ຂ່າວສານ

ຫວຽດນາມ - ຈຸດພົ້ນເດັ່ນດ້ານເສດຖະກິດ ອາຊຽນ ດ້ວຍນະໂຍບາຍມຸ່ງໄປສູ່ຕ່າງປະເທດ ແລະ ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ

ທ່ານປະລິນຍາເອກ Watcharas Leelawath ແລ້ວ, ຜົນສຳເລັດກ່ຽວກັບລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ ໃນໄລຍະ 10 ປີຜ່ານມາ ແມ່ນຍ້ອນມີແນວທາງ, ນະໂຍບາຍຊີ້ນຳ ແລະ ການບໍລິຫານຢ່າງຖືກຕ້ອງ
ທ່ານປະລິນຍາເອກ ວັດຊະຣັດ ລີລະວັນ

ໃນທົດສະວັດຜ່ານມາຫວຽດນາມ ພົ້ນເດັ່ນຂື້ນຄືດັ່ງໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວ ແລະ ໝັ້ນທ່ຽງທີ່ສຸດໃນພາກພື້ນຜົນສຳເລັດນັ້ນ ສ່ວນໜຶ່ງແມ່ນຍ້ອນມີນະໂຍບາຍມຸ່ງໄປສູ່ຕ່າງປະເທດ ແລະ ເຊື່ອມໂຍງຢ່າງເລິກເຊິ່ງກວາງຂວ້າງຂອງ ຫວຽດນາມເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ທີດຳເນີນໃນອາທິຜ່ານມານັ້ນນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ໄທ ໄດ້ສຳພາດ ທ່ານປະລິນຍາເອກ ວັດຊະຣັດ ລີລະວັນ (Watcharas Leelawath)ອະດີດຫົວໜ້າສະຖາບັນແມ່ຂອງນັກຊ່ຽວຊານດ້ານເສດຖະກິດການຄ້າ ໄທ ແລະ ອາຊຽນ ກ່ຽວກັບຈຸດພົ້ນເດັ່ນຂອງເສດຖະກິດ ຫວຽດນາມ ໃນໄລຍະຜ່ານມາ.

ຕີລາຄາກ່ຽວກັບການກຳນົດທິດທາງນະໂຍບາຍເສດຖະກິດສັງລວມຂອງ ຫວຽດນາມ ໃນຊຸມປີມໍ່ໆມານີ້ ເມື່ອທຽບໃສ່ບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນອື່ນແລ້ວ, ທ່ານປະລິນຍາເອກ ວັດຊະຣັດ ລີລະວັນ ສະແດງຄວາມປະທັບໃຈຕໍ່ກັບບັນດາຜົນສຳເລັດຂອງ ຫວຽດນາມ ຜ່ານ ການເຕີບໂຕເສດຖະກິດ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI), ການຫຼຸດຜ່ອນຄວາມທຸກຍາກ ແລະ ການຄ້າທົ່ວໂລກລະຫວ່າງ ຫວຽດນາມ ແລະ ພື້ນຖານເສດຖະກິດໂລກ.

“ສຳລັບການເຕີບໂຕດ້ານເສດຖະກິດໃນໄລຍະ 10 ປີຜ່ານມາຫວຽດນາມ ບັນລຸລະດັບ 7%/ປີຖ້າທຽບໃສ່ບັນດາພື້ນຖານເສຖະກິດອື່ນໆຕົວເລກນີ້ແມ່ນສູງກວ່າຕົວຢ່າງ ໄທ ບັນລຸພຽງປະມານ 1  2%. ນັບທັງໃນໄລຍະພະຍາດໂຄວິດ - 19 ແຜ່ລະບາດ, ເສດຖະກິດ ຫວຽດນາມ ຍັງບັນລຸລະດັບເຕີບໂຕທາງບວກ ໃນຂະນະທີ່ຫຼາຍປະເທດມີລະດັບເຕີບໂຕທາງລົບຫວຽດນາມ ຟື້ນຟູຢ່າງວ່ອງໄວຈາກລະດັບ 2% ຂຶ້ນເປັນ 8%. ນັ້ນແມ່ນສິ່ງທີ່ໜ້າປະທັບໃຈ ແລະ ຊີ້ໃຫ້ເຫັນລະດັບເຕີບໂຕຢ່າງແຮງໃນຕະຫຼອດທົດສະວັດຜ່ານມາລາຍຮັບສະເລ່ຍຕໍ່ຫົວຄົນກໍ່ນັບມື້ນັບເພີ່ມຂຶ້ນສູງຕາມລາຍງານກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແລ້ວ, ອັດຕາທຸກຍາກໄດ້ຫຼຸດລົງຢ່າງແຮງຈາກ 14% ໃນປີ 2010 ລົງເຫຼືອພຽງ 4% ໃນປີ 2023”.

