ທ່ານປະລິນຍາເອກ Watcharas Leelawath ແລ້ວ, ຜົນສຳເລັດກ່ຽວກັບລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ ໃນໄລຍະ 10 ປີຜ່ານມາ ແມ່ນຍ້ອນມີແນວທາງ, ນະໂຍບາຍຊີ້ນຳ ແລະ ການບໍລິຫານຢ່າງຖືກຕ້ອງ
ທ່ານປະລິນຍາເອກ ວັດຊະຣັດ ລີລະວັນ
ໃນທົດສະວັດຜ່ານມາ, ຫວຽດນາມ ພົ້ນເດັ່ນຂື້ນຄືດັ່ງໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວ ແລະ ໝັ້ນທ່ຽງທີ່ສຸດໃນພາກພື້ນ. ຜົນສຳເລັດນັ້ນ ສ່ວນໜຶ່ງກແມ່ນຍ້ອນມີນະໂຍບາຍມຸ່ງໄປສູ່ຕ່າງປະເທດ ແລະ ເຊື່ອມໂຍງຢ່າງເລິກເຊິ່ງ, ກວາງຂວ້າງຂອງ ຫວຽດນາມ. ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ທີ່ດຳເນີນໃນອາທິດຜ່ານມານັ້ນ, ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ໄທ ໄດ້ສຳພາດ ທ່ານປະລິນຍາເອກ ວັດຊະຣັດ ລີລະວັນ (Watcharas Leelawath), ອະດີດຫົວໜ້າສະຖາບັນແມ່ຂອງ, ນັກຊ່ຽວຊານດ້ານເສດຖະກິດ, ການຄ້າ ໄທ ແລະ ອາຊຽນ ກ່ຽວກັບຈຸດພົ້ນເດັ່ນຂອງເສດຖະກິດ ຫວຽດນາມ ໃນໄລຍະຜ່ານມາ.
ຕີລາຄາກ່ຽວກັບການກຳນົດທິດທາງນະໂຍບາຍເສດຖະກິດສັງລວມຂອງ ຫວຽດນາມ ໃນຊຸມປີມໍ່ໆມານີ້ ເມື່ອທຽບໃສ່ບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນອື່ນແລ້ວ, ທ່ານປະລິນຍາເອກ ວັດຊະຣັດ ລີລະວັນ ສະແດງຄວາມປະທັບໃຈຕໍ່ກັບບັນດາຜົນສຳເລັດຂອງ ຫວຽດນາມ ຜ່ານ ການເຕີບໂຕເສດຖະກິດ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI), ການຫຼຸດຜ່ອນຄວາມທຸກຍາກ ແລະ ການຄ້າທົ່ວໂລກລະຫວ່າງ ຫວຽດນາມ ແລະ ພື້ນຖານເສດຖະກິດໂລກ.
“ສຳລັບການເຕີບໂຕດ້ານເສດຖະກິດໃນໄລຍະ 10 ປີຜ່ານມາ, ຫວຽດນາມ ບັນລຸລະດັບ6 – 7%/ປີ. ຖ້າທຽບໃສ່ບັນດາພື້ນຖານເສດຖະກິດອື່ນໆ, ຕົວເລກນີ້ແມ່ນສູງກວ່າ, ຕົວຢ່າງ ໄທ ບັນລຸພຽງປະມານ 1 – 2%. ນັບທັງໃນໄລຍະພະຍາດໂຄວິດ - 19 ແຜ່ລະບາດ, ເສດຖະກິດ ຫວຽດນາມ ຍັງບັນລຸລະດັບເຕີບໂຕທາງບວກ ໃນຂະນະທີ່ຫຼາຍປະເທດມີລະດັບເຕີບໂຕທາງລົບ. ຫວຽດນາມ ຟື້ນຟູຢ່າງວ່ອງໄວ, ຈາກລະດັບ 2% ຂຶ້ນເປັນ 8%. ນັ້ນແມ່ນສິ່ງທີ່ໜ້າປະທັບໃຈ ແລະ ຊີ້ໃຫ້ເຫັນລະດັບເຕີບໂຕຢ່າງແຮງໃນຕະຫຼອດທົດສະວັດຜ່ານມາ. ລາຍຮັບສະເລ່ຍຕໍ່ຫົວຄົນກໍ່ນັບມື້ນັບເພີ່ມຂຶ້ນສູງ. ຕາມລາຍງານກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແລ້ວ, ອັດຕາທຸກຍາກໄດ້ຫຼຸດລົງຢ່າງແຮງ, ຈາກ 14% ໃນປີ 2010 ລົງເຫຼືອພຽງ 4% ໃນປີ 2023”.
