• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ບາດ​ກ້າວ​ໃໝ່​ໃນ​ນະ​ໂຍ​ບາຍ​ເຮືອນ​ຢູ່

ໃນ​ເວ​ລາ​ບໍ່​ຮອດ​ເດືອນ​ໜຶ່ງ, ມີຫຼາຍ​ຄຳ​ຊີ້​ນຳ​ສຳ​ຄັນ​ຈາກ​ສູນ​ກາງ, ລັດ​ຖະ​ບານ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ເຖິງ​ນະ​ໂຍ​ບາຍ​ເຮືອນ​ຢູ່ອາໄສ​ໄດ້​ຮັບ​ການ​ປະ​ກາດ​ໃຊ້. ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ໃໝ່​ສະ​ແດງ​ໃຫ້​ເຫັນ​ການ​ຫັນ​ປ່ຽນ​ຢ່າງ​ເລິກ​ເຊິ່ງກວ່າ​ໃນ​ຈິນ​ຕະ​ນາ​ການ​ນະ​ໂຍ​ບາຍ, ຈາກ​ເປົ້າ​ໝາຍ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນມີ​ກຳ​ມະ​ສິດ​ເຮືອນ​ຢູ່​ໄປ​ຍັງ​ການ​ຮັບ​ປະ​ກັນ​ສິດເຂົ້າ​ເຖິງ​ເຮືອນ​ຢູ່ທີ່​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ໃນ​ການ​​ໃຊ້ຈ່າຍ.


ນັບ​ແຕ່​ປັດ​ຈຸ​ບັນ​ຈົນ​ຮອດ​ປີ 2030, ​ຕະຫຼາດເຮືອນ​ຢູ່​ໃຫ້​ເຊົ່າ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​​ມີ​ກາ​ນ​ຄວບ​ຄຸມ​ຂອງ​ລັດ (ພາບ: vneconomy)

ຈາກ​ຄຳ​ສັ່ງ​ເລກ​ທີ 34 ຂອງ​ຄະ​ນະ​ເລ​ຂາ​ທິ​ການສູນກາງພັກ ວ່າດ້ວຍ​ການ​ເພີ່ມ​ທະ​ວີ​ການ​ນຳ​ພາຂອງ​ພັກ ສຳ​ລັບ​ວຽກ​ງານ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ​ໃນ​ສະ​ພາບ​ການ​ໃໝ່, ແຜນ​ຮ່​າງ “ລົງ​ທຶນ​ກໍ່​ສ້າງ​ເຮືອນ​ຢູ່​ສັງ​ຄົມໃຫ້​ແກ່​ເປົ້າໝາຍ​ທີ່​ມີ​ລາຍ​ຮັບ​ຕ່ຳ, ກຳ​ມະ​ກອນ​ເຂດ​ອຸດ​ສາ​ຫະ​ກຳ​ ​ຢ່າງ​ໜ້ອຍ​ສຸດ 1 ລ້ານຫ້ອງ/ຫຼັງ ໄລ​ຍະ 2021 – 2030 ຂອງ​ລັດ​ຖະ​ບານຕະຫຼອດຮອດ​ບັນ​ດາ​ການ​ຊີ້​ນຳ​ໃໝ່​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເຮືອນ​ຢູ່​ໃຫ້​ເຊົ່າ… ບັນ​ດາ​ນະ​ໂຍ​ບາຍ​ໃຫຍ່​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ຫາ​ເຮືອນ​ຢູ່ອາໄສ. ​

