ພາຍຫຼັງການຢ້ຽມຢາມ, ສອງປະເທດຈະສືບຕໍ່ຫັນບັນດາຄວາມຮັບຮູ້ລວມຂັ້ນສູງໃຫ້ປະກົດຜົນເປັນຈິງ, ສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 25 ຕື້ USD ຕາມທິດດຸ່ນດ່ຽງກວ່າ; ຜັນຂະຫຍາຍຂໍ້ລິເລີ່ມ “ສາມເຊື່ອມຕໍ່” ກ່ຽວກັບລະບົບການສະໜອງ, ບັນດາຂະແໜງເສດຖະກິດ, ທ້ອງຖິ່ນ, ວິສາຫະກິດ ແລະ ການເຕີບໂຕສີຂຽວ, ຍືນຍົງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ເປັນປະທານພິທີຕ້ອນຮັບ ພະບາດສົມເດັດພຣະເຈົ້າມະຫາວະຊິຣະລົງກອນ ແລະ ພຣະຣາຊີນີ ສຸທິດາ ແຫ່ງລາຊະອານາຈັກ ໄທ (ພາບ: VNA)
ການຢ້ຽມຢາມຫວຽດນາມ ທາງລັດຖະກິດຂອງ ພະບາດສົມເດັດພຣະເຈົ້າມະຫາວະຊິຣະລົງກອນ ແລະ ພຣະຣາຊີນີແຫ່ງລາຊະອານາຈັກ ໄທ ແຕ່ວັນທີ 14 – 16 ກັນຍາ 2026 ຕາມຄຳເຊື້ອເຊີນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາມີຄວາມໝາຍປະຫວັດສາດ, ເປີດເສັ້ນທາງໃໝ່ໃນການພົວພັນສອງປະເທດ ນີ້ແມ່ນການຢັ້ງຢືນຂອງທ່ານ ຫງວຽນແມັງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນຂອງການຢ້ຽມຢາມ.
/ຕາມ ທ່ານ ຫງວຽນແມັງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ການຢ້ຽມຢາມ ໄດ້ເຕົ້າໂຮມສາມຂີດໝາຍສຳຄັນ: ເປັນຄັ້ງທຳອິດ ພະບາດສົມເດັດພຣະເຈົ້າມະຫາວະຊິຣະລົງກອນ ແຫ່ງຊາຊະອານາຈັກໄທ ມາຢ້ຽມຢາມ ຫວຽດນາມນັບແຕ່ເວລາສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1976, ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ແລະ ໃນສະພາບການພົວພັນສອງປະເທດໄດ້ຍົກຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານເມື່ອເດືອນພຶດສະພາ 2025.
ພາຍຫຼັງການຢ້ຽມຢາມ, ສອງປະເທດຈະສືບຕໍ່ຫັນບັນດາຄວາມຮັບຮູ້ລວມຂັ້ນສູງໃຫ້ປະກົດຜົນເປັນຈິງ, ສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 25 ຕື້ USD ຕາມທິດດຸ່ນດ່ຽງກວ່າ; ຜັນຂະຫຍາຍຂໍ້ລິເລີ່ມ “ສາມເຊື່ອມຕໍ່” ກ່ຽວກັບລະບົບການສະໜອງ, ບັນດາຂະແໜງເສດຖະກິດ, ທ້ອງຖິ່ນ, ວິສາຫະກິດ ແລະ ການເຕີບໂຕສີຂຽວ, ຍືນຍົງ.
(ແຫຼ່ງຄັດຈາກ VOV)