ຕາມ ທ່ານປະລິນຍາເອກ ວັດຊະຣັດ ລີລະວັນ ແລ້ວ, ຜົນສຳເລັດກ່ຽວກັບລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ ໃນໄລຍະ 10 ປີຜ່ານມາ ແມ່ນຍ້ອນມີແນວທາງ, ນະໂຍບາຍຊີ້ນຳ ແລະ ການບໍລິຫານຢ່າງຖືກຕ້ອງ, ທັນການຂອງພັກ, ລັດ ຫວຽດນາມ. ໃນນັ້ນ, ຂອບນະໂຍບາຍມຸ່ງໄປສູ່ຕ່າງປະເທດຂອງ ຫວຽດນາມ ກາຍເປັນສິ່ງທີ່ດຶງດູດບັນດານັກລົງທຶນສາກົນ.
“ຂອບນະໂຍບາຍມຸ່ງໄປສູ່ຕ່າງປະເທດຂອງ ຫວຽດນາມ ໄດ້ສ້າງຄວາມດຶງດູດໃຫ້ແກ່ປະເທນີ້ຫວຽດນາມ ຕັ້ງໜ້າລົງນາມສັນຍາການຄ້າເສລີ (FTA) ຫຼາຍສະບັບກັບຫຼາຍປະເທດ. ສິ່ງນີ້ໄດ້ຊ່ວຍໃຫ້ພື້ນຖານເສດຖະກິດຂອງ ຫວຽດນາມ ກາຍເປັນພື້ນຖານເສດຖະກິດກຳນົດທິດສົ່ງອອກ. ເມື່ອເປີດການຄ້າກັບບັນດາປະເທດ ແລະ ນຳໃຊ້ອັດຕາພາສີ 0% ສຳລັບບັນດາຄູ່ຮ່ວມມື FTA, ຫວຽດນາມ ມີຄວາມສາມາດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດຢ່າງແຮງ (FDI). ເມື່ອ FDI ເຂົ້າ ຫວຽດນາມ ຈະສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນປະເທດຕື່ມອີກ. ບັນດານັກລົງທຶນຄັດເລືອກເອົາ ຫວຽດນາມ ເປັນສູນຜະລິດ, ຍ້ອນເມື່ອສົ່ງອອກໄປຍັງປະເທດຄູ່ຮ່ວມມື ອັດຕາພາສີສິນຄ້າຈະເປັນ 0%. ປະຈຸບັນ, ຫວຽດນາມ ມີສັນຍາ FTA 15 ສະບັບກັບ 53 ປະເທດ, ເຊິ່ງເປັນຕົວເລກທີ່ໜ້າປະທັບໃຈ, ນັ້ນແມ່ນທ່າໄດ້ປຽບ”.
ເຖິງຢ່າງໃດກໍ່ຕາມ, ທ່ານປະລິນຍາເອກ ວັດຊະຣັດ ລີລະວັນ ກໍ່ໃຫ້ຂໍ້ສັງເກດວ່າ ເຖິງວ່າບັນລຸໄດ້ຜົນງານທີ່ໜ້າປະທັບໃຈຫຼາຍຢ່າງໃນຂົງເຂດເສດຖະກິດກໍ່ຕາມ, ແຕ່ໃນທົດສະວັດຈະມາເຖິງ, ຫວຽດນາມ ຍັງຕ້ອງປະເຊີນໜ້າກັບໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນການປະຕິຮູບບັນດາຂໍ້ກຳນົດເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນ. ຍ້ອນເຫດນັ້ນ, ເມື່ອ ຫວຽດນາມ ປະຕິຮູບຂໍ້ກຳນົດ, ພິເສດແມ່ນກ່ຽວກັບສິ່ງແວດລ້ອມ, ສອດຄ່ອງກັບມາດຕະຖານສາກົນ, ສິ່ງນັ້ນຈະເປີດໂອກາດເພື່ອສົ່ງອອກຕ່າງປະເທ. ນີ້ແມ່ນຈຸດທີ່ຕັ້ງໜ້າ. ປະຈຸບັນ, ຫວຽດນາມ ແມ່ນສູນການຜະລິດ, ແຕ່ພາກສ່ວນຜະລິດທີ່ ຫວຽດນາມ ຮັບເອົານັ້ນ ມີມູນຄ່າຕ່ຳກວ່າເມື່ອທຽບໃສ່ຂອດອື່ນໆ. ສະນັ້ນ, ຕ້ອງເຮັດແນວໃດເພື່ອ ໃຫ້ “ມູນຄ່າເພີ່ມຂື້ນສູງ” ໃນຕ່ອງໂສ້ການຜະລິດ, ຫວຽດນາມ ຕ້ອງມີມາດຕະການທີ່ເໝາະສົມ ເພື່ອໄດ້ຮັບມູນຄ່າສູງກວ່າໃນຕ່ອງໂສ້ມູນຄ່ານັ້ນ.