ຈາກ​​ກຳ​ມະ​ສິດ ​ຮອດ​ສິດ​ເຂົ້າ​ເຖິງ​ເຮືອນ​ຢູ່

ບັນ​ດາ​ການ​ກຳ​ນົດ​ທິດ​ໃໝ່​ໄດ້​ຮັບ​ການ​ຫັນ​ເປັນ​ລະ​ອຽດ​ໂດຍ​ໄວ ດ້ວຍ​ບັນ​ດາ​ໂຄງ​ການ ແລະ ກົນ​ໄກ​ຜັນ​ຂະ​ຫຍາຍ​ໃນ​ຕົວ​ຈິງ. ມາ​ຮອດ​ປັດ​ຈຸ​ບັນ, ແຜນ​ຮ່າງ​ກໍ່ສ້າງ​ເຮືອນ​ຢູ່​ສັງ​ຄົມ​ຢ່າງ​ໜ້ອຍ​ສຸດ 1 ລ້ານຫ້ອງ/ຫຼັງ​ ໄດ້ບັນລຸປະ​ມານ 72,5% ແຜນ​ການ​ທີ່​ໄດ້​ວາງ​ອອກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ກະ​ຊວງ​ກໍ່​ສ້າງ ຫວຽດນາມ ​ຄາດ​ວ່າ​ຄວາມ​ຕ້ອງ​ການ​ເຮືອນ​ຢູ່​ໃຫ້​ເຊົ່າ​ໃນ 5 ປີ​ຈະ​ມາ​ເຖິງ ຈະຂຶ້ນ​ເຖິງ 71.000 ຫ້ອງ/ຫຼັງ, ໃນ​ຂະ​ນະ​ທີ່​ປັດ​ຈຸ​ບັນ​ໃນ​ທົ່ວ​ປະ​ເທດ​ຫາ​ກໍ່​ມີ​ເຮືອນ​ຢູ່​ສັງ​ຄົມ​ໃຫ້​ເຊົ່າ​ປະ​ມານ 42.000 ຫ້ອງ/ຫຼັງ. ບັນ​ດາ​ຕົວ​ເລກ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ເຮືອນ​ຢູ່​ພວມ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ບັນ​ຫາ​ພັດ​ທະ​ນາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ແຖວ​ໜ້າ​ໃນ​ປັດ​ຈຸ​ບັນ.

ໃນ​ສະ​ພາບ​ການ​ນັ້ນ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່ວາງ​ອອກ​ບໍ່​ພຽງ​ແຕ່​ຕອບ​ສະ​ໜອງ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ຈຳ​ນວນເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ຮັບຮູ້​ຢ່າງ​ຮອບ​ດ້ານກວ່າ​ກ່ຽວ​ກັບ​ບົດ​ບາດ​ຂອງ​ນະ​ໂຍ ບາຍຮັບປະກັນມີ​ເຮືອນ​ຢູ່​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ບໍ່​ພຽງ​ແຕ່​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ເຮືອນ​ຢູ່​ຂອງ​ປະ​ຊາ​ຊົນ​ເທົ່າ​ນັ້ນ, ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ຍັງ​ຕິດ​ພັນ​ກັບ​ເປົ້າ​ໝາຍ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຮັບ​ປະ​ກັນ​ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຕົວ​ເມືອງ. ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປ​ະ​ທານ​ປະ​ເທດ ຫວຽດນາມ ຊີ້​ແຈ້ງວ່າ:

ນະ​ໂຍ​ບາຍ​ເຮືອນ​ຢູ່​ໃນ​ໄລ​ຍະ​ໃໝ່​ຕ້ອງ​ໄດ້​ອອກ​ແບບ​ດ້ວ​ຍ​ຈິນ​ຕະ​ນາ​ການ​ໃໝ່, ວິ​ໄສ​ທັດ​ໃໝ່, ຮັບ​ປະ​ກັນ​ທຸກ​ຄົນ​ລ້ວນ​ແຕ່​ມີ​ເຮືອນ​ຢູ່. ນີ້​ແມ່ນ​ເປົ້າ​ໝາຍ​ສຳ​ຄັນ​ທີ່​ສຸດ. ເຮືອນ​ແມ່ນ​ບ່ອນ​ຢູ່​ ບໍ່​ແມ່ນ​ເພື່ອດຳ​ເນີນ​ທຸ​ລະ​ກິດ, ເພື່ອ​ສະ​ສົມ​ຊັບ​ສິນ. ຕ້ອງ​ຄວບ​ຄຸມ​ເປົ້າ​ໝາຍ​​ຊົມ​ໃຊ້​ນະ​ໂຍ​ບາຍ​ເຮືອນ​ຢູ່​, ກົນ​ໄກ​ຊື້​ຂາຍຢ່າງ​ເຄັ່ງຂັດ, ບໍ່​ປະ​ໃຫ້​ສະ​ພາບ​ການ​ເຮືອນ​ຢູ່​ກາຍ​ເປັນ​ຊັບ​ສິນສະ​ສົມກັກຕຸນ, ບໍ່​ປະ​ໃຫ້​ນະ​ໂຍ​ບາຍ​ເຮືອນ​ຢູ່​ຖືກ​ສວຍ​ໃຊ້​ເພື່ອ​ຫວັງ​ຜົນ​ປະ​ໂຫຍດ.

