• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ມ້າ​ໃນ​ສິ​ລະ​ປະ​ສ້າງ​ຮູບ​ຈາກ​ພື້ນ​ເມືອງໄປ​ຮອດ​ທັນ​ສະ​ໄໝ

ໃນວິຈິດສິນພື້ນເມືອງ ແລະ ວິຈິດສິນໝູນໃຊ້, ມ້າໄດ້ຮັບການສະແດງຢ່າງລຽບງ່າຍ, ມີຊີວິດຊີວາ, ອັນໄດ້ສ່ອງແສງໃຫ້ຮູບພາບຂອງສັດປະເພດໜຶ່ງທີ່ສັດຊື່, ໃກ້ຊິດຕິດແທດກັບຄົນ. ໃນສິລະປະສ້າງຮູບທັນສະໄໝ, ມ້າໄດ້ກາຍເປັນແຫຼ່ງບັນດາໃຈປະດິດສ້າງຢ່າງແຮງ, ນຳມາເຊິ່ງຫຼາຍສີສັນສະທ້ອນອາລົມ ແລະ ຄວາມໝາຍສັນຍາລັກ.
ງານວາງສະແດງດຶດງດູດຜູ້ມາຊົມເປັນຈຳນວນຫຼາຍ (ພາບ: ຖຸຍຕຽນ)

60 ຜົນງານໄດ້ນຳມາວາງສະແດງໃນງານວາງສະແດງດ້ວຍຫົວຂໍ້ ມ້າໃນສິລະປະສ້າງຮູບ ທີ່ພວມຈັດຂຶ້ນຢູ່ຫໍພິພິຕະພັນວິຈິດສິນ ຫວຽດນາມ ທີ່ ຮ່າໂນ້ຍ, ໄດ້ນຳມາເຊິ່ງມູມມອງຫຼາກຫຼາຍກ່ຽວກັບຮູບພາບໂຕມ້າໃນສິລະປະສ້າງຮູບ.  

ໃນຊີວິດຂອງຊາວເຜົ່າເຂດພູສູງ, ມ້າແມ່ນເພື່ອນຮ່ວມເດີນທາງທີ່ໃກ້ຊິດສະໜິດສະໜົມ. ໃນໄລຍະຕໍ່ຕ້ານ, ຮູບພາບໂຕມ້າຢູ່ຂ້າງນັກຮົບ, ພິເສດແມ່ນຢູ່ຂ້າງປະທານ ໂຮ່ຈິມິນ ໄດ້ກາຍເປັນສັນຍາລັກທີ່ເຕັມໄປດ້ວຍຄຸນຄ່າວັດທະນະທຳມະນຸດ. ສຳລັບມະຫາຊົນຮັກມັກສິລະປະ, ນີ້ແມ່ນໂອກາດທີ່ຫາຍາກ ເພື່ອສາມາດຮັບຊົມບັນດາຜົນງານທີ່ພົ້ນເດັ່ນຂອງບັນດາຈິດຕະກອນທີ່ມີຊື່ສຽງ:

ມີຈິດຕະກອນຫຼາຍຄົນມີບັນດາພາບແຕ້ມມ້າ ແລະ ໄດ້ນຳໃຊ້ວັດຖຸ, ແຕ້ມອອກມາດ້ວຍຫຼາຍຮູບຫຼາຍແບບ. ບໍ່ມີແຕ່ພາບແຕ້ມເທົ່ານັ້ນ, ຫາກຍັງມີບັນດາຜົນງານສີຄັດມັນ ຫຼືແກະຄວັດສະຫຼັກ, ຮູບປັ້ນດິນເຜົາອີກດ້ວຍ… ຂ້າພະເຈົ້າມີຄວາມປະທັບໃຈກັບພາບແຕ້ມໜຶ່ງຂອງຈິດຕະກອນ ບຸ່ຍຊັວນຟາຍ ທີ່ໄດ້ແຕ້ມຮູບສາວນ້ອຍຜູ້ໜຶ່ງກຳລັງຂີ່ມ້າທີ່ເປັນເຄື່ອງຫຼີ້ນ ຊື່ງໄດ້ສະແດງໃຫ້ເຫັນຄວາມໄຮ້ດຽງສາ, ຜ່ອງໃສ.

