• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຜະລິດຕະພັນອຸດສາຫະກຳຊ່ວຍໜູນ ຕອບສະໜອງ 70% ຄວາມຕ້ອງ ການຜະລິດ ໃນປີ 2030

ລັດຖະບານ ຫາກໍປະກາດໃຊ້ມະຕິ ສະບັບເລກ ທີ 115/NQ-CP ວ່າດ້ວຍວິທີການແກ້ໄຂ ຊຸກຍູ້ພັດທະນາອຸດສາຫະກຳຊ່ວຍໜູນ. 
ເປົ້າໝາຍ ເຖິງປີ 2030, ຜະລິດຕະພັນອຸດສາຫະກຳ ຊ່ວຍໜູນ ຕອບສະໜອງໄດ້ 70% ຄວາມຕ້ອງການ ດ້ານການຜະລິດ, ໃຊ້ ຈ່າຍພາຍໃນປະເທດ; ກວມປະມານ 14% ມູນຄ່າຜະລິດຕະພັນ ອຸດສາຫະກຳ; ມີວິສາຫະກິດ ປະມານ 2000 ແຫ່ງ ມີຄວາມສາ ມາດ ພຽງພໍ ຕອບສະໜອງໂດຍກົງ ໃຫ້ບັນດາວິສາຫະກິດ ປະ ກອບ ແລະ ກຸ່ມບໍລິສັດ ປະເທດ ຢູ່ ຫວຽດນາມ.

ເປົ້າໝາຍສະເພາະໃນຂົງເຂດ ເຄື່ອງອາໄຫຼ່, ເປີດກວ້າງຜະລິດ ເຄື່ອງອາໄຫຼ່ ດ້ວຍໂລຫະ, ເຄື່ອງອາໄຫຼ່ ປຼາສຕິກ-ຢາງພາລາ ແລະ ເຄື່ອງອາໄຫຼ່ໄຟຟ້າ-ເອເລັກໂຕຣນິກ, ຕອບສະໜອງເປົ້າ ໝາຍ ທ້າຍປີ 2025 ສະໜອງໃຫ້ໄດ້ 45% ຄວາມຕ້ອງການກ່ຽວ ກັບຜະລິດຕະພັນເຄື່ອງອາໄຫຼ່ ໃຫ້ບັນດາຂະແໜງການ ອຸດສາ ຫະກຳ ຢູ່ຫວຽດນາມ. ເຖິງປີ 2030 ສະໜອງໄດ້ 65% ຄວາມ ຕ້ອງການພາຍໃນປະເທດ, ຊຸກຍູ້ຢ່າງແຂງແຮງ ການຜະລິດ ໃນ ຂົງເຂດຜະລິດຕະພັນ ບໍລິການ ໃຫ້ບັນດາ ຂະແໜງອຸດສາຫະກຳ ເຕັກໂນໂລຊີສູງ.

ຂົງເຂດອຸດສາຫະກຳ ຊ່ວຍໜູນ ຂະແໜງການຕໍ່າແຜ່ນຕັດຫຍິບ-ເກີບ-ເຄື່ອງໜັງ: ເປີດກວ້າງແຫຼ່ງວັດສະດຸດິບ ແລະ ວັດສະດຸສຳ ຮອງຮັບໃຊ້ຂະແໜງາການຕໍ່າແຜ່ນຕັດຫຍິບ-ເກີບໜັງ, ຕອບສະໜອງເປົ້າໝາຍ ເຖິງປີ 2025, ຕອບສະໜອງ ຢູ່ພາຍໃນປະເທດ ຂອງ ຂະແໜງ ການອຸດສາຫະກຳ ຕໍ່າແຜ່ນຕັດຫຍິບ ບັນລຸ 65%, ເກີບ-ເຄື່ອງໜັງ ບັນລຸ 75-80% ກັບບັນດາຜະລິດຕະພັນ ທີ່ມີມູນຄ່າ ເພີ່ມສູງ ຮັບໃຊ້ການຜະລິດ ເພື່ອການສົ່ງອອກ.

ຂົງເຂດອຸດສາຫະກຳຊ່ວຍໜູນ ໃຫ້ຂະແໜງການອຸດສາຫະກຳ ເຕັກໂນໂລຊີສູງ: ພັດທະນາການຜະລິດວັດຖຸ, ອຸປະກອນຊ່ວຍ ໜູນ ໃຊ້ງານສະເພາະ, ຊອບເວ ແລະ ບໍລິການຮັບໃຊ້ບັນດາ ຂະ ແໜງການອຸດສາຫະກຳເຕັກໂນໂລຊີສູງ; ພັດທະນາລະບົບວິ ສາຫະກິດ ສະໜອງອຸປະກອນຊ່ວຍໜູນໃຊ້ງານສະເພາະ, ຊ່ວຍ ໜູນມອບສົ່ງເຕັກໂນໂລຊີ ໃນຂະແໜງການອຸດສາຫະກຳເຕັກ ໂນໂລ ຊີສູງ ແລະ ອື່ນໆ...


