ຂ່າວສານ ມີນັກສຶກສາ ລາວ ແລະ ກຳປູເຈຍ ກວ່າ 170 ຄົນ ທີ່ຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ ໄດ້ຮັບເປັນ ລູກລ້ຽງຂອງຄອບຄົວ ຫວຽດນາມ 22/06/2026 ພິທີຮັບນັກສຶກສາເປັນລລູກລ້ຽງນອນໃນຂອບເຂດໂຄງການ “ຄອບຄົວ ຫວຽດາມ ກັບນັກສຶກສາ ລາວ ແລະ ກຳປູເຈຍ ຢູ່ນະຄອນ ໂຮ່ຈີມິນ” ປີ 2026, ເຊິ່ງໄດ້ດຳເນີນໃນວັນທີ 20 ມິຖຸນາ, ຢູ່ມະຫາວິທະຍາໄລແພດສາດ ຟ້າມງອກແທັກ, ນະຄອນ ໂຮ່ຈີມິນ. ບັນດາຜູ້ແທນພ້ອມດ້ວຍບັນດາຄອບຄົວ ຫວຽດນາມ ແລະ ນັກສຶກສາ ລາວ, ກຳປູເຈຍ ຖ່າຍຮູບເປັນທີ່ລະນຶກໃນພິທີ (ພາບ: sggp.org.vn) ໂຄງການດັ່ງກ່າວໂດຍຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈັດຂຶ້ນ, ໂດຍມີການເຂົ້າຮ່ວມຂອງ 102 ຄອບຄົວຮັບນັກສຶກສາລາວ ແລະ ກຳປູເຈຍ ກວ່າ 170 ຄົນ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລ, ສະຖາບັນແຫ່ງຕ່າງໆໃນບໍລິເວນນະຄອນມາເປັນລູກລ້ຽງ. ນີ້ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວ ແລະ ບັນດານັກສຶກສາໄດ້ພົບປະ, ເຊື່ອມຕໍ່ ແລະ ຮຽງບ່າຮຽງໄຫຼ່ກັນຮ່ຳຮຽນ, ດຳລົງຊີວິດ ແລະ ຊອກຮູ້ກ່ຽວກັບວັດທະນະທຳ, ປະກອບສ່ວນສ້າງສະພາບແວດລ້ອມດຳລົງຊີວິດທີ່ໃກ້ຊິດ, ອົບອຸ່ນໃຫ້ແກ່ນັກສຶກສາສາກົນໃນໄລຍະຮ່ຳຮຽນຢູ່ນະຄອນຢ່າງເປັນທາງການ. ໂຄງການນີ້ແມ່ນຮູບແບບພົບປະແລກປ່ຽນປະຊາຊົນທີ່ແທດຈິງ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ ແລະ ໄວໜຸ່ມສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ. (ແຫຼ່ງຄັດຈາກ VOV)

ພິທີຮັບນັກສຶກສາເປັນລລູກລ້ຽງນອນໃນຂອບເຂດໂຄງການ “ຄອບຄົວ ຫວຽດາມ ກັບນັກສຶກສາ ລາວ ແລະ ກຳປູເຈຍ ຢູ່ນະຄອນ ໂຮ່ຈີມິນ” ປີ 2026, ເຊິ່ງໄດ້ດຳເນີນໃນວັນທີ 20 ມິຖຸນາ, ຢູ່ມະຫາວິທະຍາໄລແພດສາດ ຟ້າມງອກແທັກ, ນະຄອນ ໂຮ່ຈີມິນ. ບັນດາຜູ້ແທນພ້ອມດ້ວຍບັນດາຄອບຄົວ ຫວຽດນາມ ແລະ ນັກສຶກສາ ລາວ, ກຳປູເຈຍ ຖ່າຍຮູບເປັນທີ່ລະນຶກໃນພິທີ (ພາບ: sggp.org.vn) ໂຄງການດັ່ງກ່າວໂດຍຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈັດຂຶ້ນ, ໂດຍມີການເຂົ້າຮ່ວມຂອງ 102 ຄອບຄົວຮັບນັກສຶກສາລາວ ແລະ ກຳປູເຈຍ ກວ່າ 170 ຄົນ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລ, ສະຖາບັນແຫ່ງຕ່າງໆໃນບໍລິເວນນະຄອນມາເປັນລູກລ້ຽງ. ນີ້ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວ ແລະ ບັນດານັກສຶກສາໄດ້ພົບປະ, ເຊື່ອມຕໍ່ ແລະ ຮຽງບ່າຮຽງໄຫຼ່ກັນຮ່ຳຮຽນ, ດຳລົງຊີວິດ ແລະ ຊອກຮູ້ກ່ຽວກັບວັດທະນະທຳ, ປະກອບສ່ວນສ້າງສະພາບແວດລ້ອມດຳລົງຊີວິດທີ່ໃກ້ຊິດ, ອົບອຸ່ນໃຫ້ແກ່ນັກສຶກສາສາກົນໃນໄລຍະຮ່ຳຮຽນຢູ່ນະຄອນຢ່າງເປັນທາງການ. ໂຄງການນີ້ແມ່ນຮູບແບບພົບປະແລກປ່ຽນປະຊາຊົນທີ່ແທດຈິງ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ ແລະ ໄວໜຸ່ມສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ.
ບັນດາບົດຕໍ່ໄປ ຮ່າໂນ້ຍ ຈະເລີ່ມລົງມືກໍ່ສ້າງ 5 ເສັ້ນທາງລົດໄຟຕົວເມືອງ ໃນວັນທີ 22 ມິຖຸນາ ເພື່ອຫັນວິໄສທັດນະຄອນຫຼວງ 100 ປີ ໃຫ້ປະກົດຜົນເປັນຈິງ22/06/2026ຂ່າວສານ ທັງ 5 ສາຍທາງລົດໄຟຕົວເມືອງທີ່ຈະລົງມືກໍ່ສ້າງນັ້ນ ລ້ວນແຕ່ແມ່ນບັນດາເສັ້ນທາງທີ່ມີບົດບາດຍຸດທະສາດໃນຕາໜ່າງຄົມມະນາຄົມອະນາຄົດຂອງ ຮ່າໂນ້ຍ. ປະກອບສ່ວນສຽງເວົ້າສະໜັບສະໜູນຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ22/06/2026ຂ່າວສານDIFF 2026: ລາຍການຍິງບັ້ງໄຟດອກຂອງທິມ ເຢຍລະມັນ ແລະ ມາເກົ່າ (ຈີນ) ປະກົດຂຶ້ນຢ່າງພົ້ນເດັ່ນໃນທ້ອງຟ້າເຂດແມ່ນ້ຳຮ່ານ22/06/2026ຂ່າວສານບົດຂຽນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ການກຳນົດທິດຍຸດທະສາດໃຫ້ແກ່ສື່ມວນຊົນປະຕິວັດ ຫວຽດນາມ ໃນຍຸກສະໄໝດີຈີຕອນ22/06/2026ຂ່າວສານຍ້ອງຍໍຊົມເຊີຍ 95 ຄອບຄົວກຳມະກອນ, ລັດຖະກອນ, ແຮງງານດີເດັ່ນໃນທົ່ວປະເທດ22/06/2026ຂ່າວສານWorld Cup 2026: FIFA ຂະຫຍາຍ “ມໍລະດົກບານເຕະ” ຢູ່ ເມັກຊີໂກ22/06/2026ຂ່າວສານອາເມລິກາ - ອີຣານ ດຳເນີນການເຈລະຈາຄືນໃໝ່ຢູ່ ສະວິດ21/06/2026ຂ່າວສານ ອ່ານເພີ່ມ