ສຳນັກຂ່າວສານສະມາຄົມສື່ມວນຊົນ ອົດສະຕາລີ (AAP) ຢືນຢັນວ່າ ການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ ໄດ້ຮັບການສ້າງຂຶ້ນດ້້ວຍພື້ນຖານຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຢ່າງເລິກເຊິ່ງ, ຜົນປະໂຫຍດທີ່ຄ້າຍຄືກັນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບທ່ານນາງ Sam Mostyn, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ (ພາບ: VNA)
ການຢ້ຽມຢາມ ອົດສະຕາລີ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມແຕ່ວັນທີ 09 – 12 ສິງຫາ ພວມດຶງດູດຄວາມສົນໃຈເປັນພິເສດ ແລະ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກບັນດາອົງການສື່ມວນຊົນ, ສຳນັກຂ່າວສານໃຫຍ່ພ້ອມກັນໄຈ້ແຍກຢູ່ປະເທດປະຈຳຖິ່ນ.
ສຳນັກຂ່າວສານສະມາຄົມສື່ມວນຊົນ ອົດສະຕາລີ (AAP) ຢືນຢັນວ່າ ການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ ໄດ້ຮັບການສ້າງຂຶ້ນດ້້ວຍພື້ນຖານຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຢ່າງເລິກເຊິ່ງ, ຜົນປະໂຫຍດທີ່ຄ້າຍຄືກັນ ແລະ ຄວາມຕັດສິນໃຈລວມເພື່ອອະນາຄົດຂອງພາກພື້ນ. ຕີລາຄາກ່ຽວກັບທ່າແຮງພັດທະນາເສດຖະກິດ 2 ຝ່າຍ, AAP ເນັ້ນໜັກວ່າ ວົງເງິນການຄ້າ 2 ສົ້ນໄດ້ເພີ່ມຂຶ້ນທົບ 2 ເທົ່ານັບແຕ່ປີ 2020, ບັນລຸຕົວເລກ 30 ຕື້ AUD (ປະມານ 20 ຕື້ USD), ນຳ ຫວຽດນາມ ໃຫ້ກາຍເປັນໜຶ່ງໃນບັນດາຄູ່ຄ້າມີລະດັບບຸກທະລຸໄວທີ່ສຸດຂອງ ອົດສະຕາລີ.
ສື່ເອເລັກໂຕນິກຂອງສະຖາບັນຍຸດທະສາດ ອົດສະຕາລີ (ASPI) ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສ້າງຂຶ້ນບົນພື້ນຖານການພົວພັນຄູຮ່ວມມືໄດ້ພັດທະນາ ທີ່ນັບມືນັບເຕີບໃຫຍ່ ແລະ ເຂັ້ມແຂງ. ASPI ເນັ້ນໜັກວ່າ ປະຈຸບັນ ຫວຽດນາມ ໄດ້ບືນຕົວຂຶ້ນນອນໃນກຸ່ມ 10 ຄູ່ຄ້າໃຫຍ່ສຸດຂອງ ອົດສະຕາລີ, ໃນຂະນະທີ່ ອົດສະຕາລີ ສືບຕໍ່ຮັກສາທີ່ຕັ້ງຄູ່ຮ່ວມມືດ້ານເສດຖະກິດສຳຄັນຂອງ ຫວຽດນາມ.
ພ້ອມກັບບັນດາໂອກາດຮ່ວມມືເສດຖະກິດ, ສື່ມວນຊົນ ອົດສະຕາລີ ໄດ້ເອົາໃຈໃສ່ເປັນພິເສດເຖິງວິໄສທັດຍຸດທະສາດຂອງ ຫວຽດນາມ ຕໍ່ບັນດາບັນຫາສາກົນ. ສຳນັກຂ່າວສານ AAP ຕີລາຄາສູງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ, ສົນທະນາ ແລະ ເຄົາລົບກົດໝາຍສາກົນ ເພື່ອຜ່ານຜ່າການແບ່ງແຍກ ແລະ ແກ່ງແຍ້ງທີ່ຂາດການຄວບຄຸມໃນສະພາບຍຸດທະສາດປະຈຸບັນ.
(ແຫຼ່ງຄັດຈາກ VOV)