ການຮັກສາຈິດວິນຍານ ຂອງ ສິລະປະ ຂັບໂບ້ຍ ໃນຊີວິດສັງຄົມ ຍຸກປັດຈຸບັນ

ການຮັກສາຈິດວິນຍານ ຂອງ ສິລະປະ ຂັບໂບ້ຍ ໃນຊີວິດສັງຄົມ ຍຸກປັດຈຸບັນ

ທ່າມກາງກະແສອັນຟົດຟື້ນ ຂອງ ບັນດາປະເພດການບັນເທີງ ທີ່ທັນ ສະໄໝ, ສິລະປະ ຂັບໂບ້ຍ - ເຊິ່ງແມ່ນຮູບແບບລະຄອນເທິງເວທີ ພື້ນເມືອງຂອງ ຫວຽດນາມ ກໍາລັງຜະເຊີນກັບຄວາມສ່ຽງ ທີ່ຈະສູນ ຫາຍໄປ. ເຖິງຢ່າງໃດກໍຕາມ, ດ້ວຍຄວາມອົດທົນພະຍາຍາມ ຂອງ ບັນດານັກສິລະປິນ ທີ່ມີຄວາມຮັກ ຢ່າງສຸດໃຈ ຕໍ່ອາຊີບ, ໂດຍສະ ເພາະແມ່ນ ສິລະປິນ ດີເດັ່ນ ຫງອກແຄ໋ງ  ແລະ ຄະນະລະຄອນ ຂັບ ໂບ້ຍ ແຄ໋ງມິງ, ສິລະປະ ປະເພດນີ້ ຍັງຄົງ ໄດ້ຮັບການອະນຸລັກຮັກ ສາ ແລະ ສືບຕໍ່ປະກົດຕົວ ໃນຊີວິດວັດທະນະທໍາ ຮ່ວມສະໄໝ...

ສິລະປະ ຂັບໂບ້ຍ ສ່ວນຫຼາຍມັກຈັດຂຶ້ນ ໃນວັນບຸນປະເພນີ ຕ່າງໆ ຢູ່ບັນດາແຂວງ, ນະຄອນ ທາງພາກໃຕ້. ພາບ: ທົງຫາຍ/VNP

ຂັບໂບ້ຍ (ຫຼື ເອີ້ນອີກຢ່າງໜຶ່ງວ່າ ຂັບໂບ້) ແມ່ນຮູບແບບການສະແດງ ເທິງເວທີພື້ນເມືອງ ທີ່ມີປະຫວັດຄວາມເປັນມາ ອັນຍາວນານ ຂອງ ຫວຽດນາມ, ຕິດພັນກັບຊີວິດຈິດໃຈ ຂອງ ຊຸມຊົນ. ນີ້ແມ່ນປະເພດ ສິລະປະສັງລວມ ໂດຍມີການປະສົມປະສານ ລະຫວ່າງດົນຕີ, ຟ້ອນ, ການແຕ່ງໜ້າ ແລະ ພາສາທ່າທາງ ຕາມລະບຽບ ແບບແຜນ ທີ່ເຄັ່ງຄັດ. ແຕ່ລະບົດບາດການສະແດງ ລ້ວນແຕ່ມີລັກສະນະ ສັນຍະລັກສູງ, ສະທ້ອນໃຫ້ເຫັນ ທັດສະນະ ກ່ຽວກັບ ຈະລິຍະທໍາ, ລະບຽບວິໄນທາງສັງຄົມ ແລະ ຊີວິດຜູ້ຄົນ ໃນວັດທະນະທໍາພື້ນເມືອງ. ຍ້ອນລັກສະນະ ທີ່ເປັນມາດຕະຖານ ດັ່ງກ່າວ ມັນໄດ້ສ້າງໄວ້ ຄຸນຄ່າ ທີ່ເປັນເອກະລັກ ຂອງ ຂັບໂບ້ຍ. ເຖິງຢ່າງໃດກໍຕາມ, ໃນສະພາບ ຊີວິດວັດທະນະທໍາ ທີ່ນັບມື້ນັບມີຄວາມຫຼາກຫຼາຍ, ສິລະປະ ປະເພດນີ້ ໄດ້ຮັບຄວາມນິຍົມຈາກຜູ້ຊົມໜ້ອຍລົງ ເມື່ອທຽບກັບ ຮູບແບບ ການບັນເທີງ ໃໝ່ໆ.

