ສິລະປະ

ສະຖານທີ່ອະນຸລັກ ແລະ ສົ່ງເສີມສິລະປະ ຂັບ ໂບ້ຍ

ໂຮງລະຄອນສິລະປະຂັບ ໂບ້ຍ (ສະແດງ ລິເກ) ນະຄອນ​ ໂຮ່ຈີ​ມິນ​ ໄດ້​ຮັບ​ມອບ​ໝາຍ​ ໃຫ້ປົກ​ປັກ​ຮັກສາ, ອະນຸລັກ ​ແລະ ພັດທະນາ​ ສິ ລະປະ​ຂັບ​ ໂບ້ຍ. ຫຼັງ​ຈາກ​ໄດ້​ຢຸດ​​ຊົ່ວຄາວ​ ຍ້ອນ​ໂຄ​ວິດ-19, ລາຍ ການ​ສະ​ແດງ​ສິລະ​ປະ​ ຂັບ ໂບ້ຍ ​ຂອງ​ໂຮງ​ລະຄອນ​ສິລະ​ປະ ຂັບ ໂບ້ຍ ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ກັບ​ຄືນ​ສະແດງ ຮັບໃຊ້​ປະຊາຊົນ​ ຢ່າງ​ເປັນ​ທາງ​ການ​ຢູ່​ສຸສານ ​ເລ​ວັນ​ຢວຽດ ​ແລະ ສວນສັດ​ ຖາວເກີ່ມ

ລາຍການຂັບ ໂບ້ຍ ໄດ້ສະ​ແດງ​ເປັນ​ປະຈຳ​ໃນ​​ທ້າຍ​ອາທິດ ​ຢູ່​ສຸສານ ເລວັນຢວຽດ (​ເມືອງ ບິ່ງແທັກ) ​ແລະ ວິຫານ ຮຸ່ງ (ຕໍ່ໜ້າ​ສວນ ສັດ ຖາວເກີ່ມວຽນ, ​ເຂດ 1) ຊຶ່ງ​ແຕ່​ກ່ອນແມ່ນ​ໂຮງ​ລະຄອນ​ສິລະປະ ຂັບ ໂບ້ຍ ນະຄອນ ໂຮ່ຈີມິນ ສົມທົບກັບ ​ບັນດາ​ຫົວໜ່ວຍ​ຜັນ​ຂະຫຍາຍ​ປະຕິບັດ ​ແຕ່​ປີ 2020, ພາຍໃຕ້ການ​ຊີ້​ນຳ​ຂອງ​ພະ​ແນ​ກວັດທະນະ ທຳ ​ແລະ ກິລາ ນະຄອນ ​ໂຮ່ຈິ​ມິນ. ການສະແດງແມ່ນ​ເພື່ອ​ແນ​ໃສ່​ນຳ​ສິລະ​ປະ ຂັບ ໂບ້ຍ ​ໃຫ້​ໃກ້ຊິດ​ກັບ​ປະຊາຊົນ, ກໍ່ຄືຮັບ​ໃຊ້​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ຂັບ ໂບ້ຍ ແມ່ນ​ຮູບ​ການສະແດງ ເທິງເວທີ​ ມີລັກສະນະວາດ ພາບຄືນ, ສະ​ນັ້ນ ການ​ແຕ່ງ​ໜ້າ​ກໍ່​​ພິ​ເສດ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຕົວ ລະຄອນຢ່າງ​ຈະ​ແຈ້ງ. ພາບ: ທົງຫາຍ/VNP

ນັກສິລະປິນຕ້ອງແຕ່ງຕົວໃຫ້ກົງກັບບຸກຄະລິກລັກສະນະ. ພາບ: ທົງຫາຍ/VNP 

ການແຕ່ງໜ້າ, ການທາສີໃບໜ້າ, ຈາກຮູບຮ່າງໄປຫາສີ, ເຄື່ອງແຕ່ງກາຍ ແລະ ທ່າທາງແມ່ນຖືກກໍານົດຢ່າງຊັດເຈນ.ພາບ: ທົງຫາຍ/VNP 


ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພໃນການປ້ອງກັນ ແລະ ​ຕ້ານ​ການ​ແຜ່​ລະບາດ​ ຂອງ​ ໂລກລະບາດ, ຄະນະ​ຈັດ​ຕັ້ງ​ໄດ້​ຈັດ​ໃຫ້​ມີ​ຜູ້​ຊົມ​ພຽງປະ ມານ 30 ກວ່າ​ຄົນ​ເຂົ້າ​ຊົມ​ພ້ອມ​ກັນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ​ການ​ສະ​ແດງບໍ່​ມີ​ຄວາມ​ເຊື່ອມ​ໂຍງ ​ແລະ ​ຄວາມ​ຮັກ​ແພງ​ຂອງ​ຜູ້​ຊົມ​ ສໍາລັບໃຫ້ແກ່ຂັບ ໂບ້ຍ. 

