• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ພຸດທະສາສະໜາປະກອບສ່ວນເພີ່ມທະວີການພົວພັນແບບພິເສດຫວຽດນາມ-ລາວ

ວັນທີ 31 ພຶດສະພາ, ວັດ ເຝິດຕິກ ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ໄດ້ຈັດຕັ້ງວັນວິສາຂະບູຊາ ພສ 2570 (ຄສ 2026) ຢ່າງສົມກຽດ, ລະນຶກເຖິງວັນປະສູດຂອງພະພຸດທະເຈົ້າ ສັກກະມຸນີ, ພ້ອມທັງມອບຂອງຂວັນໃຫ້ຄົນພິການ ແລະຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນ ຈໍານວນ 200 ພູດ.

ເຂົ້າຮ່ວມງານບຸນມີທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ, ຕາງໜ້າບັນດາອົງການ, ສະມາຄົມ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ວຽງຈັນ ເປັນຈໍານວນຫຼວງຫຼາຍ.

ພະສົງສາມະເນນປະຕິບັດພິທີຫົດສົງພະ. ພາບ: ສໍານັກຂ່າວສານຫວຽດນາມ
ລາຍການສະແດງສິລະປະຂອງຊາວຫວຽດນາມ ອາໄສຢູ່ລາວ ຂໍ່ານັບຮັບຕ້ອນວັນວິສາຂະບູຊາຢູ່ວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນທີ່ພິທີ, ພະສັງຄະນາຍົກ ທິກມິງກວາງ ເຈົ້າອາວາດວັດເຝີດຕິກ ຢືນຢັນວ່າ ວັນວິສາຂະບູຊາ ບໍ່ພຽງແຕ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຄວາມສັດທາເຫຼື້ອມໃສຂອງຊາວຫວຽດນາມ ອາໄສຢູ່ລາວ ເທ່ົານັ້ນ ຫາກຍັງປະກອບສ່ວນເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ຮັດແໜ້ນການພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ ອີກດ້ວຍ. ພະສັງຄະນາຍົກ ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ອວ່າຍໜ້າໄປຫາບ້ານເກີດເມືອງນອນ, ຮັກສາສີສັນວັດທະນະທໍາຊາດທີ່ເປັນເອກະລັກສະເພາະຂອງຊາດ.

ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ພ້ອມດ້ວຍພັນລະຍາ ແລະຜູ້ແທນເຂົ້າຮ່ວມພິທີໃສ່ບາດ. ພາບ: ສໍານັກຂ່າວສານຫວຽດນາມ
ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ພ້ອມດ້ວຍພັນລະຍາ ແລະບັນດາຜູ້ແທນມອບຂອງຂວັນໃຫ້ຄອບຄົວປະສົບກັບຄວາມຫຍຸ້ງຍາກ ຢູ່ທ້ອງຖິ່ນ. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດນີ້, ວັດເຝິດຕິກ ແລະຜູ້ມີຈິດໃຈໃສສັດທາ ໄດ້ມອບຂອງຂວັນຈໍານວນ 200 ພູດໃຫ້ຜູ້ດ້ອຍໂອກາດ, ສະແດງໃຫ້ເຫັນຈິດໃຈ ແລະມູນເຊື້ອຮັກແພງຊ່ວຍເຫຼືອກັນ, ປະກອບສ່ວນແຜ່ຂະຫຍາຍຮູບພາບທີ່ດີງາມຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ.

ເຫດການ ສືບຕໍ່ຢືນຢັນບົດບາດຂອງວັດຫວຽດນາມ ຫຼາຍຫຼັງຢູ່ລາວ ປຽບເໝືອນຄືຂົວເຊື່ອມຕໍ່ທາງດ້ານວັດທະນະທໍາ-ສັດທາເຫຼື້ອມໃສ, ປະກອບສ່ວນປັບປຸງການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ.

(ແຫຼ່ງຄັດຈາກ qdnd.vn)

ນະຄອນເຫວ້ ຈັດພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ

ນະຄອນເຫວ້ ຈັດພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ

ວັນທີ 22 ພຶດສະພາ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນເຫວ້ ໄດ້ຈັດຕັ້ງພິທີໄວ້ອາໄລ, ເຄົາລົບສົບ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ຈໍານວນ 8 ອັດຖິ.

Top