ມະຕິນີ້ໄດ້ສ້າງຂີດໝາຍເປັນຄັ້ງທຳອິດພາຍຫຼັງ 30 ປີທີ່ບັນດາປະເທດສະມາຊິກ UNCTAD ບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບການນຳບັນດາມາດຕາທີ່ກ່ຽວຂ້ອງເຖິງລັດ ປາແລັດສະຕິນ ເຂົ້າໃນໂຄງການດຳເນີນງານທີ່ໄດ້ຮັບຄວາມເຫັນດີເປັນເອກະພາບໃນອົງການ.
ປະຊາຊົນປາແລັດສະຕິນ (ພາບ: VNA)
ວັນທີ 26 ພະຈິກ, ກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD) ໄດ້ເຫັນດີເປັນເອກະພາບຮັບຮອງເອົາມະຕິຮຽກຮ້ອງເພີ່ມທະວີການໜູນຊ່ວຍໃຫ້ແກ່ປະຊາຊົນ ປາແລັດສະຕິນ ແລະ ໜູນຊ່ວຍການຟື້ນຟູພື້ນຖານເສດຖະກິດຂອງເຂົາເຈົ້າ. ມະຕິນີ້ໄດ້ສ້າງຂີດໝາຍເປັນຄັ້ງທຳອິດພາຍຫຼັງ 30 ປີທີ່ບັນດາປະເທດສະມາຊິກ UNCTAD ບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບການນຳບັນດາມາດຕາທີ່ກ່ຽວຂ້ອງເຖິງລັດ ປາແລັດສະຕິນ ເຂົ້າໃນໂຄງການດຳເນີນງານທີ່ໄດ້ຮັບຄວາມເຫັນດີເປັນເອກະພາບໃນອົງການ.
ມະຕິໄດ້ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການກຳນົດທິດອະນາຄົດຂອງ UNCTAD ໂດຍອີງຕາມໝາກຜົນກອງປະຊຸມປີກ່ອນ, ຮຽກຮ້ອງເພີ່ມທະວີອົງການໜູນຊ່ວຍປະຊາຊົນ ປາແລັດສະຕິນ ຂອງ UNCTAD ແລະ ເພີ່ມທະວີການປະກອບສ່ວນເຂົ້າບັນດາຄວາມມານະພະຍາຍາມຟື້ນຟູພື້ນຖານເສດຖະກິດ ປາແລັດສະຕິນ. ຕາມອົງການສະຖິຕິ ປາແລັດສະຕິນ ແລ້ວ, ນັບແຕ່ເວລາເກີດສົງຄາມຢູ່ເຂດ ກາຊາ, ອັດຕາຜູ້ວ່າງງານຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ເພີ່ມຂຶ້ນ 28%, ສູງກວ່າທົບສອງເທົ່າເມື່ອທຽບໃສ່ກັບເວລາກ່ອນເກີດສົງຄາມ.
(ແຫຼ່ງຄັດຈາກ VOV)