ວັນທີ 16 ສິງຫາ, ມີຜູ້ມີສິດເລືອກຕັ້ງທີ່ຕາງໜ້າໃຫ້ກວ່າ 395.000 ຄອບຄົວໃນບໍລິເວນແຂວງ ກວາງນິງ ໄດ້ເຂົ້າຮ່ວມການປ່ອນບັດເລືອກຕັ້ງ ເພື່ອເລືອກເອົາປະທານບ້ານ, ຫົວໜ້າເຂດຖະໜົນ ອາຍຸການ 2026 – 2031.
ສະຖານທີ່ບ່ອນບັດໄດ້ຈັດຢູ່ຫໍວັດທະນະທຳຂອງ 624 ບ້ານ, ເຂດຖະໜົນໃນບໍລິເວນແຂວງ ກວາງນິງ (ພາບ: VNA)
ວັນທີ 16 ສິງຫາ, ມີຜູ້ມີສິດເລືອກຕັ້ງທີ່ຕາງໜ້າໃຫ້ກວ່າ 395.000 ຄອບຄົວໃນບໍລິເວນແຂວງ ກວາງນິງ ໄດ້ເຂົ້າຮ່ວມການປ່ອນບັດເລືອກຕັ້ງ ເພື່ອເລືອກເອົາປະທານບ້ານ, ຫົວໜ້າເຂດຖະໜົນ ອາຍຸການ 2026 – 2031.
ບັນດາສະຖານທີ່ບ່ອນບັດໄດ້ຈັດຢູ່ຫໍວັດທະນະທຳຂອງ 624 ບ້ານ, ເຂດຖະໜົນໃນບໍລິເວນແຂວງ ກວາງນິງ, ເລີ່ມແຕ່ 7 ໂມງ 30 ນາທີ. ປະຊາຊົນເຂດຕົວເມືອງ, ຊົນນະບົດ, ເຂດພູດອຍ, ໝູ່ເກາະຕາງໜ້າໃຫ້ບັນດາຄອບຄົວໄດ້ເລືອກຕັ້ງບັນດາປະທານບ້ານ, ຫົວໜ້າເຂດຖະໜົນໃໝ່ ພາຍຫຼັງຫົວໜ່ວຍຂັ້ນບ້ານໄດ້ຊັບຊ້ອນຄືນນັບແຕ່ວັນທີ 01 ກໍລະກົດ 2026.
ທ່ານ ຊາຍຕິນຮາຍ, ປະຊາຊົນບ້ານ ເກືອເຂົາ, ຕາແສງ ແຮວ່ງໂມ ຕີລາຄາວ່າ ບົດບາດຂອງປະທານບ້ານໃໝ່ຈະຍິ່ງມີຄວາມສຳຄັນກວ່າ, ໜ້າທີ່ຄວາມຮັບຜິດຊອບກໍ່ໜັກໜ່ວງກວ່າເມື່ອແຕ່ລະເຂດບ້ານລ້ວນແຕ່ກວ້າງກວ່າ, ມີປະຊາຊົນຫຼາຍກວ່າ.
“ເມື່ອທຽບໃສ່ຊຸມປີກ່ອນໆແລ້ວ ປະທານບ້ານກໍ່ໜຸ່ມແໜ້ນກວ່າ, ນຳພາທັງບ້ານ ເກືອເຂົາ ນີ້ ຈະເຮັດໄດ້ສິ່ງດີງາມຫຼາຍຢ່າງກວ່າຕາມຄວາມມຸ່ງມາດປາດຖະໜາຂອງພໍ່ແມ່ປະຊາຊົນ”.
ໃນຕອນເຊົ້າວັນທີ 16 ສິງຫາ, ຢູ່ຫຼາຍບ້ານ, ເຂດຖະໜົນໄດ້ປະຕິບັດສຳເລັດການເລືອກຕັ້ງ ແລະ ປະກາດຜົນການເລືອກຕັ້ງ, ສືບຕໍ່ຍື່ນສະເໜີຕໍ່ຂັ້ນມີສິດອຳນາດພິຈາລະນາ, ປະຕິບັດບັນດາຂັ້ນຕອນຕໍ່ໄປຕາມຂໍ້ກຳນົດ.
(ແຫຼ່ງຄັດຈາກ VOV)