ປະກອບລົດໃຫຍ່ ຢູ່ໂຮງງານ Huydai ແທ່ງກົງ (ແຂວງ ນິງບິ່ງ). ພາບ: VNP


ຕ່ອງໂສ້ຜະລິດເຄື່ອງອາໄຫຼ່ລົດ Vespa ທີ່ແຂວງ ຫວິ໋ງຟຸກ. ພາບ: VNP


ປະກອບ, ດັດປັບລາຍລະອຽດ ຂອງ ລົດ ຢູ່ໂຮງງານປະກອບລົດ Huyndai ຢູ່ແຂວງ ນິງບິ່ງ. ພາບ: VNP


ກວດກາຄຸນນະພາບຂອງ ລົດ Vespa ກ່ອນນໍາອອກຈາກ ໂຮງ ງານ. ພາບ: VNP


ຕ່ອງໂສ້ການຜະລິດແພທີ່ແຂວງ ນາມດິ້ງ. ພາບ: VNP


ດັດແປງຮ່າງລົດ Vespa ທີ່ແຂວງ ຫວິ໋ງຟຸກ. ພາບ: VNP


ຕ່ອງໂສ້ງຜະລິດເຄື່ອງອາໄຫຼ່ລົດຖີບ ແມ້ງກວາງ ຢູ່ ຮ່າໂນ້ຍ. ພາບ: VNP


ກວດກາຄຸນນະພາບເຄື່ອງອາໄຫຼ່ລົດຖີບ ແມ້ງກວາງ ກ່ອນນຳ ອອກຈາກໂຮງງານ. ພາບ: VNP

ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ລັດຖະບານໄດ້ວາງ 7 ມາດຕະ ການ ເພື່ອຊຸກຍູ້ ການພັດທະນາອຸດສາຫະກຳ ຊ່ວຍໜູນ.

ໂດຍສະເພາະຄື: ເຮັດໃຫ້ສົມບູນແບບກົນໄກ, ນະໂຍບາຍ: ກໍ່ ສ້າງ, ເຮັດໃຫ້ ສົມບູບແບບ ແລະ ຜັນຂະຫຍາຍຢ່າງມີປະສິດທິ ຜົນ, ເຮັດໃຫ້ຄົບຊຸດບັນດາກົນໄກ, ນະໂຍບາຍສະເພາະ ພັດທະ ນາອຸດສາຫະກຳ ຊ່ວຍໜູນ ແລະ ຂະແໜງການອຸດສາຫະກຳ ປຸງ ແຕ່ງ, ການຜະລິດ ທີ່ໄດ້ຮັບບຸລິມະສິດ ພັດທະນາ...

ຮັບປະກັນ ແລະ ລະດົມແຫຼ່ງກຳລັງແຮງ ພັດທະນາອຸດສາຫະກຳ ຊ່ວຍໜູນຢ່າງມີປະສິດທິຜົນ: ຈັດວາງ, ຮັບປະກັນ ແລະ ລະດົມ ແຫຼ່ງກຳລັງແຮງ ຢ່າງມີປະສິດທິຜົນ ເພື່ອຜັນຂະຫຍາຍ ປະຕິບັດ ນະໂຍບາຍ ລົງທຶນພັດທະນາອຸດສາຫະກຳຊ່ວຍໜູນ ແລະ ບັນ ດາຂະແໜງການປຸງແຕ່ງ, ການຜະລິດ ທີ່ໄດ້ຮັບບຸລິມະສິດ ພັດ ທະນາ.

ວິທີການແກ້ໄຂກ່ຽວກັບດ້ານການເງິນ, ສິນເຊື່ອ: ສືບຕໍ່ປະຕິບັດ ນະໂນບາຍພິເສດ ກ່ຽວກັບອັດຕາດອກເບ້ຍ ຕໍ່ວິສາຫະກິດອຸດສາ ຫະກຳ ຊ່ວຍໜູນ ແລະ ອຸດສາຫະກຳ ປຸງແຕ່ງ, ການຜະລິດ ທີ່ໄດ້ ຮັບບຸລິມະສິດ ພັດທະນາ ເມື່ອກູ້ຢືມທຶນໄລຍະສັ້ນ ຈາກສະຖາບັນ ສິນເຊື່ອ.

ພັດທະນາຕ່ອງໂສ້ມູນຄ່າ ພາຍໃນປະເທດ: ສ້າງກາລະໂອກາດ ແລະ ພັດທະນາ ຕ່ອງໂສ້ມູນຄ່າ ພາຍໃນປະເທດ ໂດຍຜ່ານ ດຶງ ດູດການລົງທຶນ ຢ່າງມີປະສິດທິຜົນ ແລະ ຊຸກຍູ້ເຊື່ອມຕໍ່ເຮັດທຸລະ ກິດ, ຮ່ວມມື ລະຫວ່າງ ບັນດາວິສາຫະກິດ ຫວຽດນາມ ກັບບັນດາ ວິສາຫະກິດ ຕ່າງປະເທດ, ບັນດາບໍລິສັດຜະລິດ, ປະກອບຢູ່ພາຍໃນ ແລະ ຕ່າງປະເທດ.

