
ນັກສິລະປິນ ເລີມຫງອກວິງ ແລະ ຕົ້ນ bonsai mini ຂະໜາດນ້ອຍສຸດ.

ນັກສິລະປິນ ເລີມຫງອກວິງ ກຳລັງດັດປັບ ຈັດວາງ ຕົ້ນ bonsai mini.

ໂດຍທົ່ວໄປ ຕົ້ນ Bonsai ຈະມີຮູບຊົງຊື່, ອ່ຽງ, ຄົດໂຄ້ງ ຫຼື ມີທ່າ ຄື ນຳ້ຕົກຕາດ.

Bonsai mini ໄດ້ປູກຈາກຕົ້ນໄມ້ຫຼາຍປະເພດ, ໂດຍທົ່ວໄປແມ່ນ ຕົ້ນ ຢວຽນຕຸ່ງ, ມາຍຈ໋ຽວຖຸຍ, ລີງຊາມ, ເຊີນຫຼຽວ, ຕະຊົນຂະ ໜາດນ້ອຍ…

ມູມໜຶ່ງ ຢູ່ສວນວາງສະແດງ bonsai mini ຂອງ ນັກສິລະປິນ ເລີມຫງອກວິງ.

ນັກສິລະປິນ ຕ້ອງໃຊ້ເວລາແຕ່ 3-7 ປີ ເພື່ອການບົວລະບັດ ແລະ ສ້າງຮູບຊົງໃຫ້ແກ່ bonsai mini.

ການດັດປັບ bonsai mini ຕ້ອງປະຕິບັດ ຢ່າງພິຖີພິຖັນທີສຸດ.

ຕົ້ນ bonsai mini ມີຮູບຊົງ ແລະ ສ່ວນລາຍລະອຽດ ຂອງ ກົກໄມ້ ທີ່ ເກ່ົາແກ່ ນັບຫຼາຍຮ້ອຍປີ, ໄດ້ປູກຢູ່ໃນກະຖາງ ມີລວງສູງ ບໍ່ເຖິງ 15 ຊມ
ແຕ່ຍັງເຕັມໄປດ້ວຍ ພະລັງຊີວິດ.

ພາບ bonsai mini ໃນເປືອກຫອຍ. |