ຕາມ ທ່ານປະລິນຍາເອກ ວັດຊະຣັດ ລີລະວັນ ແລ້ວ, ຜົນສຳເລັດກ່ຽວກັບລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ ໃນໄລຍະ 10 ປີຜ່ານມາ ແມ່ນຍ້ອນມີແນວທາງ, ນະໂຍບາຍຊີ້ນຳ ແລະ ການບໍລິຫານຢ່າງຖືກຕ້ອງ, ທັນການຂອງພັກ, ລັດ ຫວຽດນາມ. ໃນນັ້ນ, ຂອບນະໂຍບາຍມຸ່ງໄປສູ່ຕ່າງປະເທດຂອງ ຫວຽດນາມ ກາຍເປັນສິ່ງທີ່ດຶງດູດບັນດານັກລົງທຶນສາກົນ.

ຂອບນະໂຍບາມຸ່ງໄປສູ່ຕ່າງປະເທດຂອງ ຫວຽດນາມ ໄດ້ສ້າງຄວາມດຶງດູດໃຫ້ແກ່ປະເທນີ້ຫວຽດນາມ ຕັ້ງໜ້າລົງນາມສັນຍາການຄ້າເສລີ (FTA) ຫຼາຍສະບັບກັບຫຼາຍປະເທດສິ່ງນີ້ໄດ້ຊ່ວຍໃຫ້ພື້ນຖານເສດຖະກິດຂອງ ຫວຽດນາມ ກາຍເປັນພື້ນຖານເສດຖະກິດກຳນົດທິດສົ່ງອອກເມື່ອເປີດການຄ້າກັບບັນດາປະເທດ ແລະ ນຳໃຊ້ອັດຕາພາສີ 0% ສຳລັບບັນດາຄູ່ຮ່ວມມື FTA, ຫວຽດນາມ ມີຄວາມສາມາດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດຢ່າງແຮງ (FDI)ເມື່ອ FDI ເຂົ້າ ຫວຽດນາ ຈະສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນປະເທດຕື່ມອີກບັນດານັກລົງທຶນຄັດເລືອກເອົາ ຫວຽດນາມ ເປັນສູນຜະລິດຍ້ອນເມື່ອສົ່ງອອກໄປຍັງປະເທດຄູ່ຮ່ວມມື ອັດຕາພາສີສິນຄ້າຈະເປັນ 0%. ປະຈຸບັນຫວຽດນາມ ມີສັນຍາ FTA 15 ສະບັບກັບ 53 ປະເທດເຊິ່ງເປັນຕົວເລກທີ່້າປະທັບໃຈນັ້ນແມ່ນທ່າໄດ້ປຽບ”.

ເຖິງຢ່າງໃດກໍ່ຕາມ, ທ່ານປະລິນຍາເອກ ວັດຊະຣັດ ລີລະວັນ ກໍ່ໃຫ້ຂໍ້ສັງເກດວ່າ ເຖິງວ່າບັນລຸໄດ້ຜົນງານທີ່ໜ້າປະທັບໃຈຫຼາຍຢ່າງໃນຂົງເຂດເສດຖະກິດກໍ່ຕາມ, ແຕ່ໃນທົດສະວັດຈະມາເຖິງ, ຫວຽດນາມ ຍັງຕ້ອງປະເຊີນໜ້າກັບໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນການປະຕິຮູບບັນດາຂໍ້ກຳນົດເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນ. ຍ້ອນເຫດນັ້ນ, ເມື່ອ ຫວຽດນາມ ປະຕິຮູບຂໍ້ກຳນົດ, ພິເສດແມ່ນກ່ຽວກັບສິ່ງແວດລ້ອມ, ສອດຄ່ອງກັບມາດຕະຖານສາກົນ, ສິ່ງນັ້ນຈະເປີດໂອກາດເພື່ອສົ່ງອອກຕ່າງປະເທ. ນີ້ແມ່ນຈຸດທີ່ຕັ້ງໜ້າ. ປະຈຸບັນ, ຫວຽດນາມ ແມ່ນສູນການຜະລິດ, ແຕ່ພາກສ່ວນຜະລິດທີ່ ຫວຽດນາມ ຮັບເອົານັ້ນ ມີມູນຄ່າຕ່ຳກວ່າເມື່ອທຽບໃສ່ຂອດອື່ນໆ. ສະນັ້ນ, ຕ້ອງເຮັດແນວໃດເພື່ອ ໃຫ້ “ມູນຄ່າເພີ່ມຂື້ນສູງ” ໃນຕ່ອງໂສ້ການຜະລິດ, ຫວຽດນາມ ຕ້ອງມີມາດຕະການທີ່ເໝາະສົມ ເພື່ອໄດ້ຮັບມູນຄ່າສູງກວ່າໃນຕ່ອງໂສ້ມູນຄ່ານັ້ນ.


top