 ນັກ​ສິລະ​ປິນ ດີເດັ່ນ ຫືວແຢງ - ຜູ້​ມີ​ບົດບາດ​ສຳຄັນ​ໃນ​ການ​ຝຶກ​ອົບ ຮົມ ​ກຳລັງ​ໜຸ່ມ​ຂອງ​ໂຮງ​ລະຄອນ​ສິລະ​ປະ​ ຂັບ ໂບ້ຍ ນະຄອນ ໂຮ່ຈີ ມິນ ໃຫ້ຮູ້ວ່າ ໂຮງ​ລະ​ຄອນ​ສິ​ລະ​ປະ​ຂັບ ໂບ້ຍ ນະ​ຄອນ​ ໂຮ່​ຈິ​ມິນ ໄດ້​ ຮັບ​ມອບ​ໝາຍ​ ໃຫ້​ປົກ​ປັກ​ຮັກສາ, ອະນຸລັກ​ ແລະ ພັດທະນາ​ສິ ລະ​ປະ​ ຂັບ ໂບ້ຍ. ແຕ່ຖ້າບໍ່ໄດ້ສະແດງ ກໍ່ໝາຍຄວາມວ່າ ບໍ່ສາມາດ ຄົງຕົວໄດ້. ຢູ່​ສວນ​ສັດ ​ຖາວເກີ່ມວຽນ, ຈຳນວນ​ຄົນ​ມາ​ຫຼິ້ນ​ເປັນ​ຈຳ ນວນ​ຫຼວງ​ຫຼາຍ, ທັງ​ຄອບຄົວ​ສາມາດ​ເຂົ້າ​ໃກ້​ກັບ ຂັບ ໂບ້ຍ ໄດ້. ​ໃນ​ອະນາຄົດ, ​ເມື່ອ​ໂລກ​ລະບາດ ​ສິ້ນ​ສຸດ​ລົງ ​ແລະ ການທ່ອງທ່ຽວ ​ໄດ້ ເປີດ​ກ້ວາງ, ນີ້​ແມ່ນ​ສະຖານ​ທີ່​ເໝາະ​ສົມ​ເພື່ອ​ຮັບ​ໃຊ້​ນັກທ່ອງທ່ຽວ​ທັງພາຍ​ໃນ ​ແລະ ຕ່າງປະ​ເທດ”. 


ກະກຽມຊຸດ ການສະແດງ. ພາບ: ທົງຫາຍ/VNP

ຮອຍຍິ້ມທີ່ເບີກບານຢູ່ເບື້ອງຫຼັງຂອງນັກຮ້ອງ. ພາບ: ທົງຫາຍ/VNP

ວົງດົນຕີໃນສິລະປະ ຂັບ ໂບ້ຍ. ພາບ: ທົງຫາຍ/VNP

ບັນດາຕົວລະຄອນ ໄດ້ແຕ່ງຮູບຊົງຢ່າງປະທັບໃຈ. ພາບ: ທົງຫາຍ/VNP

ທ່ານ ຫວໍໂຮ່ຮວ່າງຫວູ, ຮັກສາການຜູ້ອຳນວຍການໂຮງລະຄອນສິລະປະ ຂັບ ໂບ້ຍ ກ່າວວ່າ ໃນໄລຍະຢຸດພັກເປັນ ເວລາ 4 ເດືອນ ຍ້ອນການແຜ່ລະບາດ ຂອງ ໂຄວິດ-19, ບັນດາ ນັກສິລະປິນ ໃນ ໂຮງ ລະຄອນ ຍັງຄົງຝຶກແອບຢ່າງຫ້າວຫັນ ຜ່ານທາງອອນລາຍ, ທັງທົບທວນຄືນບົດລະຄອນເກົ່າ, ທັງສ້າງລາຍການໃໝ່. ປັດຈຸບັນ, ໂຮງລະຄອນ ຫາກໍ່ສໍາເລັດ ການສ້າງລະຄອນໃໝ່, ເຊິ່ງຢູ່ໃນ ຂັ້ນ ຕອນການຂໍອະນຸມັດ ແລະ ຄາດວ່າຈະອອກຮັບໃຊ້ ໃນມໍ່ໆ ນີ້.

ການຂັບ ໂບ້ຍ, ນັກສິລະປິນ ຂອງ ໂຮງລະຄອນສິລະປະ ຂັບ ໂບ້ຍ ນະຄອນ ໂຮ່ຈີມິນ ສະແດງໄດ້ຈິດໃຈ ຂອງ ຕົວລະຄອນ ເພື່ອເຮັດໃຫ້ການສະແດງມີສີສັນພິເສດ. ພາບ: ທົງຫາຍ/VNP
ລາຍການສະແດງສິລະປະ ຂັບ ໂບ້ຍ ຂອງໂຮງລະຄອນ ສິລະ ປະ ຂັບໂບ້ຍ ນະຄອນ ໂຮ່ຈີມິນ ໄດ້ກັບຄືນສະແດງ ຮັບໃຊ້ ປະຊາ ຊົນ ແລະ ນັກທ່ອງທ່ຽວ ຢ່າງເປັນທາງການຢູ່ສຸສານ ເລວັນຢວຽດ (ເຂດ ບິ່ງແທກ) ແລະ ເດີ່ມ ຂອງ ວິຫານ ຮຸ່ງ (ສວນສັດ ຖາວເກີ່ມ ວຽນ, ເມືອງ 1) ໃນເຊົ້າວັນ ເສົາ ແລະ ວັນ ອາທິດ ຂອງ ທຸກໆ ອາທິດ. ພາບ: ທົງຫາຍ/VNP

ບັນດານັກສິລະປິນ ຂອງ ໂຮງລະຄອນສິລະປະ ຂັບ ໂບ້ຍ ນະ ຄອນ ໂຮ່ຈີມິນ ສະແດງຄວາມຂອບໃຈ ຕໍ່ທ່ານ ຜູ້ຊົມ. ພາບ: ທົງຫາຍ/VNP

top