“ໝໍຂວັນຄວາຍ” ເປັນພິທີກໍາໜຶ່ງທາງດ້ານຈິດວິນຍານຂອງຊາວ ເຜົ່າ ລື້ ຢູ່ແຂວງ ລາຍເຈົາ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ “ຄວາຍ” - ສັດທ່ີມີຄວາມສະໜິດຕິດພັນກັບຊາວກະສິກອນ.
ພິທີບູຊາຄວາຍ ຂອງຊາວເຜົ່າ ລື້ ຢູ່ແຂວງ ລາຍເຈົາ ໄດ້ຈັດຂຶ້ນພາຍ ຫຼັງ ສຳເລັດລະດູການເກັບກ່ຽວ, ເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ສັດ ຊະນິດນີ້ ທ່ີໄດ້ຊ່ວຍເຫຼືອຊາວກະສິກອນໃນການເຮັດນາ, ນຳຜົນ ຜະລິດທ່ີອຸດົມສົມບູນ ມາໃຫ້ຊາວບ້ານ. ພິທີ “ໝໍຂວັນຄວາຍ” ໄດ້ ຈັດຂຶ້ນຢູ່ທົ່ງນາທີ່ກວ້າງກວາງແຫ່ງໜຶ່ງ, ໂດຍມີການເຂົ້າຮ່ວມ ຂອງ ຊາວບ້ານໝົດທຸກຄົນ.
ເພື່ອປະຕິບັດພິທີ “ໝໍຂວັນຄວາຍ”, ຊາວເຜົ່າ ລື້ ໄດ້ເຊີນໝໍເຢົາ 5 ຄົນ (ໝໍເຢົາ ທຳພິທີ 1 ຄົນ ແລະ ຜູ້ຊ່ວຍ 4 ຄົນ). ບັນດາໝໍເຢົາທີ່ຖືກຄັດເລືອກ ລ້ວນແຕ່ເປັນຜູ້ທີ່ມີຊື່ສຽງໃນໝູ່ປະຊາຄົມ, ຊີວິດການ ເປັນຢູ່ໃນຄອບຄົວຖືກຕ້ອງປອງດອງກັນ, ມີຄວາມສະຫງົບສຸກ.
![](https://imagevietnam.vnanet.vn/Upload/2020/1/15/15012020153232841-DSC_4521_resize.JPG)
ປະຊາຄົມຊາວເຜົ່າ ລື້ ຢູ່ຕາແສງ ບ້ານຮອນ, ເມືອງ ຕາມ ເດື່ອງ ມັກເລືອກທົ່ງນາຂັ້ນໄດທີ່ຮາບພຽງ, ມີເນື້ອທີ່ກວ້າງ ຂວາງ ເພື່ອທໍາພິທີບູຊາຄວາຍ
![](https://imagevietnam.vnanet.vn/Upload/2020/1/15/15012020153234825-DSC_4632_resize.JPG)
ເຄື່ອງຖະຫວາຍລວມມີ: ໄກ່, ຊີ້ໝູ, ເຂົ້າໜຽວ, ເຂົ້າເຈົ້າ, ເຂົ້າສານ ແລະ ອື່ນໆ.
![](https://imagevietnam.vnanet.vn/Upload/2020/1/15/15012020153233169-DSC_4528_resize.JPG)
ພິທີເຊີນຄວາຍດື່ມເຫຼົ້າ ໂດຍໝໍເຢົາ ຕາວວັນຟ່ອງ ເປັນຜູ້ປະຕິບັດ.
![](https://imagevietnam.vnanet.vn/Upload/2020/1/15/15012020153232543-DSC_4517_resize.JPG)
ພິທີເຊີນຄວາຍດື່ມເຫຼົ້າ.
![](https://imagevietnam.vnanet.vn/Upload/2020/1/15/15012020153233482-DSC_4533_resize.JPG)
ໝໍເຢົາ ຕາວວັນຟ່ອງ ທໍາພິທີສູດ ຂໍໃຫ້ ບັນດາເທວະດາ ຟ້າແຖນ ຂັບໄລ່ສິ່ງທີ່ບໍ່ດີ, ການເປັນໄຂ້ ເປັນເຈັບ ແລະ ນຳ ສິ່ງທີ່ດີ, ສຸຂະພາບແຂງແຮງມາໃຫ້ຄວາຍ.
![](https://imagevietnam.vnanet.vn/Upload/2020/1/15/15012020153234107-DSC_4586_resize.JPG)
ສິ້ນສຸດ ການບູຊາ ເຂົາເຈົ້າຈະເຊີນຄວາຍກິນເຂົ້າໜຽວ, ດື່ມນຳ້ສາອາດ ເພື່ອສະ ແດງຄວາມຮູ້ບຸນຄຸນ ຕໍ່ສັດຊະນິດນີ້ ທ່ີໄດ້ຊ່ວຍເຫຼືອ ຊາວກະສິ ກອນໃນການເຮັດນາ, ນຳຜົນຜະລິດທ່ີອຸດົມສົມບູນ ມາໃຫ້ ຊາວບ້ານ.
![](https://imagevietnam.vnanet.vn/Upload/2020/1/15/15012020153234450-DSC_4607_resize.JPG)
ພິທີບູຊາຄວາຍຂອງຊາວເຜົ່າ ລື້ ສະແດງຄວາມຖືສຳຄັນການ
ປະກອບສ່ວນຂອງໂຕຄວາຍໃນການເຮັດກະສິກຳ. |
ເຄື່ອງບູຊາ ທີ່ໄດ້ນຳໃຊ້ໃນພິທີ ນີ້ ສ່ວນຫຼາຍຈະແມ່ນວັດຖຸສິ່ງຂອງ ທີ່ຊາວບ້ານເຮັດມາເອງ ແລະ ໄດ້ຫ້າງຫາກະກຽມ ແຕ່ມື້ກ່ອນ, ມີ ການຮ່ວມແຮງຮ່ວມໃຈກັນເຮັດ ຂອງແມ່ຍິງ ພາຍໃນບ້ານ.
ນີ້ແມ່ນພິທີກໍາໜຶ່ງ ທາງດ້ານວັດທະນະທຳ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ລື້ ຢູ່ແຂວງ ລາຍເຈົາ ແລະ ເປັນໂອກາດເພື່ອໃຫ້ຊາວບ້ານ ທຸກຄົນ ໄດ້ຮັດແໜ້ນຄວາມສາມັກຄີ, ແບ່ງປັນບົດຮຽນໃນການ ລ້ຽງສັດ ແລະ ຜະລິດກະສິກຳ.
ປະຕິບັດ: ຄັກກຽນ ແລະ ຫງອກຖັ໋ງ