ການກຳ​ນົດ​​ທິດ​ໃໝ່​ພວມ​ສະ​ແດງ​ໃຫ້​ເຫັນ​ວິ​ທີ​ການ​ເຂົ້າ​ເຖິງ​ບັນ​ຫາ​ເຮືອນ​ຢູ່​ຢ່າງກວ້າງ​ຂວາງກວ່າ. ຕາມ​ນັ້ນ​ແລ້ວ, ເຮືອນ​ຢູ່​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ຢູ່​ຂອງ​ແຕ່​ລະ​ຄອບ​ຄົວ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ພາກ​ສ່ວນ​ຂອງ​ໂຄງ​ປະ​ກອບ​ຕົວ​ເມືອງ, ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ. ຈາກວິ​ທີ​ການ​ເຂົ້າ​ເຖິງ​ນີ້, ເຮືອນ​ຢູ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ຮັບ​ຮູ້​ຄື​ພາກ​ສ່ວນ​ໜຶ່ງ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາໄລ​ຍະ​ຍາວ​ຂອງ​ປະ​ເທດ​ຊາດ. ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ​ບໍ່​ພຽງ​ແຕ່​ເພີ່ມ​ຈຳ​ນວນ​ເຮືອນ​ຢູ່​ເທົ່າ​ນັ້ນ ຫາກ​ຍັງ​ຮັບ​ປະ​ກັນໃຫ້​ປະ​ຊາ​ຊົນ​ມີ​ໂອ​ກາດ​ເຂົ້າ​ເຖິງ​ບັນ​ດາ​ຮູບ​ແບບ​ເຮືອນ​ຢູ່ທີ່​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ ແລະ ຄວາມ​ສາ​ມາດ​ໃນ​ການ​ຈ່າຍ​ອີກ​ດ້ວຍ. ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເນັ້ນ​ໜັກ​ວ່າ:

ພວກ​ເຮົາ​ຕ້ອງ​ຄົ້ນ​ຄ້​ວາ​ຢ່າງ​ລະ​ອຽດ​ເພື່ອ​ຫັນ​ປ່ຽນ​ວິ​ທີ​ການ​ຮັບ​ຮູ້​ຈາກ​​ກຳ​ມະ​ສິດ​ເຮືອນ​ຢູ່​ມາ​ເປັນ​ການ​ສັບ​ຊ້ອນ​ສິດມີ​ເຮືອນ​ຢູ່. ໝາຍ​ຄວາມ​ວ່າ​ ຖ້າ​ໃຜ​ມີ​ລາຍ​ຮັບ​ທີ່ບໍ່ສາ​ມາດ​ກຳ​ມະ​ສິດ​ເຮືອນ​ຢູ່ ​ອາດ​ສາ​ມາດ​ເຂົ້າ​ເຖິງ​ແຫຼ່ງ​ເຮືອນ​ຢູ່​ໃຫ້​ເຊົ່າ​ໄລ​ຍະ​ຍາວ ແລະ ມີ​ລາ​ຄາ​ທີ່ເໝາະ​ສົມ. ນີ້​ແມ່ນ​ສິ່ງ​ເຊິ່ງ​ພວກ​ເຮົາ​ຫັນ​ປ່ຽນ​ຈິນ​ຕະ​ນາ​ການ, ວິ​ທີ​ການ​ຄິດ, ວິ​ທີ​ການ​ເຂົ້າ​ເຖິງ ແລະ ໄປ​ຄຽງ​ຄູ່​ກັນ​ນັ້ນ, ພວ​ກ​ເຮົາ​ຍັງ​ຕ້ອງ​ພັດ​ທະ​ນາ​ເຮືອນ​ຢູ່​ແບບການ​ຄ້າ.

