• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ລາຍການສິລະປະເພື່ອສະໜັບສະໜູນເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026

ໃນຕອນຄຳ່ຂອງວັນທີ 27 ມິຖຸນາ 2026, ຢູ່ທີ່ ນະຄອນຫຼວງ ຮ່າໂນ້ຍ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດລາຍການສິລະປະເພື່ອສະໜັບສະໜູນເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026 ພາຍໃຕ້ຫົວຂໍ້ “ຮ່ວມກັນສ່ອງແສງໃນມື້ອື່ນ ເພື່ອຊຸມຊົນທີ່ປອດຢາເສບຕິດ".

ເຂົ້າຮ່ວມໃນລາຍການດັ່ງກ່າວ ມີບັນດາສະຫາຍການນຳພັກ, ລັດ, ຜູ້ຕາງໜ້າຈາກບັນດາກະຊວງ, ພະແນກການ, ຂະແໜງການຕ່າງໆ ຂັ້ນສູນກາງ ພ້ອມດ້ວຍນັກຮົບກຳລັງປະກອບອາວຸດ ແລະ ປະຊາຊົນຊາວນະຄອນຫຼວງຢ່າງຫຼວງຫຼາຍ. ລາຍການນີ້ ແມ່ນກິດຈະກຳທີ່ເປັນຈຸດເດັ່ນ ແນໃສ່ສົ່ງສານອັນແຮງກ້າ ກ່ຽວກັບຈິດໃຈຄວາມສາມັກຄີ, ການຮ່ວມມືຢ່າງມີຄວາມຮັບຜິດຊອບສູງ ຂອງທົ່ວສັງຄົມ ໃນການຕໍ່ສູ້ປ້ອງກັນ ແລະ ຕ້ານໄພອັນຕະລາຍຈາກຢາເສບຕິດ, ປົກປັກຮັກສາຄົນຮຸ່ນໜຸ່ມ ແລະ ຮັກສາຄວາມສະຫງົບສຸກໃຫ້ແກ່ທຸກໆ ຄອບຄົວ.  

ຄ່ຳຄືນແຫ່ງສຽງເພງນີ້ ໄດ້ເຕົ້າໂຮມເອົານັກສິລະປິນທີ່ມີຊື່ສຽງຫຼາຍທ່ານ ພ້ອມດ້ວຍລາຍການສະແດງສິລະປະ ອັນດີເລີດ ທີ່ໄດ້ຮັບການຈັດຕັ້ງຢ່າງລະອຽດ ແລະ ພິຖີພິຖັນ, ປະສົມປະສານກັນຢ່າງກົມກຽວ ລະຫວ່າງ ດົນຕີພື້ນເມືອງ ແລະ ທັນສະໄໝ. ບັນດາບົດເພງ ແລະ ລະຄອນສັ້ນ ບໍ່ພຽງແຕ່ຍົກຍ້ອງສັນລະເສີນ ພາບພົດອັນສະຫງ່າຜ່າເຜີຍ ແລະ ຄວາມກ້າຫານ ຂອງນັກຮົບປ້ອງກັນຄວາມສະຫງົບປະຊາຊົນ ຢູ່ເທິງແນວຮົບການຕໍ່ສູ້ອັນຂ້ຽວຂາດເທົ່ານັ້ນ, ແຕ່ຍັງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ໃຫ້ແກ່ຜູ້ຊົມ ຜ່ານບັນດາເລື່ອງລາວ ທີ່ມີລັກສະນະມະນຸດສະທຳ ກ່ຽວກັບການຕື່ນຕົວ ແລະ ການກັບຕົວເປັນຄົນດີ ຂອງຜູ້ທີ່ເຄີຍຫຼົງຜິດ. ຜ່ານພະລັງແຫ່ງການແຜ່ຂະຫຍາຍ ຂອງສິລະປະ, ຄະນະກຳມະການຈັດຕັ້ງ ມຸ່ງຫວັງທີ່ຈະປຸກລະດົມສະຕິຄວາມຕື່ນຕົວ, ຄວາມຮັບຜິດຊອບຂອງພົນລະເມືອງແຕ່ລະຄົນ, ໂດຍສະເພາະແມ່ນ ຊາວໜຸ່ມເຍົາວະຊົນ ໃນການຍົກສູງຄວາມສະດຸ້ງໄວ, ຕັ້ງໜ້າຈຳກັດປັດເປົ່າຢາເສບຕິດ ອອກຈາກຊີວິດການເປັນຢູ່ຂອງສັງຄົມ, ມຸ່ງໄປສູ່ອະນາຄົດອັນສະຫວ່າງສະໄຫວ ແລະ ການພັດທະນາແບບຍືນຍົງ.

