ບັນດາທ້ອງຖິ່ນ ຖືກນ້ຳຖ້ວມເລິກຢູ່ເຂດພາກເໜືອຍ້ອນຜົນກະທົບຈາກພາຍຸ Matmo ພວມມານະພະຍາຍາມແກ້ໄຂຜົນຕາມມາພາຍຫຼັງລະດັບນ້ຳຫຼຸດລົງ.
ຄະນະກຳມະການປະຊາຊົນແຂວງ ໄທງວຽນ ໄດ້ມີໂລທະເລກທາງການ ຮຽກຮ້ອງບັນດາທ້ອງຖິ່ນ ລະດົມກຳລັງກອງທັບ, ຕຳຫຼວດ, ຊາວໜຸ່ມ, ສະມາຊິກຄະນະຊາວໜຸ່ມ, ກຳລັງຕະລຸນບ່ອນ ແລະ ປະຊາຊົນ… ທຳຄວາມສະອາດເຮັດອະນາໄມ, ເກັບຂີ້ເຫຍື້ອ, ບຳບັດນ້ຳປະປາ… ດ້ວຍທິດນຳທີ່ວ່າ “ນ້ຳຫຼຸດລົງຮອດໃສ, ຕ້ອງອະນາໄມທຳຄວາມສະອາດຮອດນັ້ນ”. ທ່ານ ນົ່ງກວາງເຍິດ, ຮອງປະທານຄະນະກຳມະການປະຊາຊົນແຂວງ ໄທງວຽນ ໃຫ້ຮູ້ວ່າ:
ທາງແຂວງມີຄວາມເອົາໃຈໃສ່ເປັນພິເສດເຖິງບັນຫາສິ່ງແວດລ້ອມ. ອຳນາດການປົກຄອງທ້ອງຖິ່ນ ໄດ້ລະດົມທົ່ວລະບົບການເມືອງພ້ອມກັນເຂົ້າຮ່ວມ. ກ່ຽວກັບຢຸກຢາ, ທາງແຂວງໄດ້ຊີ້ນຳໃຫ້ແກ່ຂະແໜງຄື: ສາທາລະນະສຸກ, ກະສິກຳ, ສິ່ງແວດລ້ອມ ຕ້ອງຮັບປະກັນກ່ຽວກັບຢຸກຢາ, ກ່ອນອື່ນໝົດແມ່ນສີດຢາຂ້າເຊື້ອ ແລະ ບັນດາມາດຕະການດ້ານເຕັກນິກວິຊາການ ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ເຮັດແນວໃດເພື່ອຈຳກັດບໍ່ປະໃຫ້ເກີດພະຍາດຕິດແປດ.
ຢູ່ກາວບັ່ງ, ການອະນາໄມສິ່ງແວດລ້ອມ ແລະ ປ້ອງກັນຕ້ານພະຍາດຕິດແປດກໍ່ແມ່ນບັນດາເນື້ອໃນທີ່ໄດ້ຮັບການໃຫ້ບຸລິມະສິດພາຍຫຼັງລະດັບນ້ຳຫຼຸດລົງ.
(ແຫຼ່ງຄັດຈາກ VOV)