ກ່າວຄຳເຫັນນະທີ່ນີ້, ທ່ານຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ສະເໜີວິສາຫະກິດ, ນັກທຸລະກິດນະຄອນຫຼວງ ຍົກສູງຄວາມສາມາດໃນການບໍລິຫານ, ຫັນການເຄື່ອນໄຫວເປັນໂປ່ງໄສ, ສ້າງຍຸດທະສາດພັດທະນາໄລຍະຍາວ, ປະສິດທິຜົນແຫ່ງການດຳເນີນທຸລະກິດຕ້ອງຕິດພັນ ກັບຄວາມຮັບຜິດຊອບຕໍ່ສັງຄົມ.
ມອບໃບຍ້ອງຍໍຂອງຄະນະກຳມະການປະຊາຊົນຮ່າໂນ້ຍໃຫ້ແກ່ສ່ວນບຸກຄົນ, ວິສາຫະກິດທີ່ເປັນແບບຢ່າງທີ່ດີ
ຕອນຄ່ຳວັນທີ 22 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເຊີດຊູນັກທຸລະກິດ - ວິສາຫະກິດທັງລອງປີ 2025. ນີ້ແມ່ນເຫດການປະຈຳປີ ຂອງນະຄອນຫຼວງ ເພື່ອແນໃສ່ຮັບຮູ້, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກທຸລະກິດ, ວິສາຫະກິດທີ່ມີການປະກອບສ່ວນຢ່າງດີເດັ່ນໃຫ້ແກ່ການພັດທະນາເສດຖະກິດ ສັງຄົມຂອງນະຄອນຫຼວງ ແລະ ປະເທດຊາດ.
ກ່າວຄຳເຫັນນະທີ່ນີ້, ທ່ານຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ສະເໜີວິສາຫະກິດ, ນັກທຸລະກິດນະຄອນຫຼວງ ຍົກສູງຄວາມສາມາດໃນການບໍລິຫານ, ຫັນການເຄື່ອນໄຫວເປັນໂປ່ງໄສ, ສ້າງຍຸດທະສາດພັດທະນາໄລຍະຍາວ, ປະສິດທິຜົນແຫ່ງການດຳເນີນທຸລະກິດຕ້ອງຕິດພັນ ກັບຄວາມຮັບຜິດຊອບຕໍ່ສັງຄົມ, ກຳນົດວິທະຍາສາດເຕັກໂນໂລຢີ ແມ່ນພື້ນຖານ, ແມ່ນກຳລັງໜູນເພື່ອພັດທະນາ, ເປັນເຈົ້າການເຂົ້າຮ່ວມລະບົບຕ່ອງໂສ້ຄຸນຄ່າທົ່ວໂລກຢ່າງເລິກເຊິ່ງກ່ວາອີກ, ຕອບສະໜອງບັນດາມາດຕະຖານສາກົນ. ທ່ານໃຫ້ຮູ້ວ່າ:
ລັດຖະບານ ຫວຽດນາມ ຍາມໃດກໍ່ກຳນົດວິສາຫະກິດແມ່ນໃຈກາງຂອງວິວັດການພັດທະນາ, ແມ່ນເປົ້າໝາຍຮັບໃຊ້ ແລະ ຮ່ວມເດີນທາງ, ກໍ່ສ້າງ. ດ້ວຍມູນເຊື້ອທັງລອງ - ຮ່າໂນ້ຍ, ດ້ວຍພູມປັນຍາ, ຄຸນທາດແລະ ຄວາມມຸ່ງຫວັງບືນຕົວຂຶ້ນຂອງຖັນແຖວນັກທຸລະກິດ, ຂ້າພະເຈົ້າເຊື່ອໝັ້ນວ່າ ວົງຄະນະຍາດວິສາຫະກິດນະຄອນຫຼວງ ຈະສືບຕໍ່ພັດທະນາຢ່າງແຮງ, ປະກອບສ່ວນນັບມື້ນັບຫຼາຍໃຫ້ແກ່ພາລະກິດແຫ່ງການພັດທະນາໂດຍໄວ ແລະ ຍືນຍົງຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)