ໂຮງລະຄອນສິລະປະຂັບ ໂບ້ຍ (ສະແດງ ລິເກ) ນະຄອນ ໂຮ່ຈີມິນ ໄດ້ຮັບມອບໝາຍ ໃຫ້ປົກປັກຮັກສາ, ອະນຸລັກ ແລະ ພັດທະນາ ສິ ລະປະຂັບ ໂບ້ຍ. ຫຼັງຈາກໄດ້ຢຸດຊົ່ວຄາວ ຍ້ອນໂຄວິດ-19, ລາຍ ການສະແດງສິລະປະ ຂັບ ໂບ້ຍ ຂອງໂຮງລະຄອນສິລະປະ ຂັບ ໂບ້ຍ ນະຄອນໂຮ່ຈີມິນ ໄດ້ກັບຄືນສະແດງ ຮັບໃຊ້ປະຊາຊົນ ຢ່າງເປັນທາງການຢູ່ສຸສານ ເລວັນຢວຽດ ແລະ ສວນສັດ ຖາວເກີ່ມ
ລາຍການຂັບ ໂບ້ຍ ໄດ້ສະແດງເປັນປະຈຳໃນທ້າຍອາທິດ ຢູ່ສຸສານ ເລວັນຢວຽດ (ເມືອງ ບິ່ງແທັກ) ແລະ ວິຫານ ຮຸ່ງ (ຕໍ່ໜ້າສວນ ສັດ ຖາວເກີ່ມວຽນ, ເຂດ 1) ຊຶ່ງແຕ່ກ່ອນແມ່ນໂຮງລະຄອນສິລະປະ ຂັບ ໂບ້ຍ ນະຄອນ ໂຮ່ຈີມິນ ສົມທົບກັບ ບັນດາຫົວໜ່ວຍຜັນຂະຫຍາຍປະຕິບັດ ແຕ່ປີ 2020, ພາຍໃຕ້ການຊີ້ນຳຂອງພະແນກວັດທະນະ ທຳ ແລະ ກິລາ ນະຄອນ ໂຮ່ຈິມິນ. ການສະແດງແມ່ນເພື່ອແນໃສ່ນຳສິລະປະ ຂັບ ໂບ້ຍ ໃຫ້ໃກ້ຊິດກັບປະຊາຊົນ, ກໍ່ຄືຮັບໃຊ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.
ຂັບ ໂບ້ຍ ແມ່ນຮູບການສະແດງ ເທິງເວທີ ມີລັກສະນະວາດ ພາບຄືນ, ສະນັ້ນ ການແຕ່ງໜ້າກໍ່ພິເສດ ເພື່ອສະແດງໃຫ້ເຫັນຕົວ ລະຄອນຢ່າງຈະແຈ້ງ. ພາບ: ທົງຫາຍ/VNP
ນັກສິລະປິນຕ້ອງແຕ່ງຕົວໃຫ້ກົງກັບບຸກຄະລິກລັກສະນະ. ພາບ: ທົງຫາຍ/VNP
ການແຕ່ງໜ້າ, ການທາສີໃບໜ້າ, ຈາກຮູບຮ່າງໄປຫາສີ, ເຄື່ອງແຕ່ງກາຍ ແລະ ທ່າທາງແມ່ນຖືກກໍານົດຢ່າງຊັດເຈນ.ພາບ: ທົງຫາຍ/VNP
ເພື່ອຮັບປະກັນຄວາມປອດໄພໃນການປ້ອງກັນ ແລະ ຕ້ານການແຜ່ລະບາດ ຂອງ ໂລກລະບາດ, ຄະນະຈັດຕັ້ງໄດ້ຈັດໃຫ້ມີຜູ້ຊົມພຽງປະ ມານ 30 ກວ່າຄົນເຂົ້າຊົມພ້ອມກັນ. ເຖິງຢ່າງໃດກໍຕາມ, ນັ້ນບໍ່ໄດ້ໝາຍຄວາມວ່າ ການສະແດງບໍ່ມີຄວາມເຊື່ອມໂຍງ ແລະ ຄວາມຮັກແພງຂອງຜູ້ຊົມ ສໍາລັບໃຫ້ແກ່ຂັບ ໂບ້ຍ.