ຈຸດ​ສຸມ​ຂອງ​ນະ​ໂຍ​ບາຍ​ພວມ​ຄ່ອຍໆ​ຫັນ​ປ່ຽນ​ຈາກ​ການ​ໜູນ​ຊ່ວຍ​ກຳ​ມະ​ສິດ​ເຮືອນ​ຢູ່​ດ້ວຍ​ທຸກວິ​ທີ ​ໄປ​ຍັງ​ການ​ຄັດ​ເລືອກ​ເຮືອນ​ຢູ່​ໃຫ້​ເໝາະ​ສົມ​ກັບ​ແຕ່​ລະ​ກຸ່ມຕາມຄວາມ​ຕ້ອງ​ການ​ທີ່​ແຕກ​ຕ່າງ​ກັນ. ນີ້​ກໍ່​ແມ່ນ​ວິ​ທີ​ການ​ເຂົ້າ​ເຖິງ​ເຊິ່ງຫຼາຍ​ປະ​ເທດ​ພັດ​ທະ​ນາ​ພວມ​ໝູນ​ໃຊ້​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ສິດ​ເຂົ້າ​ເຖິງ​ເຮືອນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ.

ໂຄງການເຮືອນຢູ່ສັງຄົມ ຢູ່ແຂວງ ດົ່ງນາຍ ໄດ້ເປີດນຳໃຊ້ແລ້ວ. ພາບ: ກົງຟອງ - VNA
ເຂດຕົວເມືອງສີຂຽວ ເບົ່າຈ່າມ Lakeside ຢູ່ ນະຄອນ ດ່າໜັງ ໄດ້ເປີດຂາຍ ເຮືອນຢູ່ສັງຄົມ ແລ້ວ. ພາບ: ກວັກຢຸ້ງ - VNA

ເຮືອນ​ຢູ່​ໃຫ້​ເຊົ່າ - ເສົາ​ຄ້ຳ​ໃໝ່​ຂອງ​ນະ​ໂຍ​ບາຍ​ເຮືອນ​ຢູ່

ຖ້າ​ການຫັນ​ປ່ຽນ​ກ່ຽວ​ກັບ​ຈິນ​ຕະ​ນາ​ການ​ແມ່ນ​ພື້ນ​ຖານນັ້ນ ການ​ພັດ​ທະ​ນາ​ເຮືອນ​ຢູ່​ໃຫ້​ເຊົ່າກໍ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​ລະ​ອຽດ​ເພື່ອ​ຫັນ​ເປົ້າ​ໝາຍ​ນັ້ນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ໃນ​ການ​ກຳ​ນົດ​ທິດ​ໃໝ່, ເຮືອນ​ຢູ່​ໃຫ້​ເຊົ່າ​ໄດ້​ຖືກກຳ​ນົດ​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ລະ​ບົບ​ເຮືອນ​ຢູ່​ໃນ​ອະ​ນາ​ຄົດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ນຳ​ວ່າ:

