ຂ່າວສານ

ປະ​ກອບສ່ວນ​ສຽງ​ເວົ້າ​ສະ​ໜັບ​ສະ​ໜູນຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​/ດີ​ໂອ​ຊິນ ຫວຽດ​ນາມ

ໃນ​ການ​ເດີນ​ຂະ​ບວນ, ບັນ​ດາ​ນັກ​ປະ​ຖະ​ກະ​ຖາ ແລະ ຜູ້​ຕາງ​ໜ້າ​ຈາກຫຼາຍ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ສິ່ງ​ແວດ​ລ້ອມ, ສາ​ທາ​ລະ​ນະ​ສຸກ ໄດ້​ເນັ້​ນ​ໜັກ​ເຖິງ​ບັນ​ດາ​ຜົນ​ກະ​ທົບ​ໃນ​ໄລ​ຍະ​ຍາວ​ຂອງ​ບັນ​ດາ​ທາດ​ພິດ​ດັ່ງ​ກ່າວ​ຕໍ່​ກັບ​ສຸ​ຂະ​ພາບ​ມະ​ນຸດ ແລະ ສິ່ງ​ແວ​ດ​ລ້ອມ.
ມີ​ປະ​ຊາ​ຊົນ​ຈຳ​ນວນຫຼາຍ​ເຂົ້າ​ຮ່ວມ​ກາ​ນ​ເດີນ​ຂະ​ບວນ ຢູ່​ສະ​ໜາມຫຼວງ Bastille, ​ນະ​ຄອນຫຼວງ Paris, ປະ​ເທດ ຝ​ລັ່ງ (ພາບ: TTXVN)

ມີ​​ນັບ​ຮ້ອຍ​ຄົນເຂົ້າ​ຮ່ວມ​ເຫດ​ການ​ເດີນ​ຂະ​ບວນ​ຢູ່​ສ​ະ​ໜາມຫຼວງ Bastille, ຢູ່​ນະ​ຄອນຫຼວງ ປາ​ຣີ, ປະ​ເທດ ຝ​ລັ່ງ ໃນວັນ​ທີ 20 ມິ​ຖຸ​ນາ, ​ເພື່ອ​ແນ​ໃສ່​ຮຽກ​ຮ້ອງ​ຄວາມ​ຍຸ​ຕິ​ທຳ ແລະ ຊົ​ດ​ເຊີຍ​ໃຫ້​ແກ່​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່ ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ, ກໍ​ຄື​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ຢາ​ຂ້າ​ສັດ​ຕູ​ພືດ chlordecone ຢູ່ ເຂດ​ດິນ​ແດນນອກ​ປະ​ເທດ Guadeloupe ແລະ Martinique ຂອງ ຝ​ລັ່ງ. ເຫດ​ການ​ດັ່ງ​ກ່າວ ໂດຍ​ສອງ​ສະ​ຫະ​ສະ​ມາ​ຄົມ Collectif Vietnam Dioxine ແລະ ບັນ​ດາ​ປະ​ຊາ​ຄົມ​ສາ​ມັກ​ຄີ​ກັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ສະພາບການວາງ​ຢາ​ເບື່ອ​ລ່າ​ເມືອງ​ຂຶ້ນ (DSAVEC) ສົມ​ທົບ​ກັນ​ຈັດ​ຂຶ້ນ.

ໃນ​ການ​ເດີນ​ຂະ​ບວນ, ບັນ​ດາ​ນັກ​ປະ​ຖະ​ກະ​ຖາ ແລະ ຜູ້​ຕາງ​ໜ້າ​ຈາກຫຼາຍ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ສິ່ງ​ແວດ​ລ້ອມ, ສາ​ທາ​ລະ​ນະ​ສຸກ ໄດ້​ເນັ້​ນ​ໜັກ​ເຖິງ​ບັນ​ດາ​ຜົນ​ກະ​ທົບ​ໃນ​ໄລ​ຍະ​ຍາວ​ຂອງ​ບັນ​ດາ​ທາດ​ພິດ​ດັ່ງ​ກ່າວ​ຕໍ່​ກັບ​ສຸ​ຂະ​ພາບ​ມະ​ນຸດ ແລະ ສິ່ງ​ແວ​ດ​ລ້ອມ. ບັນ​ດາ​ຄຳ​ເຫັນ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມັກ​ຄີ​ກັບ​ບັນ​ດາ​ປະ​ຊາ​ຄົມ​ທີ່​ພວມ​ຖືກ​ຜົນ​ກະ​ທົບ​ຈາກ​ທາດ​ພິດ​ສີ​ສົ້ມ ແລະ ຢາ​ຂ້າ​ສັດ​ຕູ​ພືດ chlordecone, ພ້ອ​ມ​ທັງ​ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ມົນ​ລະ​ພິດ​ ແລະ ຊຸກ​ຍູ້​ບັນ​ດາ​ມາດ​ຕະ​ການ​ແນ​ໃສ່​ສະ​ກັດ​ກັ້ນ​ບັນ​ດາວິ​ນາດ​ຕະ​ກຳ​ທາງ​ສິ່ງ​ແວດ​ລ້ອມທີ່​ຄ້າຍ​ຄື​ກັນ​ໃນ​ອະ​ນາ​ຄົດ.


top