ຕອນຄ່ຳວັນທີ 30 ເມສາ, ຢູ່ 3 ສະຖານທີ່ຂອງນະຄອນ ໂຮ່ຈີມິນ, ລວມມີ: ຖະໜົນຍ່າງ ຫງວຽນເຫວ້ (ເທດສະບານ ໄຊງ່ອນ), ສວນສາທາລະນະໃຈກາງນະຄອນ ໃໝ່ (ເທດສະບານ ບິ່ງເຢືອງ) ແລະ ສະໜາມຫຼວງ ບ່າເຣ້ຍ (ເທດສະບານ ບ່າເຣ້ຍ) ພ້ອມກັນຈັດບັນດາລາຍການສະແດງສິລະປະພິເສດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຄົບຮອບ 51 ປີ ແລະ ວັນກຳມະກອນສາກົນຄົບຮອບ 140 ປີ.
ລາຍການສະແດງສິລະປະພິເສດ “ບົດເພງປະເທດຊາດ” (ພາບ: VOV)
ຢູ່ຖະໜົນຍ່າງ ຫງວຽນເຫວ້, ຄະນະຈັດຕັ້ງການສະເຫຼີມສະຫຼອງວັນດາວັນບຸນໃຫຍ່ຂອງນະຄອນ ໂຮ່ຈີມິນ ໄດ້ສົມທົບກັບພະແນກວັດທະນະທຳ - ກິລາ ນະຄອນ ໄດ້ຈັດລາຍການສະແດງສິລະປະພິເສດ “ບົດເພງປະເທດຊາດ”. ຢູ່ສວນສາທາລະນະໃຈກາງນະຄອນໃໝ່ (ເທດສະບານ ບິ່ງເຢືອງ) ແລະ ສະໜາມຫຼວງ ບ່າເຣ້ຍ ໄດ້ດຳເນີນລາຍການສະແດງສິລະປະພິເສດ “ທ້ອນໂຮມປະເທດຊາດເປັນເອກະພາບ”.
ພິເສດ, ໃນເວລາ 21 ໂມງ, ໃນທ້ອງຟ້ານະຄອນ ໂຮ່ຈີມິນ ເຕັມໄປດ້ວຍສີສັນຂອງບັ້ງໄຟດອກ. ບັນຍາກາດຂອງວັນບຸນ ໄດ້ສ້າງຄວາມປະທັບໃຈຕໍ່ແຂກທ່ອງທ່ຽວສາກົນເປັນຈຳນວນຫຼາຍ, ໃນນັ້ນ ມີແຂກທ່ອງທ່ຽວອັງກິດ, ຜົວເມຍອ້າຍ Ashley Stone.
“ປີກາຍ, ພວກຂ້າພະເຈົ້າກໍມາທ່ຽວນະຄອນ ໂຮ່ຈີມິນໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຄົບຮອບ 50 ປີ. ປີນີ້ກໍເຊັ່ນດຽວກັນ, ໃນຊຸມວັນນີ້, ທຸງແດງດາວເຫຼືອງໄດ້ປະກົດຢູ່ທຸກເຂດທຸກບ່ອນ. ງາມຫຼາຍ! ບັນຍາກາດສຸດຍອດຫຼາຍ… ພວກຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມເອກອ້າງທະນົງໃຈຂອງປະຊາຊົນເມື່ອສະເຫຼີມສະຫຼອງວັນທ້ອນໂຮມປະເທດຊາດເປັນເອກະພາບ”.
(ແຫຼ່ງຄັດຈາກ VOV)