ນັບ​ແຕ່​ປັດ​ຈຸ​ບັນ​ຈົນ​ຮອດ​ປີ 2030, ເຮືອນ​ຢູ່​ເພື່ອ​ຂາຍ​ຍັງ​ມີຄວາມຈຳ​ເປັນ, ແຕ່​ເຮືອນ​ຢູ່​ໃຫ້​ເຊົ່າ​ຕ້ອງ​ກຳ​ນົດ​ແມ່ນ​ເສົາ​ຄ້ຳ​ຍຸດ​ທະ​ສາດ, ເປັນ​ຕົ້ນ​ແມ່ນ​ຢູ່​ບັນ​ດາ​ຕົວ​ເມືອງ​ໃຫຍ່, ເຂດ​ອຸດ​ສາ​ຫະ​ກຳເຊິ່ງ​ແມ່ນ​ເຂດ​ແຮງ​ງານ​ເຂົ້າ​ເຮັດ​ວຽກ ແລະ ບັນ​ດາ​ບໍ​ລິ​ເວນ​ທີ່​ມີ​ລາ​ຄາ​ເຮືອນ​ຢູ່​ສູງກວ່າຫຼາຍ​ເມື່ອ​ທຽບ​ກັບ​ລ​າຍ​ຮັບຂອງ​ປະ​ຊາ​ຊົນ. ສ້າງ​ໂຄງ​ປະ​ກອບ​ຜະ​ລິດ​ຕະ​ພັນ​ຄືນ​ໃໝ່ໃຫ້​ສົມ​ດູນ. ສ້າງ​ທຸກ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ກໍ່ສ້າງເຮືອນ​ຢູ່​ໃຫ້​ເຊົ່າ.

ຕ້ອງ​ຄົ້ນ​ຄ້​ວາ​ນະ​ໂຍ​ບາຍ​ເພື່ອ​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ຕະຫຼາດ​ເຮືອນ​ຢູ່​ໃຫ້​ເຊົ່າ. ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທ້ອງ​ຖິ່ນ​ນຳ​ໜ້າ​ການຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ກາຍ​ເປັນ​ການ​ກະ​ທຳ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ໃນເດືອນ​ມິ​ຖຸ​ນາ​ນີ້, ທາງ​ນະ​ຄອນ​ຄາດ​ວ່າ​ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ 7 ໂຄງ​ການ​ດ້ວຍ​ເຮືອນ​ຢູ່​ປະ​ມານ 6.300 ຫ້ອງ/ຫຼັງ, ໃນ​ນັ້ນ​ມີ 1.000 ຫ້ອງ/ຫຼັງ​ໃຫ້​ເຊົ່າ. ວັນ​ທີ 22 ມິ​ຖຸ​ນາ ​ຜ່ານ​ມາ, ມີ 3 ໂຄງ​ການ​ໃຫຍ່​ໂດຍ​ນະ​ຄອນ​ພ້ອມ​ກັນ​ເລີ່ມ​ລົງ​ມື​ກໍ່​ສ້າງ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ບັນ​ດາ​ໂຄງ​ການ​ອະ​ສັງ​ຫາ​ລິ​ມະ​ຊັບ​ຢ່າງ​ດຽວ ຫາກ​ຍັງ​ແມ່ນ​ບາດ​ກ້າວ​ທົດ​ລອງ​ຮູບ​ແບບ​ພັດ​ທະ​ນາ​ເຮືອນ​ຢູ່​ໃໝ່. ທ່ານ​ ຫວູ​ດ້າຍ​ທັ້ງ ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

ເປົ້າ​ໝາຍ​ຂອງ​ນະ​ຄອນ​ແມ່ນ​ຄ່ອຍໆ​ສ້າງ​ຕະຫຼາດ​ເຮືອນ​ຢູ່​ໃຫ້​ເຊົ່າທີ່​ເປັນ​ມື​ອາ​ຊີບ, ມີ​ຄຸນ​ນະ​ພາບ​ສູງ, ລາ​ຄາ​ເໝາະ​ສົມ, ພ້ອມ​ທັງ​ປະ​ກອບ​ສ່ວນຫຼຸດ​ຜ່ອນ​ກຳ​ລັງ​ກົດດັນ​ການກຳ​ມະ​ສິດ​ເຮືອນ​ຢູ່​ດ້ວຍ​ທຸກວິ​ທີ, ສ້າງ​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ພັດ​ທະ​ນາ​ຢ່າງ​ປອດ​ໄພ, ຍືນ​ຍົງ ແລະ ສອດ​ຄ່ອງ​ກັບ​ທ່າ​ອ່ຽງ​ພັດ​ທະ​ນາ​ສາ​ກົນ. ໃນ​ອະ​ນາ​ຄົດ, ບັນ​ດາ​ເຂດ​ເຮືອນ​ຢູ່​ໃຫ້​ເຊົ່າ​ຈະ​ໄດ້​ຮັບ​ການ​ວາງ​ແຜນ​ກຳ​ນົດ​ຢ່າງ​ຄົບ​ຊຸດ​ກັບ​ບັນ​ດາ​ເສັ້ນ​ທາງ​ລົດ​ໄຟ​ໃນ​ຕົວ​ເມືອງ, ບັນ​ດາ​ສູນ​ວຽກ​ເຮັດ​ງານ​ທຳ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ ແລະ ການ​ບໍ​ລິ​ການ​ສາ​ທາ​ສ​ລະ​ນະ, ສ້າງ​ເປັນ​ເຂດ​ຊຸມ​ຊົນ​ຕົວ​ເມືອງທີ່​ທັນ​ສະ​ໄໝ, ສີ​ວິ​ໄລ ແລະ ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ.

