ສິລະປະ

ສິລະປະ ຕົ້ນໄມ້ປະດັບເອ້ ຂະໜາດນ້ອຍ

Bonsai mini ຫຼື ຕົ້ນໄມ້ປະດັບຂະໜາດນ້ອຍ ມັກປູກ ໃນ ກະຖາງນ້ອຍ, ລວງສູງແຕ່ຕົ້ນ ເຖິງ ຍອດ ບໍ່ສູງກວ່າ 15 ຊມ, ມີຮູບຊົງ ຄ້າຍຕົ້ນໄມ້ທີ່ເກົ່າແກ່ນັບຫຼາຍຮ້ອຍປີ. ບັນດາຕົ້ນໄມ້ປະດັບນີ້ ແມ່ນການສະແດງໃຫ້ເຫັນ ສິລະປະ ການປະ ດິດແຕ່ງ, ສີມືອັນຄ່ອງແຄ່ວ, ພິຖີພິຖັນ ແລະ ສຸດອົກສຸດໃຈ ຂອງ ນັກສິລະປິນ ເລີມຫງອກວິງ ຢູ່ ເມືອງ ຮອກມົນ, ນະ ຄອນ ໂຮ່ຈີມິນ. 
ກ່ອນໜ້ານີ້ ເກືອບ 30 ກວ່າປີ, ຄັ້ງໜຶ່ງທີ່ໄດ້ໄປກັບພໍ່ຂອງຕົນ, ທ້າວ ເລີມຫງອກວິງ, ອາຍຸ 10 ປີ ໄດ້ເຫັນ ຮູບຖ່າຍ ຕົ້ນໄມ້ປະດັບຕົ້ນໜຶ່ງ ທີ່ມີຂະໜາດນ້ອຍຫຼາຍ. ນັບແຕ່ນັ້ນມາ, ທ້າວ ວິງ ເລີ່ມມີຄວາມສົນໃຈ ຊອກຮູ້ ແລະ ທົດລອງ ເຮັດ bonsai mini. ເມື່ອອາຍຸໄດ້14 ປີ, ວິງໄດ້ນຳສະເໜີ ຜົນການປະດິດແຕ່ງ bonsai mini ຕົ້ນທຳອິດ ທີ່ໃສ່ຊື່ “Bonsai ໝາກເຜັດ ນໍ້າຕົກຕາດ mini”. ນີ້ແມ່ນບາດລ້ຽວ ອັນໃຫຍ່ຫຼວງ ໃນຊີວິດ, ຊຸກຍູ້ຫົວປະດິດຄິດສ້າງ ຢ່າງບໍ່ຢຸດຢັ້ງ ແລະ ສ້າງຊື່ສຽງ ຂອງນັກສິລະປິນ ເລີມຫງອກວິງ-ບຸກຄົນທີ່ໄດ້ ແລະ ກຳລັງ ໃຫ້ກຳເນີດ ຜົນງານປະດິດແຕ່ງ bonsai mini ທີ່ແສນງາມ ແລະ ມີຄຸນຄ່າຂຶ້ນ.

ມາຢ້ຽມຢາມສວນຕົ້ນໄມ້ປະດັບ ຂອງນັກສິລະປິນ ວິງ ໃນຕອນເຊົ້າ ມື້ໜຶ່ງ ຢູ່ ທີ່ຢູ່ 6/4 ບ້ານ ຊວງເຖິ໋ຍເຊີນ, ເມືອງ ຮອກ ມົນ, ນະ ຄອນ ໂຮ່ຈີມິນ. ຂ້າພະເຈົ້າໄດ້ຕ້ອງປະຫຼາດໃຈ ແລະ ຮູ້ສຶກຈັບໃຈຫຼາຍ ຕໍ່ ຮູບພາບເດີ່ນສວນຂະໜາດນ້ອຍ ທີ່ແສນສວຍງາມ ກັບແຖວໆ ຕົ້ນໄມ້ປະດັບຂະໜາດນ້ອຍ ທີ່ໄດ້ຮັບການວາງສະແດງຢູ່ທີ່ນີ້. ຕົ້ນໄມ້ແຕ່ລະຕົ້ນມີລວງສູງບໍ່ຮອດ 15 ຊມ, ໄດ້ຈັດວາງ ຢ່າງເປັນ ລະບຽບຮຽບຮ້ອຍ ດ້ວຍຫຼາຍຮູບຊົງ ແລະ ປະເພດ. ໂດຍເຫັນໄດ້ຄວາມຮັກມັກ ຂອງ ຂ້າພະເຈົ້າ, ນັກສິລະປິນ ເລີມຫງອກວິງ ໄດ້ໃຫ້ການ ອະທິບາຍ ກ່ຽວກັບ bonsai mini  ຢ່າງເຕັມໃຈ. ຕົ້ນໄມ້ປະດັບຂະໜາດນ້ອຍ ໄດ້ແບ່ງເປັນຫຼາຍ ລະດັບ ໂດຍອີງໃສ່ລວງສູງຂອງມັນ ເຊັ່ນ: Bonsai miniຂະໜາດ ນ້ອຍສຸດ (ໃຕ້ 7 ຊມ), Bonsai mini (ແຕ່ 7-15ຊມ). Bonsai mini ໄດ້ປູກ ຈາກຕົ້ນໄມ້ຫຼາຍປະເພດ, ໂດຍທົ່ວໄປແມ່ນ ຕົ້ນ ຢວຽນຕຸ່ງ, ມາຍຈ໋ຽວຖຸຍ, ລີງຊາມ, ເຊີນຫຼຽວ, ຕະຊົນ ຂະໜາດນ້ອຍ…

     

ນັກສິລະປິນ ເລີມຫງອກວິງ ແລະ ຕົ້ນ bonsai mini ຂະໜາດນ້ອຍສຸດ.


