ຊາວ ອິດສະຣາແອັນ ນັບພັນຄົນໄດ້ເຕົ້າໂຮມກັນຢູ່ຖະໜົນ Tel Aviv ເພື່ອຮຽກຮ້ອງນາຍົກລັດຖະມົນຕີ ທ່ານ Benjamin Netanyahu ບັນລຸໄດ້ຂໍ້ຕົກລົງກັບ ຮາມາດສ ໂດຍໄວ ແນໃສ່ຢຸດຕິສົງຄາມ ແລະ ສົ່ງຕົວປະກັນກັບຄືນເມືອປະເທດ.
ສະພາບການຢູ່ເຂດ ກາຊາ ຫຼງັການບຸກໂຈມຕີທາງອາກາດ (ພາບ: THX/TTXVN)
ເມື່ອກ່າວຄຳເຫັນໃນການປະຊຸມຖະແຫຼງຂ່າວ, ວັນທີ 26 ສິງຫາ, ທ່ານ Stephane Dujarric ໂຄສົກ ສປຊ ໃຫ້ຮູ້ວ່າ ກະຊວງສາທາລະນະສຸກ ກາຊາ ໄດ້ລາຍງານມີ 3 ກໍລະນີເສຍຊີວິດຕື່ມອີກ ຍ້ອນຂາດສານອາຫານ ພາຍໃນ 24 ຊົ່ວໂມງຜ່ານມາ, ອັນໄດ້ຍົກຈຳນວນຜູ້ເສຍຊີວິດຍ້ອນອຶດຫິວຂຶ້ນເປັນ 303 ຄົນ, ໃນນັ້ນມີເດັກນ້ອຍ 117 ຄົນ. ໃນຂະນະນັ້ນ, ມີກວ່າ 36.000 ຄົນ ຕ້ອງຍົກຍ້າຍໄປຍັງບ່ອນປອດໄພໃນຊຸມວັນມໍ່ໆມານີ້.
ໂຄສົກ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ເລື່ອງບັນດາກິດຈະກຳຊ່ວຍເຫຼືອສາກົນສືບຕໍ່ຖືກກີດຂວາງຈາກອຳນາດການປົກຄອງ ອິດສະຣາແອັນ, ພ້ອມທັງຮຽກຮ້ອງຢຸດຍິງໃນທັນທີ ແລະ ຮັບປະກັນການເຂົ້າເຖິງມະນຸດສະທຳຢ່າງຮອບດ້ານໃນທົ່ວເຂດ ກາຊາ, ກໍຄື ປ່ອຍຕົວປະກັນທັງໝົດເປັນອິດສະຫຼະໂດຍບໍ່ມີເງື່ອນໄຂ.
ກໍໃນວັນດຽວກັນ, ຊາວ ອິດສະຣາແອັນ ນັບພັນຄົນໄດ້ເຕົ້າໂຮມກັນຢູ່ຖະໜົນ Tel Aviv ເພື່ອຮຽກຮ້ອງນາຍົກລັດຖະມົນຕີ ທ່ານ Benjamin Netanyahu ບັນລຸໄດ້ຂໍ້ຕົກລົງກັບ ຮາມາດສ ໂດຍໄວ ແນໃສ່ຢຸດຕິສົງຄາມ ແລະ ສົ່ງຕົວປະກັນກັບຄືນເມືອປະເທດ.
(ແຫຼ່ງຄັດຈາກ VOV)