“ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນຍູ້ແຮງການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ” ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 3.080 ອັດຖິພາຍຫຼັງເວລາ 6 ເດືອນ.
ໝາກຜົນນີ້ບັນລຸກວ່າ 44% ເມື່ອທຽບໃສ່ເປົ້າໝາຍຂອງບັ້ນເຄື່ອນໄຫວນີ້. ສະເ
ພາະຢູ່ສວນສາທາລະນະ ເລທິຣຽງ, ໄລ່ຮອດວັນທີ 4 ຕຸລາ, ກຳລັງເຈົ້າໜ້າທີ່ທ້ອນໂຮມໄດ້ກວ່າ 700 ອັດຖິ.
ວຽກງານເກັບເອົາຕົວຢ່າງເພື່ອກວດວິໄຈ ADN ໄດ້ດຳເນີນຢູ່ຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 200.000 ຂຸມ, ກວ່າ 62.000 ຂຸມບໍ່ມີເງືື່ອນໄຂພໍເພື່ອເກັບເອົາຕົວຢ່າງ. 30 ໃນຈຳນວນ 34 ແຂວງ, ນະຄອນໄດ້ປະຕິບັດສຳເລັດການເກັບເອົາຕົວຢ່າງ, ໂດຍສຳເລັດກ່ອນແຜນການທີ່ວາງອອກ. ບັນດາອົງການກວດວິໄຈໄດ້ຮັບ, ເກັບ ແລະ ຮັກສາຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 100.000 ຕົວຢ່າງ. ຫຼາຍຕົວຢ່າງໄດ້ມີຜົນກວດລຳດັບ ແຢນ ແລ້ວ.
ພ້ອມກັນນັ້ນ, ໜ້າທີ່ຊອກຫາ ແລະ ທຳລາຍລູກລະເບີດ, ວັດຖຸລະເບີດກໍ່ບັນລຸໝາກຜົນທີ່ຕັ້ງໜ້າ, ພິເສດແມ່ນຢູ່ເຂດແກນ ວິຊວຽນ ຂອງແຂວງ ຕວຽນກວາງ.
(ແຫຼ່ງຄັດຈາກ VOV)