ພາຍຫຼັງແຂ່ງຂັນຢ່າງຟົດຟື້ນມາເປັນເວລາ 6 ວັນ (ແຕ່ວັນທີ 24 – 29 ກັນຍາ), ຕອນຄ່ຳວັນທີ 29 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ, ການແຂ່ງຂັນຊິງແຊ້ມ Pencak Silat ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 5 ປີ 2026 ໄດ້ປິດລົງ, ຄະນະ ຫວຽດນາມ ຢືນອັນດັບໜຶ່ງທົ່ວຄະນະ.
ນັກກິລາເຂົ້າຮ່ວມການແຂ່ງຂັນຊິງແຊ້ມ Pencak Silat ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 5 ປີ 2026 (ພາບ: VNA)
ການແຂ່ງຂັນຄັ້ງນີ້ໄດ້ເຕົ້າໂຮມນັກກິລາເກືອບ 150 ຄົນທີ່ມາຈາກ 5 ປະເທດ, ເຊິ່ງລວມມີ: ຫວຽດນາມ, ລາວ, ມາເລເຊຍ, ມຽນມາ ແລະ ສິງກະໂປ ໂດຍແຂ່ງຂັນໃນ 30 ເນື້ອໃນ. ເມື່ອການແຂ່ງຂັນອັດລົງ, ຫວຽດນາມ ຄ້ວາໄດ້ຫຼຽນຄຳ 20 ຫຼຽນ, ຫຼຽນເງິນ 9 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ, ຢືນອັນດັບໜຶ່ງໃນຕາຕະລາງອັນດັບທົ່ວຄະນະ.
ເມື່ອຕີລາຄາກ່ຽວກັບລາງວັນການແຂ່ງຂັນຄັ້ງນີ້, ທ່ານ ຫງວຽນວັນຮຸ່ງ, ຫົວໜ້າຄູຝືກຂອງທິມ Pencak Silat ຫວຽດນາມ ໃຫ້ຮູ້ວ່າ: ຜ່ານການແຂ່ງຂັນຕົວຈິງ, ຄະນະຄູຝຶກ ມີພື້ນຖານເພື່ອເລືອກເຟັ້ນ, ກະກຽມກຳລັງໃຫ້ບັນດາໜ້າທີ່ໃນຕໍ່ໜ້າ, ໃນນັ້ນມີ SEA Games 34 ຈະຈັດຂຶ້ນຢູ່ ມາເລເຊຍ.
(ແຫຼ່ງຄັດຈາກ VOV)