ມີປະສິດທິຜົນ ແລະ ຍືນຍົງ.
ສ່ວນທ່ານ José Raúl Mulino ປະທານາທິບໍດີ ປານາມາ ກໍ່ສະແດງຄວາມຂອບໃຈ ຫວຽດນາມ ທີ່ເປັນປະເທດທຳອິດລົງນາມອະນຸສັນຍາ ກ່ຽວກັບການເປັນກາງຖາວອນ ຄອງເໝືອງ Panama (1979), ທ່ານຢັ້ງຢືນວ່າ ປານາມາ ຖືຫວຽດນາມແມ່ນຄູ່ຮ່ວມມືບຸລິມະສິດແຖວໜ້າຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ພ້ອມທີ່ຈະເປັນປະຕູເຂົ້າອອກເພື່ອເຊື່ອມຕໍ່ ຫວຽນາມ ກັບບັນດາພື້ນຖານເສດຖະກິດພາກພື້ນ ອາເມລິກາ ລາຕິນ.
ໃນຂອບເຂດການຢ້ຽມຢາມ ຫວຽດນາມຢ່າງເປັນທາງການ, ຕອນຄ່ຳວັນທີ 6 ຕຸລາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບພັນລະຍາໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບ ທ່ານປະທານາທິບໍດີ ສ.ປານາມາ ພ້ອມກັບພັນລະຍາ.