ຈິດຕະກອນ ຫງວຽນທັງລວງ ແລະ ຜົນງານຂອງຕົນ (ພາບ: ຖຸຍຕຽນ)

ບັນດາຜົນງານທີ່ໄດ້ວາງສະແດງໃນງານວາງສະແດງນັ້ນ ໄດ້ສະແດງໃຫ້ເຫັນຄວາມຫຼາຍຮູບແບບກ່ຽວກັບຮູບແບບ ແລະ ວັດຖຸຄື: ພາບສີຄັດມັນ, ສີນ້ຳມັນ, ແພໄໝ, ພາບເຈ້ຍ, ໄມ້, ດິນເຜົາ, ເຄື່ອງປັ້ນດິນເຜົາ… ໂດຍນັກສະລະປະກອນພື້ນເມືອງຫຼາຍລຸ້ນຄົນ ແລະ ນັກສິລະປະການສ້າງຮູບ ຫວຽດນາມ ປະດິດແຕ່ງ. ການໄດ້ພັນລະນາເລື່ອງລາວທີ່ເຫັນປະຈັກຕາຢ່າງມີຊີວິດຊີວາ ກ່ຽວກັບຮູບພາບໂຕມ້າທີ່ໄດ້ເຮັດໃໝ່ໃນສິລະປະແກະຄວັດສະຫຼັກທັນສະໄໝ, ຜົນງານຂອງຈິດຕະກອນ ຫງວຽນທັງລອງ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມດ້ວຍວີທີສ້າງຮູບທີ່ແຕກຕ່າງ:           

ມີສອງສິ່ງທີ່ແຕກຕ່າງຢູ່ທີ່ນີ້. ທີ່ໜຶ່ງແມ່ນກ່ຽວກັບການສ້າງຮູບ, ຂ້າພະເຈົ້າໄດ້ສົມທົບສິລະປະຍຸກສະໄໝ ແລະ ຢູ່ທີ່ນັ້ນ, ຮູບພາບຂອງບັນດາໂຕສັດແມ່ນສັນຍາລັກຂອງຊາວອາຊີ. ສ່ວນເຊື້ອແວັສແມ່ນສັນຍາລັກຂອງຊາວຕາເວັນຕົກ. ທີສອງແມ່ນ ຂ້າພ້າເຈົ້າໄດ້ສ້າງໂຕປາຫຼົດ ດ້ວຍເຕັກນິກແບບດັ້ງເດີມເກົ່າແກ່ພ້ອມກັບລວດລາຍແມ່ນຮ້ອຍລາຍນີ້ວມື ນັ້ນແມ່ນຂີດໝາຍຂອງວິວັດການສ້າງຮູບ ຊື່ງໄດ້ສ້າງໃຫ້ມີຄວາມງາມພິເສດ.

(ພາບ: ຖຸຍຕຽນ)

 ເມື່ອໄປຊົມງານວາງສະແດງ ມ້າໃນສິລະປະສ້າງຮູບ ມະຫາຊົນໄດ້ຮັບຊົມບັນດາຜົນງານພິເສດກ່ຽວກັບບັນດາໂຕສັດ ກໍ່ຄືໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວລົງຕົວຈິງຄື: ພິມພາບແຕ້ມມ້າ, ແຕ້ມຮູບໃສ່ເຈ້ຍສາ… ເອື້ອຍ ຫງວຽນລານ, ຕາແສງ ດົງດາ ມີຄວາມປະທັບໃຈຕໍ່ການພິມພາບແຕ້ມພື້ນເມືອງທີ່ສຸດ:           

