ຂ່າວສານ

ວັນເລືອກຕັ້ງປະທານບ້ານ, ຫົວໜ້າເຂດຖະໜົນຢູ່ ກວາງນິງ ທີ່ຄຶກຄື້ນ

ວັນທີ 16 ສິງຫາ, ມີຜູ້ມີສິດເລືອກຕັ້ງທີ່ຕາງໜ້າໃຫ້ກວ່າ 395.000 ຄອບຄົວໃນບໍລິເວນແຂວງ ກວາງນິງ ໄດ້ເຂົ້າຮ່ວມການປ່ອນບັດເລືອກຕັ້ງ ເພື່ອເລືອກເອົາປະທານບ້ານ, ຫົວໜ້າເຂດຖະໜົນ ອາຍຸການ 2026 – 2031.
ສະຖານທີ່ບ່ອນບັດໄດ້ຈັດຢູ່ຫໍວັດທະນະທຳຂອງ 624 ບ້ານ, ເຂດຖະໜົນໃນບໍລິເວນແຂວງ ກວາງນິງ (ພາບ: VNA)

ວັນ​ທີ 16 ສິງ​ຫາ, ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ຕາງ​ໜ້າ​ໃຫ້​ກວ່າ 395.000 ຄອບ​ຄົວ​ໃນ​ບໍ​ລິ​ເວນ​ແຂວງ ກວ​າງ​ນິງ ໄດ້​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ເພື່ອ​ເລືອ​ກ​ເອົາ​ປະທານ​ບ້ານ, ຫົວ​ໜ້າ​ເຂດ​ຖະ​ໜົນ ອາ​ຍຸ​ການ 2026 – 2031.

ບັນ​ດາ​ສະ​ຖານ​ທີ່​ບ່​ອນ​ບັດໄດ້ຈັດ​ຢູ່ຫໍ​ວັດ​ທະ​ນະ​ທຳ​ຂອງ 624 ບ້ານ, ເຂດ​ຖະ​ໜົນ​ໃນ​ບໍ​ລິ​ເວນ​ແຂວງ ກວາງ​ນິງ, ເລີ່ມ​ແຕ່ 7 ໂມງ 30 ນາ​ທີ. ປະ​ຊາ​ຊົນ​ເຂດ​ຕົວ​ເມືອງ, ຊົນ​ນະ​ບົດ, ເຂດ​ພູ​ດອຍ, ໝູ່​ເກາະ​ຕາງ​ໜ້າ​ໃຫ້​ບັນ​ດາ​ຄອ​ບ​ຄົວ​ໄດ້​ເລືອກ​ຕັ້ງ​ບັນ​ດາ​ປະທານ​ບ້ານ, ຫົວ​ໜ້າ​ເຂດ​ຖະ​ໜົນ​ໃໝ່ ພາຍ​ຫຼັງ​ຫົວ​ໜ່ວຍ​ຂັ້ນ​ບ້ານ​ໄດ​້​ຊັບ​ຊ້ອນ​ຄືນ​ນັບ​ແຕ່​ວັນ​ທີ 01 ກໍ​ລະ​ກົດ 2026.

ທ່ານ ຊາຍ​ຕິນ​ຮາຍ, ປະຊາຊົນບ້ານ ເກືອ​ເຂົາ, ຕາ​ແສງ ແຮວ່ງ​ໂມ ຕີ​ລ​າ​ຄາວ່າ ​ບົດ​ບາດຂອງ​ປະທານບ້ານ​ໃໝ່​ຈະ​ຍິ່ງ​ມີ​ຄວ​າມ​ສຳ​ຄັນ​ກວ່າ, ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບກໍ່​ໜັກ​ໜ່ວງກວ່າ​ເມື່ອ​ແຕ່ລະເຂດ​ບ້ານ​ລ້ວ​ນ​ແຕ່ກວ້າງ​ກວ່າ, ມີ​ປະ​ຊາ​ຊົນ​ຫຼາຍກວ່າ.

“ເມື່ອ​ທຽບ​ໃສ່ຊຸມ​ປີ​ກ່ອນໆແລ້ວ ປະທານ​ບ້ານກໍ່​ໜຸ່ມ​ແໜ້ນກວ່າ, ​ນຳພາ​ທັງ​ບ້ານ ເກືອ​ເຂົາ ນີ້ ຈະ​ເຮັດ​ໄດ້​ສິ່ງ​ດີ​ງາມ​ຫຼາຍ​ຢ່າງກວ່າ​ຕາມ​ຄວາມ​ມຸ່ງ​ມາດ​ປ​າດ​ຖະ​ໜາ​ຂອງ​ພໍ່​ແມ່​ປະ​ຊາ​ຊົ​ນ”.

ໃນ​ຕອນ​ເຊົ້າ​ວັນ​ທີ 16 ສິງ​ຫາ, ຢູ່​ຫຼາຍ​ບ້ານ, ເຂດ​ຖ​ະ​ໜົນ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ການ​ເລືອກ​ຕັ້ງ ແລະ ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ, ສືບ​ຕໍ່​ຍື່ນ​ສະ​ເໜີ​ຕໍ່​ຂັ້ນ​ມີ​ສິດ​ອຳ​ນາດ​ພິ​ຈາ​ລະ​ນາ, ປະ​ຕິ​ບັດ​ບັນ​ດາ​ຂັ້ນ​ຕອນ​ຕໍ່​ໄປ​ຕາມ​ຂໍ້​ກຳ​ນົດ.


top