ລາຍການສະແດງໜຶ່ງ ຢູ່ໃນພິທີ. ພາບ: ຟ້າມກຽນ - VNA
ລາຍການສະແດງໜຶ່ງ ຢູ່ໃນພິທີ. ພາບ: ຟ້າມກຽນ - VNA
ລາຍການສະແດງໜຶ່ງ ຢູ່ໃນພິທີ. ພາບ: ຟ້າມກຽນ - VNA
ລາຍການສະແດງໜຶ່ງ ຢູ່ໃນພິທີ. ພາບ: ຟ້າມກຽນ - VNA
ລາຍການສະແດງໜຶ່ງ ຢູ່ໃນພິທີ. ພາບ: ຟ້າມກຽນ - VNA
ລາຍການສະແດງໜຶ່ງ ຢູ່ໃນພິທີ. ພາບ: ຟ້າມກຽນ - VNA
ລາຍການສະແດງໜຶ່ງ ຢູ່ໃນພິທີ. ພາບ: ຟ້າມກຽນ - VNA
ລາຍການສະແດງໜຶ່ງ ຢູ່ໃນພິທີ. ພາບ: ຟ້າມກຽນ - VNA

ປະຕິບັດໂດຍ: VNP/VNA

ຮູບເງົາເລື່ອງ ຝົນແດງ ແລະ ເສັ້ນທາງການເຊື່ອມໂຍງ ຍຸດທະ ສາດ ຫວຽດນາມ - ລາວ

ຮູບເງົາເລື່ອງ “ຝົນແດງ” ແລະ ເສັ້ນທາງການເຊື່ອມໂຍງ ຍຸດທະ ສາດ ຫວຽດນາມ - ລາວ

ການສາຍຮູບເງົາເລື່ອງ “ຝົນແດງ” ຢູ່ນະຄອນຫຼວງ ວຽງຈັນ ໄດ້ສ້າງ ຄວາມປະທັບໃຈຢ່າງຍິ່ງໃຫ້ແກ່ຜູ້ຊົມ ແລະ ຕໍ່ເພື່ອນມິດ ລາວ ເປັນ ຈຳນວນຫຼວງຫຼາຍ. ຮູບເງົາເລື່ອງນີ້ ໄດ້ຟື້ນຄືນ ຢ່າງມີຊີວິດຊີວາ ການຕໍ່ສູ້ 81 ວັນຄືນ ຢ່າງອົງອາດກ້າຫານ, ປົກປັກຮັກສາ ກໍາແພງ ເກົ່າ ກວາງຈິ ໃນປີ 1972 ພ້ອມກັບການເສຍສະຫຼະ ອັນໃຫຍ່ຫຼວງ ຂອງ ບັນດານວິລະຊົນ ນັກຮົບ ທີ່ໄດ້ເສຍສະຫຼະ ຊີວິດເພື່ອຊາດ ຫວຽດນາມ ເພື່ອຄວາມອິດສະຫຼະພາບ, ຜືນແຜ່ນດິນ ອັນຄົບຖ້ວນ ຂອງ ປະເທດຊາດ. ຜ່ານຮູບເງົາປະຫວັດສາດ ທີ່ເຕັມໄປດ້ວຍສິລະ ປະ, ເຫດການບໍ່ພຽງແຕ່ຊ່ວຍໃຫ້ ວົງຄະນາຍາດຊາວ ຫວຽດນາມ ແລະ ຄົນຮຸ່ນໜຸ່ມ ຢູ່ລາວ ມີຄວາມເຂົ້າໃຈຍິ່ງຂຶ້ນ ກ່ຽວກັບ ຄຸນຄ່າ ຂອງ ສັນຕິພາບ ເທົ່ານັ້ນ, ແຕ່ຍັງປະກອບສ່ວນ ຮັດແໜ້ນ ໄມຕີຈິດ ມິດຕະພາບ, ຄວາມເຊື່ອມໂຍງ ມູນເຊື້ອ ລະຫວ່າງ ປະຊາຊົນ ສອງ ປະເທດ.

Top