• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ກຳປູເຈຍ - ລາວ ເພີ່ມທະວີການຮ່ວມມືດ້ານຕຸລາການ, ເດັດດ່ຽວຕໍ່ສູ້ກັບອາດຊະຍາກຳຂ້າມຊາດ

ວັນທີ 14 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ ໄດ້ຈັດກອງປະຊຸມສານບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ ຄັ້ງທີ 8.
  ທີ່ກອງປະຊຸມ. (ພາບ: VNA)  

ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປ​ະ​ຊຸມ, ທ່ານ ຫງວຽນ​ວັນ​ກວາງ, ປ​ະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ເນັ້ນ​ໜັກ​ວ່າ ໃນ​ສະ​ພາບ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວາງ, ການ​ພົບ​ປະ​ແລກ​ປ່ຽນ​ເສດ​ຖະ​ກິດ - ການ​ຄ້າ, ການ​ລົງ​ທຶນ​ພັດ​ທະ​ນາ​ຢ່າງ​ແຮງ ກໍ່​ມີ​ການ​ເພີ່​ມຂຶ້ນຂອງ​ບັນ​ດາ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ. ສະ​ນັ້ນ, ເລື່ອງ​ແບ່ງ​ປັນ​ບົດ​ຮຽນ, ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ ແລະ ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ບັນ​ດາ​ສານ​ຍິ່ງ​ມີ​ຄວາມ​ຮີບດ່ວນ​ຂຶ້​ນ.

“ອາດ​ສາ​ມາດ​ຢືນ​ຢັນ​ໄດ້​ວ່າ ພາຍ​ຫຼັງ​ກອງ​ປ​ະ​ຊຸມ​ແຕ່​ລະ​ເທື່ອ, ການ​ຮ່ວມ​ມື​ລະ​ຫວ່າງ​ລະ​ບົບ​ສານ 3 ປະ​ເທດ​ລ້ວນ​ແຕ່​ມີ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່ ນັບ​ທັງ​ລວງກວ້າງ ແລະ ລວງ​ເລິກ. ບັນ​ດາ​ໝາ​ກ​ຜົນ​ນັ້ນບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອ​ງ​ສານ​ແຕ່​ລະ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່​ວນ​ຢ່າງ​ແທ​ດ​ຈິງ​ເຂົ້າ​ໃນການ​ປັບ​ປຸງ​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ສະ​ໜິດ​ຕິດ​ພັນ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 3 ປະ​ເທດອີກ​ດ້ວຍ”.

ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາ​ຊະ​ຍາ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ບົດ​ຮຽນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ແກ້​ໄຂ​ຄວາມຄັດແຍ່ງທາງແພ່ງ ແລະ ການ​ຄ້າ​ຂ້າມ​ຊາຍ​ແດນ; ບົດ​ຮຽນ​ພິ​ພາກ​ສາ​ຄະ​ດີ.

(ແຫຼ່ງຄັດຈາກ VOV)

ຍູ້ໄວຄວາມຄືບໜ້າການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສວນສາທາລະນະ ເລທິຣຽງ

ຍູ້ໄວຄວາມຄືບໜ້າການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສວນສາທາລະນະ ເລທິຣຽງ

ໃນວັນທີ 14 ສິງຫາ, ຢູ່ເຂດ B, ກຳລັງປະຕິບັດໜ້າທີ່ໄດ້ພົບເຫັນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 10 ອັດຖິ ແລະ ວັດຖຸພັນຕິດມາພ້ອມ 3 ອັດຖິ.

Top