• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຊົມ​ເຊີຍ​ເລື່ອງ ອາ​ເມ​ລິ​ກາ ແລະ ອີ​ຣານ ​ປະ​ກາດ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ

ຫວຽດ​ນາມ​ ຊົມ​ເຊີຍ​ເລື່ອງ​ ອາ​ເມ​ລິ​ກາ ແລະ ອີ​ຣານ ປະ​ກາດ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ. ພວກ​ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສະ​ບັບ​ນີ້. ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງລົງ​ນາມ ແລະ ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢ່າງ​ຄົບ​ຖ້ວນ​ໂດຍ​ໄວ.
  ທ່ານ​ນາງ ຟ້າມ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ)  
ວັນ​ທີ 15 ມິ​ຖຸ​ນາ, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ສະ​ເໜີ​ໃຫ້​ຮູ້​ ປະ​ຕິ​ກິ​ລິ​ຍາ​ຂອງ ຫວຽດ​ນາມ ຕໍ່​ເລື່ອງ ອາ​ເມ​ລິ​ກາ ແລະ ອີ​ຣານ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ, ທ່ານ​ນາງ ຟ້າມ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຊີ້​ແຈ້ງວ່າ: ຫວຽດ​ນາມ​ ຊົມ​ເຊີຍ​ເລື່ອງ​ ອາ​ເມ​ລິ​ກາ ແລະ ອີ​ຣານ ປະ​ກາດ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ. ພວກ​ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ສະ​ບັບ​ນີ້. ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງລົງ​ນາມ ແລະ ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢ່າງ​ຄົບ​ຖ້ວນ​ໂດຍ​ໄວ, ສ້າງ​ເງື່ອນ​ໄຂ​ເພື່ອ​ບັນ​ລຸ​ໄດ້​ມາດ​ຕະ​ການ​ຮອບ​ດ້ານ, ຍືນ​ຍົງ, ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ​ໃຫ້​ແກ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ໃນ​ນັ້ນ ມີ​ຊ່ອງ​ແຄບ​ທະ​ເລ Hormuz, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສ​ປ​ຊ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ.

Top