ນັກສິລະປິນ ເລີມຫງອກວິງ ກຳລັງດັດປັບ ຈັດວາງ ຕົ້ນ bonsai mini.


ໂດຍທົ່ວໄປ ຕົ້ນ Bonsai  ຈະມີຮູບຊົງຊື່, ອ່ຽງ, ຄົດໂຄ້ງ ຫຼື ມີທ່າ ຄື ນຳ້ຕົກຕາດ. 


Bonsai mini ໄດ້ປູກຈາກຕົ້ນໄມ້ຫຼາຍປະເພດ, ໂດຍທົ່ວໄປແມ່ນ ຕົ້ນ ຢວຽນຕຸ່ງ, ມາຍຈ໋ຽວຖຸຍ, ລີງຊາມ, ເຊີນຫຼຽວ, ຕະຊົນຂະ ໜາດນ້ອຍ…


ມູມໜຶ່ງ ຢູ່ສວນວາງສະແດງ  bonsai mini ຂອງ ນັກສິລະປິນ ເລີມຫງອກວິງ. 


ນັກສິລະປິນ ຕ້ອງໃຊ້ເວລາແຕ່ 3-7 ປີ ເພື່ອການບົວລະບັດ ແລະ ສ້າງຮູບຊົງໃຫ້ແກ່ bonsai mini. 


ການດັດປັບ bonsai mini ຕ້ອງປະຕິບັດ ຢ່າງພິຖີພິຖັນທີສຸດ. 


ຕົ້ນ bonsai mini ມີຮູບຊົງ ແລະ ສ່ວນລາຍລະອຽດ ຂອງ ກົກໄມ້ ທີ່ ເກ່ົາແກ່ ນັບຫຼາຍຮ້ອຍປີ, ໄດ້ປູກຢູ່ໃນກະຖາງ ມີລວງສູງ ບໍ່ເຖິງ 15 ຊມ
ແຕ່ຍັງເຕັມໄປດ້ວຍ ພະລັງຊີວິດ. 



ພາບ bonsai mini ໃນເປືອກຫອຍ. 

Bonsai mini ເປັນວິຊາສິລະປະໜຶ່ງ ທີ່ຮຽກຮ້ອງ ຄວາມພິຖີພິຖັນ ແລະ ຕ້ອງອົດທົນ ໃຊ້ເວລາດົນ. ເພື່ອໃຫ້ມີ Bonsai mini ຕົ້ນ ໜຶ່ງ, ນັກສິລະປິນ ຕ້ອງໃຊ້ເວລາແຕ່ 3-7 ປີ ເພື່ອການ ບົວລະບັດ ແລະ ສ້າງຮູບຊົງຂອງມັນ. ໂດຍທົ່ວໄປ ຕົ້ນ Bonsai  ຈະມີຮູບຊົງຊື່, ອ່ຽງ, ຄົດໂຄ້ງ ຫຼື ມີທ່າຄືນຳ້ຕົກຕາດ. ໃນນັ້ນ ພະລັງຈູງໃຈ ເປັນພິເສດ ຂອງ ຕົ້ນ Bonsai mini ແມ່ນ ຢູ່ສ່ວນກົກ ແລະ ຮາກຂອງມັນ, ເປັນບ່ອນທີ່ ນັກສິລະປິນ ຕ້ອງໃຊ້ເວລາ, ເຫື່ອແຮງຫຼາຍທີສຸດ ເພື່ອການບົວລະບັດ, ສ້າງຮູບຊົງ  ຕາມຈິນຕະ ນາການ ກ່ໍຄື ເວທະກຳ ຂອງ ຕົນໃສ່ຕົ້ນໄມ້.

ນອກຈາກນັ້ນ, ເພື່ອໃຫ້ກະຖາງ Bonsai mini ມີຊີວິດຊີວາ, ນັກສິລະປິນ ຕ້ອງໝູນໃຊ້ການສຳຜັດອິນຊີທັງໝົດຂອງຕົນ ກ່ຽວກັບດ້ານສິລະປະ ແລະ ຫົວຄິດ, ສັງເກດ ແລະ ຈິນຕະນາການ ເພື່ອໄຕ່ຕອງ ຄວາມຍອດຍິ່ງຂອງໂລກພາຍນອກ ຝາກຝັງເຂົ້າສູ່ ຜົນການປະດິດແຕ່ງ. ດ້ວຍເຫດນັ້ນ ເມື່ອນຳໄປສະເໜີ ຢູ່ຕະຫຼາດ ຕົ້ນ bonsai mini ມັກມີຄຸນຄ່າສູງທີສຸດ. ຜະລິດຕະພັນ ຂອງ ທ່ານ ວິງ ບໍ່ພຽງແຕ່ ໄດ້ຮັບການສະໜອງ ຢູ່ຕະຫຼາດພາຍໃນເທົ່ານັ້ນ ຫາກຍັງໄດ້ສົ່ງອອກໄປຕ່າງປະເທດອີກດ້ວຍ. ເຄື່ອງໝາຍການຄ້າ bonsai mini ຂອງເພິ່ນ ຍາມໃດກໍໄດ້ຮັບຄວາມນິຍົມຈາກລູກຄ້າ ແລະ ສະໜອງ ບໍ່ພຽງພໍ ກັບ ຄວາມຕ້ອງການ ຂອງ ລູກຄ້າ.


ຕົວແບບ  bonsai mini ຈຳນວນໜຶ່ງ ຂອງ ນັກສິລະປິນ ເລີມຫງອກວິງ

















 
ປະຕິບັດ: ຫງວຽນລວນ

top