ຂ່າວສານ

ຫວຽດນາມ ແລະ ເອີລົບ ເຊື່ອມຕໍ່ຢ່າງຮອບດ້ານ

ສັນຍາດັ່ງກ່າວມີລັກສະນະຢ່າງຮອບດ້ານ ແລະ ທັນສະໄໝ, ກວມເອົາຫຼາຍຂົງເຂດ: ການຄ້າສິນຄ້າ, ການຄ້າການບໍລິການ, ການລົງທຶນ, ສິດຊັບສິນທາງປັນຍາ…
  ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 09 ກໍ​ລະ​ກົດ, ທີ່ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ​ນັດ​ສາ​ມັນ​ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ, ໄດ້​ແຈ້ງ​ເລື່ອງ ວັນ​ທີ 02 ກໍ​ລະ​ກົດ ຜ່ານ​ມາ, ຫວຽດ​ນາມ ແລະ ສະ​ຫະ​ສະ​ມາ​ຄົມ​ການ​ຄ້າ​ເສ​ລີ ເອີ​ລົບ (EFTA) ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - EFTA, ທ່ານ​ນາງ ຟ້າມ​ທູ​ຮັ່ງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ ສັນ​ຍານີ້​ໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະ​ເປີດ​ໄລ​ຍະ​ຮ​່ວມ​ມື​ໃໝ່, ສ້າງ​ພື້ນ​ຖານ​ຢ່າງ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ຊຸກ​ຍູ້​ດ້ານ​ການ​ຄ້າ, ການ​ລົງ​ທ​ຶນ ແລະ ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ EFTA.

“ນີ້​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ຄວາມ​ຕັດ​ສິນ​ໃຈ​ຢ່າງ​ແຮງ​ຂອງ 2 ຝ່າຍ ເພື່ອ​ມຸ່ງ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ສັນ​ຍາ ພາຍ​ຫຼັງ 14 ປີ​​ທີ່ດຳ​ເນີນ​ການ​ເຈ​ລະ​ຈາ. ພວກ​ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ການ​ເຈ​ລະ​ຈາ​ທີ່ບັນ​ລຸ​ໄດ້​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ EFTA ແລະ ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ ຫວຽດ​ນາມ ແລະ EFTA, ແມ່ນ​ຂີດ​ໝາຍ​ໃນ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ເປີດກວ້າງ​ເຄືອ​ຂ່າຍ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ຂອງ ຫວຽດ​ນາມ, ຍົກ​ຈຳ​ນວນ FTA ທີ່ ຫວຽດ​ນາມ ລົງ​ນາມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຂຶ້ນ​ເປັນ 18. ພ້ອມ​ກັນ​ນັ້ນ, ກໍ່ເຊື່ອມ​ຕໍ່​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ເອີ​ລົບ”.

ສັນ​ຍາ​ດັ່ງ​ກ່າວ​ມີ​ລັກ​ສະ​ນະ​ຢ່າງ​ຮອບ​ດ້ານ ແລະ ທັນ​ສະ​ໄໝ, ກວມ​ເອົາ​ຫຼາຍ​ຂົງ​ເຂດ: ການ​ຄ້າ​ສິນ​ຄ້າ, ການ​ຄ້າ​ການ​ບໍ​ລິ​ການ, ​ການລົງ​ທຶນ, ​ສິດ​ຊັບ​ສິນ​ທາງ​ປັນ​ຍາ…


top