• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.
ທ່ານຮອງນາຍົກລັດຖະມົນຕີ ເລມິນຮຶງແລະ ທ່ານຮອງນາຍົກລັດຖະມົນຕີ ລາວ ສະເຫຼີມໄຊ ກົມມະສິດ ໄດ້ມີການເຈລະຈາ. ພາບ: VNA

ໂດຍ​ໄດ້​ຮັບຄຳ​ເຊີນຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ,​ວັນ​ທີ 8 ຕຸ​ລາ, ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ນຳ​ໜ້າຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ ສ​ປ​ປ. ລາວ ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 8- 9 ຕຸ​ລາ . ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ສຳ​ນັກ​ງານ​ນາ​ຍົກ​ທີ່​ນະ​ຄອນຫຼວງ ວຽງ​ຈັນ, ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

ນະ​ທີ່ນີ້, ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ທ່ານ ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ. ສອງ​ຝ່າຍ​ຢືນ​ຢັນ​ວ່າ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໜຶ່ງ​ຂອງ​ການ​ພົວ​ພັນ ຫວຽດ​ນາມ-ລາວ.

ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ສ້າງ​ບຸກ​ທະ​ລຸ, ຍົກ​ສູງ​ລັກ​ສະ​ນະ​ເພີ່ມ​ເຕີມ ແລະ ເຊື່ອມ​ຕໍ່​ລະ​ຫວ່າງ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ, ສົ່ງ​ເສີມ​ການ​ຮ່ວມ​ມື​ລົງ​ທຶ​ນ​ເຂົ້າ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ, ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ, ພື້ນ​ຖານ​ໂຄງ​ລ່າງ logistics ແລະ ດ່ານ​ຊາຍ​ແດນ, ສົມ​ທົບ​ກັນ​ສ້າງ​ຂັ້ນ​ຕອນ ແລະ ບັນ​ດາ​ລາຍ​ຊື່​ບຸ​ລິ​ມະ​ສິດ​ລະ​ອຽດ ແນ​ໃສ່​ນຳ​ວົງ​ເງິ​ນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 5 ຕື້ USD ແລະ ມຸ່ງ​ໄປ​ສູ່​ເປ​ົ້າ​ໝາຍ 10 ຕື້ USD /ປີ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ສູນ​ກາງກໍ່​ຮັບ​ຮອງ​ເອົາຂໍ້​ກຳ​ນົດ​ກ່ຽວ​ກັບ​ສະ​ມາ​ຊິກ​ພັກ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ສົ່ງ​ເສີມ​ເຮັດ​ຮັ່ງ​ມີ​ທີ່​ຊອບ​ທຳ ຕິດ​ພັນ​ກັບ​ການ​ຮັກ​ສານ​ແທດ​ແທ້​ຂອງ​ພັກ, ກໍ່​ສ້າງ​ພັກ​ໃນ​ເຂດນອກ​ລັດ.

Top