ພິທີວາງສິລາລຶກ ກໍ່ສ້າງໂຄງການເຮືອນຢູ່ສັງຄົມ ຢູ່ເຂດຕົວເມືອງ ກາຍດານ , ແຂວງ ຖ໋າຍງວຽນ. ພາບ: ຫວູຮວ່າງຢາງ - VNA
ໂຄງການອາພາດເມັນ ເຮືອນຢູ່ສັງຄົມ Golden City ພາຍຫຼັງສຳເລັດການກໍ່ສ້າງ ຈະມີຂະໜາດ 7 ອາຄານ ທີ່ສູງ 16 ຊັ້ນ, ດ້ວຍຈຳນວນຫ້ອງນອນທັງໝົດ 1.642 ຫ້ອງ, ໃນນັ້ນ ມີເຮືອນຢູ່ສັງຄົມ 1.440 ຫ້ອງ. ພາບ: ຢາງເຟືອງ - VNA

ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ໃໝ່​ຂອງ ຫວຽດ​ນາມ ​ໃນ​ນະ​ໂຍ​ບາຍ​ເຮືອນ​ຢູ່​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ພວມ​ກະ​ກຽມ​ບັນ​ດາ​ພື້ນ​ຖານ​ທີ່​ຈຳ​ເປັນ​ໃຫ້​ແກ່​ວິ​ວັດ​ການ​ຫັນ​ເປັນ​ຕົວ​ເມືອງ​ແບບ​ຍືນ​ຍົງ​ກວາ, ພ້ອມ​ທັງ​ເປີດກວ້າງ​ໂອ​ກາດ​ມີ​ເຮືອນ​ຢູ່​ຖາ​ວອນ​ໃຫ້​ແກ່​ປະ​ຊາ​ຊົນ.

(ແຫຼ່ງຄັດຈາກ VOV)

ເຕັກໂນໂລຊີ ເປີດທາງໃຫ້ແກ່ອຸດສາຫະກຳ ວັດທະນະທຳ ຫວຽດນາມ

ເຕັກໂນໂລຊີ ເປີດທາງໃຫ້ແກ່ອຸດສາຫະກຳ ວັດທະນະທຳ ຫວຽດນາມ

ໃນຍຸກ ດີຈີຕອນ, ຫວຽດນາມ ກຳລັງປະຈັກເຖິງ ການຫັນປ່ຽນຢ່າງ ແຂງແຮງ ເມື່ອເຕັກໂນໂລຊີ ບໍ່ພຽງແຕ່ ຊ່ວຍໃນການອະນຸລັກ ມໍລະ ດົກ ເທົ່ານັ້ນ, ແຕ່ຍັງກາຍເປັນກຳລັງຜັກດັນ ໃຫ້ອຸດສາຫະກຳ ວັດທະນະທຳ ຂະຫຍາຍຕົວ, ເປີດກວ້າງພື້ນທີ່ແຫ່ງການສ້າງສັນ ແລະ ຍົກລະດັບພະລັງອ່ອນ ຂອງຊາດ.

Top