ຕອນເຊົ້າວັນທີ 10 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ນາຍທະຫານກອງທັບປະຊາຊົນ ຫວຽດນາມ ສອງຄົນ ເດີນທາງໄປປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບ ສປຊ.
ພິທີມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ນາຍທະຫານກອງທັບປະຊາຊົນ ຫວຽດນາມ ສອງຄົນ ເດີນທາງໄປປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບ ສປຊ (ພາບ: VNA)
ຕອນເຊົ້າວັນທີ 10 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ນາຍທະຫານກອງທັບປະຊາຊົນ ຫວຽດນາມ ສອງຄົນ ເດີນທາງໄປປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບ ສປຊ. ໃນນັ້ນ, ຮ້ອຍເອກ ຫງວຽນງອກແອັງ, ກົມຮັກສາສັນຕິພາບ ຫວຽດນາມ, ໄດ້ຮັບໜ້າທີ່ເປັນນາຍທະຫານເສນາທິການໃຫຍ່ພາລາທິການຢູ່ຄະນະປະຕິບັດການປ້ອງກັນຄວາມໝັ້ນຄົງຊົ່ວຄາວຂອງ ສປຊ ຢູ່ເຂດ Abyei (UNISFA); ຮ້ອຍເອກ ຫງວຽນວັນນາມ, ໂຮງຮຽນນາຍທະຫານປ້ອງກັນເຄມີ, ເຫຼົ່າທັບເຄມີ ປະຕິບັດໜ້າທີ່ເປັນສັງເກດການທີ່ຄະນະປະຕິບັດງານ ຢູ່ຊູດັງໃຕ້ (UNMISS). ໂດຍເປັນປະທານພິທີ, ທ່ານພົນໂທ ຝຸ່ງຊີເຕິນ, ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການເຄື່ອນໄຫວປົກປັກຮັກສາສັນຕິພາບ ສປຊ ໄດ້ຕີລາຄາສູງໝາກຜົນເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບ ສປຊ ຂອງກອງທັບປະຊາຊົນ ຫວຽດນາມ ໃນກວ່າ 12 ປີຜ່ານມາ, ພ້ອມທັງເຊື່ອໝັ້ນວ່າ ຮ້ອຍເອກ ຫງວຽນງອກແອັງ ແລະ ຮ້ອຍເອກຫງວຽນວັນນາມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນ ຫວຽດນາມ, ກຳລັງຮັກສາສັນຕິພາບ ສປຊ ຂອງ ຫວຽດນາມ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງດີເດັ່ນ.
(ແຫຼ່ງຄັດຈາກ VOV)