ການແຕ່ງໜ້າ ຂັບໂບ້ຍ ແມ່ນສິລະປະການແຕ້ມໃບໜ້າ ທີ່ ມີລັກສະນະປະດິດສ້າງສູງ, ນຳໃຊ້ສີສັນທີ່ເຂັ້ມ ແລະ ລວດລາຍ ທີ່ຈະແຈ້ງ ເພື່ອສະແດງໃຫ້ເຫັນເຖິງ ບຸກຄະລິກ ຂອງ ຕົວລະຄອນ. ພາບ: ທົງຫາຍ/VNP
 

ທ່າມກາງສະພາບການດັ່ງກ່າວ, ຄະນະລະຄອນ ຂັບໂບ້ຍ ແຄ໋ງມິງ ຍັງຄົງ ຮັກສາການເຄື່ອນໄຫວ ຄືກັບເປັນສະຖານທີ່ ແຫ່ງການອະນຸ ລັກ ແລະ ຝຶກຊ້ອມສິລະປະພື້ນເມືອງ. ໂດຍບໍ່ແລ່ນຕາມກະແສ ຄວາມນິຍົມຊົ່ວຄາວ, ຄະນະໄດ້ສຸມໃສ່ຮັກສາລະບຽບວິໄນ ຂອງ ອາຊີບ ແລະ ບັນດາບົດສະແດງ ແບບສະບັບຂອງ ຂັບໂບ້ຍ. ການຝຶກ ຊ້ອມມີຂຶ້ນຢ່າງສະໝໍ່າສະເໝີ ໃນສະຖານທີ່ ທີ່ລຽບງ່າຍ, ເຊິ່ງເປັນ ບ່ອນທີ່ບັນດານັກສິລະປິນໜຸ່ມ ໄດ້ຮຽນຮູ້ ຄວາມອົດທົນກັບອາຊີບ. ທຸກໆ ທ່າທາງ, ສາຍຕາ ຫຼື ຈັງຫວະກອງ ລ້ວນແຕ່ຕ້ອງໄດ້ຮັບການ ຝຶກຝົນຢ່າງລະອຽດ ເພື່ອຮັກສາໄວ້ໄດ້ ຈິດໃຈດັ້ງເດີມຂອງການສະ ແດງລະຄອນພື້ນເມືອງເທິງເວທີ ຢ່າງຖືກຕ້ອງ.

ສິລະປິນ ດີເດັ່ນ ຫງອກແຄ໋ງ ໃຫ້ຄໍາແນະນຳ ບັນດານັກສິລະປິນ ໜຸ່ມ ກ່ອນຂຶ້ນເວທີສະແດງ. ພາບ: ທົງຫາຍ/VNP
 

ການສະແດງຄັ້ງໜຶ່ງຂອງຄະນະ ຂັບໂບ້ຍ ແຄ໋ງມິງ ປົກກະຕິ ຈະມີ ຜູ້ຊົມບໍ່ຫຼາຍ. ເຖິງຢ່າງໃດກໍຕາມ, ເມື່ອແສງໄຟເທິງເວທີ ສະຫວ່າງຂຶ້ນ ແລະ ສຽງກອງດັງຂຶ້ນ, ຊຸດເສື້ອຜ້າອາພອນ ທີ່ປະດັບປະດາ ຢ່າງພິຖີພິຖັນ ໄດ້ເຄື່ອນໄຫວຕາມຈັງຫວະ ການສະແດງທີ່ຊ້າໆ, ເຮັດໃຫ້ຄິດເຖິງ ສະໄໝທີ່ລະຄອນເວທີ ພື້ນເມືອງ ເຄີຍເປັນກິດຈະກໍາ ວັດທະນະທໍາ ທີ່ຄຸ້ນເຄີຍ ຂອງຊຸມຊົນ. ຜູ້ນໍາພາຢູ່ເບື້ອງຫຼັງການຄົງຕົວ ຢ່າງຕໍ່ເນື່ອງ ຂອງຄະນະ ແມ່ນ ສິລະປິນ ດີເດັ່ນ ຫງອກແຄ໋ງ, ຜູ້ອຸທິດ ທັງຊີວິດ ໃຫ້ກັບ ຂັບໂບ້ຍ. ໃນໄວ 70 ປີ, ທ່ານນາງ ທັງເປັນຜູ້ບໍລິຫານ ຄະນະ, ທັງມີສ່ວນຮ່ວມ ໃນການກຳກັບການສະແດງ, ຈັດຕັ້ງ ການສະແດງ ແລະ ຝຶກອົບຮົມ ນັກສິລະປິນລຸ້ນໜຸ່ມ.