ງານວາງສະແດງນີ້ໄດ້ສ້າງຄວາມປະທັບທີ່ສຸດ, ມີຄວາມແຕກຕ່າງກັບງານວາງສະແດງອື່ນໆ. ບໍ່ພຽງແຕ່ແມ່ນງານວາງແດງຮູບໂຕສັດຕ່າງໆເທົ່ານັ້ນ, ຫາກຍັງແມ່ນບັນດາໂຕສັດໄດ້ໄປພ້ອມກັບຄົນ, ຈາກສິລະປະພື້ນເມືອງ, ສິລະປະທັນສະໄໝ ຕະຫຼອດຮອດໃນໄລຍະຕໍ່ຕ້ານ, ແລ້ວກໍ່ສຳລັບຊາວຊົນເຜົ່າ… ມີຄວາມຫຼາກຫຼາຍທີ່ສຸດ. ພິເສດແມ່ນຂ້າພະເຈົ້າໄດ້ເຂົ້າຮ່ວມການພິມພາບໂຕມ້າ.          

ງານວາງສະແດງໄດ້ເປີດປະຕູແຕ່ນີ້ຮອດວັນທີ 1 ມີນາ ປີ 2026 ຢູ່ຫໍພິພິຕະພັນວິຈິດສິນ ຫວຽດນາມ ຊື່ງໝັ້ນໝາຍຈະນຳມາເຊິ່ງພື້ນທີ່ສິລະປະທີ່ເຕັມໄປດ້ວຍຄຸນຄ່າພື້ນເມືອງ ແລະ ຄວາມໝາຍທາງດ້ານຈິດໃຈໃຫ້ແກ່ຜູ້ຊົມ ພ້ອມທັງໄດ້ສ່ອງແສງໃຫ້ເຫັນລົມຫາຍໃຈຂອງຍຸກສະໄໝໃນຊຸມວັນຕ້ອນຮັບລະດູບານໃໝ່, ປີມະເມຍ 2026./.

(ແຫຼ່ງຄັດຈາກ VOV)

ການຮັກສາຈິດວິນຍານ ຂອງ ສິລະປະ ຂັບໂບ້ຍ ໃນຊີວິດສັງຄົມ ຍຸກປັດຈຸບັນ

ການຮັກສາຈິດວິນຍານ ຂອງ ສິລະປະ ຂັບໂບ້ຍ ໃນຊີວິດສັງຄົມ ຍຸກປັດຈຸບັນ

ທ່າມກາງກະແສອັນຟົດຟື້ນ ຂອງ ບັນດາປະເພດການບັນເທີງ ທີ່ທັນ ສະໄໝ, ສິລະປະ ຂັບໂບ້ຍ - ເຊິ່ງແມ່ນຮູບແບບລະຄອນເທິງເວທີ ພື້ນເມືອງຂອງ ຫວຽດນາມ ກໍາລັງຜະເຊີນກັບຄວາມສ່ຽງ ທີ່ຈະສູນ ຫາຍໄປ. ເຖິງຢ່າງໃດກໍຕາມ, ດ້ວຍຄວາມອົດທົນພະຍາຍາມ ຂອງ ບັນດານັກສິລະປິນ ທີ່ມີຄວາມຮັກ ຢ່າງສຸດໃຈ ຕໍ່ອາຊີບ, ໂດຍສະ ເພາະແມ່ນ ສິລະປິນ ດີເດັ່ນ ຫງອກແຄ໋ງ  ແລະ ຄະນະລະຄອນ ຂັບ ໂບ້ຍ ແຄ໋ງມິງ, ສິລະປະ ປະເພດນີ້ ຍັງຄົງ ໄດ້ຮັບການອະນຸລັກຮັກ ສາ ແລະ ສືບຕໍ່ປະກົດຕົວ ໃນຊີວິດວັດທະນະທໍາ ຮ່ວມສະໄໝ...

Top