ສັນຍາດັ່ງກ່າວມີລັກສະນະຢ່າງຮອບດ້ານ ແລະ ທັນສະໄໝ, ກວມເອົາຫຼາຍຂົງເຂດ: ການຄ້າສິນຄ້າ, ການຄ້າການບໍລິການ, ການລົງທຶນ, ສິດຊັບສິນທາງປັນຍາ…
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VNA)
ຕອນບ່າຍວັນທີ 09 ກໍລະກົດ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ຈັດຂຶ້ນຢູ່ ຮ່າໂນ້ຍ, ໄດ້ແຈ້ງເລື່ອງ ວັນທີ 02 ກໍລະກົດ ຜ່ານມາ, ຫວຽດນາມ ແລະ ສະຫະສະມາຄົມການຄ້າເສລີ ເອີລົບ (EFTA) ໄດ້ອອກຖະແຫຼງການຮ່ວມສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - EFTA, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ສັນຍານີ້ໄດ້ຮັບຄວາມຫວັງວ່າ ຈະເປີດໄລຍະຮ່ວມມືໃໝ່, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການຊຸກຍູ້ດ້ານການຄ້າ, ການລົງທຶນ ແລະ ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດລະຫວ່າງ ຫວຽດນາມ ແລະ ບັນດາປະເທດ EFTA.
“ນີ້ແມ່ນຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຢ່າງແຮງຂອງ 2 ຝ່າຍ ເພື່ອມຸ່ງໄປເຖິງການລົງນາມໃນສັນຍາ ພາຍຫຼັງ 14 ປີທີ່ດຳເນີນການເຈລະຈາ. ພວກຂ້າພະເຈົ້າຕີລາຄາສູງບັນດາໝາກຜົນການເຈລະຈາທີ່ບັນລຸໄດ້ກັບບັນດາປະເທດສະມາຊິກຂອງ EFTA ແລະ ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ EFTA, ແມ່ນຂີດໝາຍໃນຄວາມມານະພະຍາຍາມເປີດກວ້າງເຄືອຂ່າຍສັນຍາການຄ້າເສລີ (FTA) ຂອງ ຫວຽດນາມ, ຍົກຈຳນວນ FTA ທີ່ ຫວຽດນາມ ລົງນາມກັບບັນດາຄູ່ຮ່ວມມືຂຶ້ນເປັນ 18. ພ້ອມກັນນັ້ນ, ກໍ່ເຊື່ອມຕໍ່ຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ເອີລົບ”.
ສັນຍາດັ່ງກ່າວມີລັກສະນະຢ່າງຮອບດ້ານ ແລະ ທັນສະໄໝ, ກວມເອົາຫຼາຍຂົງເຂດ: ການຄ້າສິນຄ້າ, ການຄ້າການບໍລິການ, ການລົງທຶນ, ສິດຊັບສິນທາງປັນຍາ…
(ແຫຼ໋ງຄັດຈາກ VOV)