ຂະຫຍາຍ ແລະ ປົກປ້ອງຕະຫຼາດ: ຊຸກຍູ້ສົ່ງເສີມ ການພັດທະນາ ຕະຫຼາດ ຢູ່ພາຍໃນ ແລະ ຢູ່ຕ່າງປະເທດ ເພື່ອອໍານວຍຄວາມສະ ດວກ ໃນການພັດທະນາ ອຸດສາຫະກຳຊ່ວຍໜູນ ແລະບັນດາຂະ ແໜງການປຸງແຕ່ງ, ການຜະລິດ ທີ່ໄດ້ຮັບບຸລິມະສິດ ພັດທະນາ.

ຍົກສູງຄວາມສາມາດ ຂອງ ວິສາຫະກິດອຸດສາຫະກຳຊ່ວຍໜູນ: ກໍ່ສ້າງ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນ ບັນດາສູນເຕັກນິກ ຊ່ວຍໜູນພັດທະນາອຸດສາຫະກຳເຂດ ແລະ ທ້ອງຖິ່ນຈາກແຫຼ່ງ ທຶນໄລຍະກາງ ຂອງ ສູນກາງ ແລະ ທ້ອງຖິ່ນ ບົນພື້ນຖານຄວາມ ຕ້ອງການ, ເປົ້າໝາຍພັດທະນາ ແລະ ແຫຼ່ງກຳລັງແຮງທີ່ມີພ້ອມ ແນໃສ່ຊ່ວຍໜູນ ບັນດາວິສາຫະກິດ ອຸດສາຫະກຳຊ່ວຍໜູນ ແລະ ອຸດສາຫະກຳປຸງແຕ່ງ...

ກ່ຽວກັບຂໍ້ມູນຂ່າວສານມວນຊົນ, ສະຖິຕິ ແລະ ຂໍ້ມູນພື້ນຖານ: ກໍ່ສ້າງ ແລະ ເຮັດໃຫ້ສົມບູນແບບລະບົບສະຖິຕິ, ພື້ນຖານຂໍ້ມູນ ອຸດສາຫະກຳຊ່ວຍໜູນ ແລະ ບັນດາຂະແໜງການອຸດສາຫະກຳ ປຸງແຕ່ງ, ການຜະລິດ ທີ່ໄດ້ຮັບບຸລິມະສິດ ພັດທະນາແນໃສ່ ຊຸກຍູ້ການເຊື່ອມຕໍ່ ລະຫວ່າງ ຜູ້ສະໜອງ ຫວຽດນາມ ແລະ ບັນ ດາ ກຸ່ມບໍລິສັດ ຈາກບັນດາປະເທດ; ເພີ່ມທະວີຜົນສັກສິດ, ປະ ສິດທິຜົນ ການຄຸ້ມຄອງແຫ່ງລັດ ແລະ ກໍ່ສ້າງນະໂຍບາຍ ກ່ຽວ ກັບວຽກງານ ຊ່ວຍໜູນ; ຍົກສູງຄຸນນະພາບວຽກງານສະຖິຕິ, ຮັບ ປະກັນ ສົ່ງຂໍ້ມູນ ຢ່າງທັນການ, ຄົບຖ້ວນ ແລະ ຊັດເຈນ.

ບົດ: ກົງດາດ-ພາບ: VNP

ຫວຽດນາມ - ຈາກຄວາມທຸກຍາກ ສູ່ເສດຖະກິດ 500 ຕື້ໂດລາສະຫະລັດ

ຫວຽດນາມ - ຈາກຄວາມທຸກຍາກ ສູ່ເສດຖະກິດ 500 ຕື້ໂດລາສະຫະລັດ

ຕະຫຼອດ 80 ປີທີ່ຜ່ານມາ, ຫວຽດນາມ ໄດ້ປ່ຽນແປງຢ່າງກ້າວກະໂດດ ຈາກເສດຖະກິດທີ່ທຸກຍາກ, ຫຼ້າຫຼັງ ກາຍເປັນໜຶ່ງໃນ ເສດຖະກິດ ທີ່ມີຂະໜາດໃຫຍ່ທີ່ສຸດໃນ ອາຊີ ຕາເວັນອອກສ່ຽງໃຕ້. ໃນປີ 2024, GDP ຂອງ ຫວຽດນາມ ໄດ້ບັນລຸ ປະມານ 476 ຕື້ ໂດລາສະຫະລັດ ແລະ ຄາດວ່າ ຈະເກີນ 500 ຕື້ ໂດລາສະຫະລັດ ໃນປີ 2025. ເສັ້ນທາງການພັດທະນານີ້ ແມ່ນຜົນ ຂອງ ຂະບວນການປ່ຽນແປງໃໝ່, ການເຊື່ອມໂຍງ ແລະ ການປະຕິຮູບຢ່າງເລິກເຊິ່ງ, ເຊິ່ງເປັນການປະສົມປະສານລະຫວ່າງຈິດໃຈ ເພິ່ງພາຕົນເອງ ຂອງ ຊາດ ແລະ ຄວາມປາຖະໜາ ທີ່ຈະພັດທະນາໃນຍຸກ ໂລກາພິວັດ.

Top