ນັກສິລະປິນ ດີເດັ່ນ ຫືວແຢງ - ຜູ້ມີບົດບາດສຳຄັນໃນການຝຶກອົບ ຮົມ ກຳລັງໜຸ່ມຂອງໂຮງລະຄອນສິລະປະ ຂັບ ໂບ້ຍ ນະຄອນ ໂຮ່ຈີ ມິນ ໃຫ້ຮູ້ວ່າ “ໂຮງລະຄອນສິລະປະຂັບ ໂບ້ຍ ນະຄອນ ໂຮ່ຈິມິນ ໄດ້ ຮັບມອບໝາຍ ໃຫ້ປົກປັກຮັກສາ, ອະນຸລັກ ແລະ ພັດທະນາສິ ລະປະ ຂັບ ໂບ້ຍ. ແຕ່ຖ້າບໍ່ໄດ້ສະແດງ ກໍ່ໝາຍຄວາມວ່າ ບໍ່ສາມາດ ຄົງຕົວໄດ້. ຢູ່ສວນສັດ ຖາວເກີ່ມວຽນ, ຈຳນວນຄົນມາຫຼິ້ນເປັນຈຳ ນວນຫຼວງຫຼາຍ, ທັງຄອບຄົວສາມາດເຂົ້າໃກ້ກັບ ຂັບ ໂບ້ຍ ໄດ້. ໃນອະນາຄົດ, ເມື່ອໂລກລະບາດ ສິ້ນສຸດລົງ ແລະ ການທ່ອງທ່ຽວ ໄດ້ ເປີດກ້ວາງ, ນີ້ແມ່ນສະຖານທີ່ເໝາະສົມເພື່ອຮັບໃຊ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ”.
ກະກຽມຊຸດ ການສະແດງ. ພາບ: ທົງຫາຍ/VNP
ຮອຍຍິ້ມທີ່ເບີກບານຢູ່ເບື້ອງຫຼັງຂອງນັກຮ້ອງ. ພາບ: ທົງຫາຍ/VNP
ວົງດົນຕີໃນສິລະປະ ຂັບ ໂບ້ຍ. ພາບ: ທົງຫາຍ/VNP
ບັນດາຕົວລະຄອນ ໄດ້ແຕ່ງຮູບຊົງຢ່າງປະທັບໃຈ. ພາບ: ທົງຫາຍ/VNP
ທ່ານ ຫວໍໂຮ່ຮວ່າງຫວູ, ຮັກສາການຜູ້ອຳນວຍການໂຮງລະຄອນສິລະປະ ຂັບ ໂບ້ຍ ກ່າວວ່າ ໃນໄລຍະຢຸດພັກເປັນ ເວລາ 4 ເດືອນ ຍ້ອນການແຜ່ລະບາດ ຂອງ ໂຄວິດ-19, ບັນດາ ນັກສິລະປິນ ໃນ ໂຮງ ລະຄອນ ຍັງຄົງຝຶກແອບຢ່າງຫ້າວຫັນ ຜ່ານທາງອອນລາຍ, ທັງທົບທວນຄືນບົດລະຄອນເກົ່າ, ທັງສ້າງລາຍການໃໝ່. ປັດຈຸບັນ, ໂຮງລະຄອນ ຫາກໍ່ສໍາເລັດ ການສ້າງລະຄອນໃໝ່, ເຊິ່ງຢູ່ໃນ ຂັ້ນ ຕອນການຂໍອະນຸມັດ ແລະ ຄາດວ່າຈະອອກຮັບໃຊ້ ໃນມໍ່ໆ ນີ້.
ການຂັບ ໂບ້ຍ, ນັກສິລະປິນ ຂອງ ໂຮງລະຄອນສິລະປະ ຂັບ ໂບ້ຍ ນະຄອນ ໂຮ່ຈີມິນ ສະແດງໄດ້ຈິດໃຈ ຂອງ ຕົວລະຄອນ ເພື່ອເຮັດໃຫ້ການສະແດງມີສີສັນພິເສດ. ພາບ: ທົງຫາຍ/VNP
ລາຍການສະແດງສິລະປະ ຂັບ ໂບ້ຍ ຂອງໂຮງລະຄອນ ສິລະ ປະ ຂັບໂບ້ຍ ນະຄອນ ໂຮ່ຈີມິນ ໄດ້ກັບຄືນສະແດງ ຮັບໃຊ້ ປະຊາ ຊົນ ແລະ ນັກທ່ອງທ່ຽວ ຢ່າງເປັນທາງການຢູ່ສຸສານ ເລວັນຢວຽດ (ເຂດ ບິ່ງແທກ) ແລະ ເດີ່ມ ຂອງ ວິຫານ ຮຸ່ງ (ສວນສັດ ຖາວເກີ່ມ ວຽນ, ເມືອງ 1) ໃນເຊົ້າວັນ ເສົາ ແລະ ວັນ ອາທິດ ຂອງ ທຸກໆ ອາທິດ. ພາບ: ທົງຫາຍ/VNP
ບັນດານັກສິລະປິນ ຂອງ ໂຮງລະຄອນສິລະປະ ຂັບ ໂບ້ຍ ນະ ຄອນ ໂຮ່ຈີມິນ ສະແດງຄວາມຂອບໃຈ ຕໍ່ທ່ານ ຜູ້ຊົມ. ພາບ: ທົງຫາຍ/VNP
ປະຕິບັດ: ທົງຫາຍ - ແປໂດຍ: ຢືຟຽນ