ໃນການເດີນຂະບວນ, ບັນດານັກປະຖະກະຖາ ແລະ ຜູ້ຕາງໜ້າຈາກຫຼາຍອົງການຈັດຕັ້ງສັງຄົມ, ສິ່ງແວດລ້ອມ, ສາທາລະນະສຸກ ໄດ້ເນັ້ນໜັກເຖິງບັນດາຜົນກະທົບໃນໄລຍະຍາວຂອງບັນດາທາດພິດດັ່ງກ່າວຕໍ່ກັບສຸຂະພາບມະນຸດ ແລະ ສິ່ງແວດລ້ອມ.
ມີປະຊາຊົນຈຳນວນຫຼາຍເຂົ້າຮ່ວມການເດີນຂະບວນ ຢູ່ສະໜາມຫຼວງ Bastille, ນະຄອນຫຼວງ Paris, ປະເທດ ຝລັ່ງ (ພາບ: TTXVN)
ມີນັບຮ້ອຍຄົນເຂົ້າຮ່ວມເຫດການເດີນຂະບວນຢູ່ສະໜາມຫຼວງ Bastille, ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ ໃນວັນທີ 20 ມິຖຸນາ, ເພື່ອແນໃສ່ຮຽກຮ້ອງຄວາມຍຸຕິທຳ ແລະ ຊົດເຊີຍໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ ຫວຽດນາມ, ລາວ ແລະ ກຳປູເຈຍ, ກໍຄືບັນດາຜູ້ປະສົບເຄາະຮ້າຍຈາກຢາຂ້າສັດຕູພືດ chlordecone ຢູ່ ເຂດດິນແດນນອກປະເທດ Guadeloupe ແລະ Martinique ຂອງ ຝລັ່ງ. ເຫດການດັ່ງກ່າວ ໂດຍສອງສະຫະສະມາຄົມ Collectif Vietnam Dioxine ແລະ ບັນດາປະຊາຄົມສາມັກຄີກັບຜູ້ປະສົບເຄາະຮ້າຍຈາກສະພາບການວາງຢາເບື່ອລ່າເມືອງຂຶ້ນ (DSAVEC) ສົມທົບກັນຈັດຂຶ້ນ.
ໃນການເດີນຂະບວນ, ບັນດານັກປະຖະກະຖາ ແລະ ຜູ້ຕາງໜ້າຈາກຫຼາຍອົງການຈັດຕັ້ງສັງຄົມ, ສິ່ງແວດລ້ອມ, ສາທາລະນະສຸກ ໄດ້ເນັ້ນໜັກເຖິງບັນດາຜົນກະທົບໃນໄລຍະຍາວຂອງບັນດາທາດພິດດັ່ງກ່າວຕໍ່ກັບສຸຂະພາບມະນຸດ ແລະ ສິ່ງແວດລ້ອມ. ບັນດາຄຳເຫັນລ້ວນແຕ່ສະແດງໃຫ້ເຫັນຄວາມສາມັກຄີກັບບັນດາປະຊາຄົມທີ່ພວມຖືກຜົນກະທົບຈາກທາດພິດສີສົ້ມ ແລະ ຢາຂ້າສັດຕູພືດ chlordecone, ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ບັນດາຄວາມມານະພະຍາຍາມໜູນຊ່ວຍຜູ້ປະສົບເຄາະຮ້າຍ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກມົນລະພິດ ແລະ ຊຸກຍູ້ບັນດາມາດຕະການແນໃສ່ສະກັດກັ້ນບັນດາວິນາດຕະກຳທາງສິ່ງແວດລ້ອມທີ່ຄ້າຍຄືກັນໃນອະນາຄົດ.
(ແຫຼ່ງຄັດຈາກ VOV)