ຄະນະລະຄອນ ຂັບໂບ້ຍ ແຄ໋ງມິງ ສຸມໃສ່ການຮັກສາລະບຽບວິໄນຂອງອາຊີບ ແລະ ອະນຸລັກບັນດາບົດລະຄອນ ຄລາສຊິກ. ພາບ: ທົງຫາຍ/VNP
ສະແດງໃຫ້ເຫັນເຖິງມະໂນພາບໃນຂະນະທຳການສະແດງ. ພາບ: ທົງຫາຍ/VNP
 

ສິລະປິນດີເດັ່ນ ຫງອກແຄ໋ງ ໄດ້ເຜີຍຄວາມໃນໃຈວ່າ: “ຄວາມມັກຮັກ ຕໍ່ ຂັບໂບ້ຍ ໄດ້ຕິດຕາມຂ້າພະເຈົ້າ ມາຕັ້ງແຕ່ຄາວຍັງນ້ອຍ. ປີ 1975, ຂ້າພະເຈົ້າໄດ້ເຮັດວຽກໃນຖານະ ເປັນອາຈານສອນ ຢູ່ ພາກວິຊາ ຂັບໂບ້ຍ ທີ່ໂຮງຮຽນສິລະປະສະແດງລະຄອນເທິງເວທີ II, ໂດຍມີ ສ່ວນຮ່ວມ ໃນການສ້າງສິລະປິນ ຫຼາຍລຸ້ນ. ສໍາລັບຂ້າພະເຈົ້າແລ້ວ, ການຮັກສາ ການເຄື່ອນໄຫວຂອງຄະນະ ບໍ່ພຽງແຕ່ແມ່ນວຽກງານ ເທົ່ານັ້ນ, ແຕ່ຍັງແມ່ນ ຄວາມຮັບຜິດຊອບ ໃນການປົກປັກຮັກສາ ມໍລະ ດົກວັດທະນະທໍາ”. ນອກຈາກການສະແດງແລ້ວ, ຄະນະຍັງຖື ວຽກງານການຖ່າຍທອດຄວາມຮູ້ ເປັນສິ່ງສໍາຄັນຍິ່ງ. ຂັບໂບ້ຍ ໄດ້ຖືກ ນຳໄປແນະນຳຢູ່ຕາມໂຮງຮຽນ, ງານບຸນວັດທະນະທຳ ແລະ ບັນດາ ລາຍການຊຸມຊົນ, ບໍ່ແມ່ນໃນຖານະເປັນ “ວັດຖຸບູຮານ” ຂອງ ອະດີດ, ແຕ່ເປັນສິລະປະ ປະເພດໜຶ່ງ ທີ່ມີຊີວິດຊີວາ. ຂະບວນການ ຖ່າຍທອດ ອາຊີບ ບໍ່ພຽງແຕ່ຢຸດຢູ່ທີ່ເຕັກນິກ ການສະແດງເທົ່ານັ້ນ, ແຕ່ຍັງແມ່ນ ການສົ່ງຕໍ່ ຈິດໃຈແຫ່ງລະບຽບວິໄນ, ການເຄົາລົບນັບຖື ຕໍ່ຄູອາຈານ ລຸ້ນຕ່າງໆ ແລະ ສະຕິໃນການ ປົກປັກຮັກສາມໍລະດົກ.

ສິລະປິນດີເດັ່ນ ຫງອກແຄ໋ງ ຕິດຕາມເບິ່ງການສະແດງຂອງບັນດານັກສິລະປິນໜຸ່ມ ຢູ່ເທິງເວທີຢ່າງໃກ້ຊິດສະເໝີ. ພາບ: ທົງຫາຍ/VNP

ສິລະປິນດີເດັ່ນ ຫງອກແຄ໋ງ ໃຫ້ຮູ້ວ່າ ໃນສະພາບການປັດຈຸບັນ, ການອະນຸລັກ ສິລະປະພື້ນເມືອງ ຍັງຄົງຜະເຊີນກັບ ສິ່ງທ້າທາຍ ຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ດ້ວຍຄວາມມານະພະຍາຍາມ ຂອງ ບັນດາຄະນະສິລະປະຄື ແຄ໋ງມິງ ໄດ້ສະແດງໃຫ້ເຫັນວ່າ ຂັບໂບ້ຍ ຍັງສາມາດ ສືບຕໍ່ປະກົດຕົວ ໃນຊີວິດວັດທະນະທໍາ ຂອງ ວັນນີ້ ເມື່ອມໍລະດົກ ໄດ້ຮັບການຮັກສາໄວ້ ດ້ວຍຄວາມຮັກຕໍ່ອາຊີບ ແລະ ຄວາມເຄົາລົບນັບຖື ຕໍ່ຄຸນຄ່າພື້ນເມືອງ.

ຄະນະລະຄອນ ຂັບໂບ້ຍ ແຄ໋ງມິງ ສຸມໃສ່ການຮັກສາລະບຽບວິໄນຂອງອາຊີບ ແລະ ອະນຸລັກບັນດາບົດລະຄອນ ຄລາສຊິກ. ພາບ: ທົງຫາຍ/VNP

ບົດ ແລະ ພາບໂດຍ:  ທົງຫາຍ/VNP

                                                                                           

Top