ໃນຕອນຄຳ່ຂອງວັນທີ 27 ມິຖຸນາ 2026, ຢູ່ທີ່ ນະຄອນຫຼວງ ຮ່າໂນ້ຍ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດລາຍການສິລະປະເພື່ອສະໜັບສະໜູນເດືອນແຫ່ງການເຄື່ອນໄຫວປ້ອງກັນ ແລະ ຕ້ານຢາເສບຕິດ ປະຈຳປີ 2026 ພາຍໃຕ້ຫົວຂໍ້ “ຮ່ວມກັນສ່ອງແສງໃນມື້ອື່ນ ເພື່ອຊຸມຊົນທີ່ປອດຢາເສບຕິດ".
ເຂົ້າຮ່ວມໃນລາຍການດັ່ງກ່າວ ມີບັນດາສະຫາຍການນຳພັກ,
ລັດ, ຜູ້ຕາງໜ້າຈາກບັນດາກະຊວງ, ພະແນກການ, ຂະແໜງການຕ່າງໆ ຂັ້ນສູນກາງ
ພ້ອມດ້ວຍນັກຮົບກຳລັງປະກອບອາວຸດ ແລະ ປະຊາຊົນຊາວນະຄອນຫຼວງຢ່າງຫຼວງຫຼາຍ. ລາຍການນີ້
ແມ່ນກິດຈະກຳທີ່ເປັນຈຸດເດັ່ນ ແນໃສ່ສົ່ງສານອັນແຮງກ້າ ກ່ຽວກັບຈິດໃຈຄວາມສາມັກຄີ,
ການຮ່ວມມືຢ່າງມີຄວາມຮັບຜິດຊອບສູງ ຂອງທົ່ວສັງຄົມ ໃນການຕໍ່ສູ້ປ້ອງກັນ
ແລະ ຕ້ານໄພອັນຕະລາຍຈາກຢາເສບຕິດ, ປົກປັກຮັກສາຄົນຮຸ່ນໜຸ່ມ
ແລະ ຮັກສາຄວາມສະຫງົບສຸກໃຫ້ແກ່ທຸກໆ ຄອບຄົວ.
ຄ່ຳຄືນແຫ່ງສຽງເພງນີ້ ໄດ້ເຕົ້າໂຮມເອົານັກສິລະປິນທີ່ມີຊື່ສຽງຫຼາຍທ່ານ ພ້ອມດ້ວຍລາຍການສະແດງສິລະປະ ອັນດີເລີດ
ທີ່ໄດ້ຮັບການຈັດຕັ້ງຢ່າງລະອຽດ ແລະ ພິຖີພິຖັນ, ປະສົມປະສານກັນຢ່າງກົມກຽວ
ລະຫວ່າງ ດົນຕີພື້ນເມືອງ ແລະ ທັນສະໄໝ. ບັນດາບົດເພງ ແລະ ລະຄອນສັ້ນ
ບໍ່ພຽງແຕ່ຍົກຍ້ອງສັນລະເສີນ ພາບພົດອັນສະຫງ່າຜ່າເຜີຍ ແລະ ຄວາມກ້າຫານ
ຂອງນັກຮົບປ້ອງກັນຄວາມສະຫງົບປະຊາຊົນ ຢູ່ເທິງແນວຮົບການຕໍ່ສູ້ອັນຂ້ຽວຂາດເທົ່ານັ້ນ,
ແຕ່ຍັງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ໃຫ້ແກ່ຜູ້ຊົມ
ຜ່ານບັນດາເລື່ອງລາວ ທີ່ມີລັກສະນະມະນຸດສະທຳ ກ່ຽວກັບການຕື່ນຕົວ ແລະ
ການກັບຕົວເປັນຄົນດີ ຂອງຜູ້ທີ່ເຄີຍຫຼົງຜິດ. ຜ່ານພະລັງແຫ່ງການແຜ່ຂະຫຍາຍ ຂອງສິລະປະ,
ຄະນະກຳມະການຈັດຕັ້ງ ມຸ່ງຫວັງທີ່ຈະປຸກລະດົມສະຕິຄວາມຕື່ນຕົວ,
ຄວາມຮັບຜິດຊອບຂອງພົນລະເມືອງແຕ່ລະຄົນ, ໂດຍສະເພາະແມ່ນ
ຊາວໜຸ່ມເຍົາວະຊົນ ໃນການຍົກສູງຄວາມສະດຸ້ງໄວ, ຕັ້ງໜ້າຈຳກັດປັດເປົ່າຢາເສບຕິດ
ອອກຈາກຊີວິດການເປັນຢູ່ຂອງສັງຄົມ, ມຸ່ງໄປສູ່ອະນາຄົດອັນສະຫວ່າງສະໄຫວ
ແລະ ການພັດທະນາແບບຍືນຍົງ.
ລາຍການສະແດງໜຶ່ງ ຢູ່ໃນພິທີ. ພາບ: ຟ້າມກຽນ - VNA