ຂ່າວສານ

ບັນ​ຍາກາດ​ທີ່​ມີ​ຊີ​ວິດ​ຊີ​ວາ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຄົບ​ຮອບ 51 ປີ ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ຕອນ​ຄ່ຳ​ວັນ​ທີ 30 ເມ​ສາ, ຢູ່ 3 ສະ​ຖານ​ທີ່​ຂອງ​ນະ​ຄອນ ໂຮ່​ຈີ​ມິນ, ລວມ​ມີ: ຖະ​ໜົນ​ຍ່າງ ຫງວຽນ​ເຫວ້ (ເທ​ດ​ສະ​ບານ ໄຊ​ງ່ອນ), ສວນ​ສາ​ທາ​ລະ​ນະໃຈ​ກາງ​ນະ​ຄອນ ໃໝ່ (ເທດ​ສະ​ບານ ບິ່ງ​ເຢືອງ) ແລະ ສະ​ໜາມຫຼວງ ບ່າ​ເຣ້ຍ (ເທດ​ສະ​ບານ ບ່າ​ເຣ້ຍ) ພ້ອມ​ກັນ​ຈັດ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພ​າກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ​ຄົບ​ຮອບ 140 ປີ.
  ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ “ບົດ​ເພງ​ປະ​ເທດ​ຊາດ” (ພາບ: VOV)   

ຢູ່​ຖະ​ໜົນ​ຍ່າງ ຫງວຽນ​ເຫວ້, ຄະ​ນະ​ຈັດ​ຕັ້ງ​ການ​ສະເຫຼີມ​ສະຫຼອງວັນ​ດາ​ວັນ​ບຸນ​ໃຫຍ່​ຂອງ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ສົມ​ທົບ​ກັບ​ພະ​ແນກວັດ​ທະ​ນະ​ທຳ - ກິ​ລາ ນະ​ຄອນ ໄດ້​ຈັດ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ “ບົດ​ເພງ​ປະ​ເທດ​ຊາດ”. ຢູ່​ສວນ​ສາ​ທາ​ລະ​ນະ​ໃຈ​ກາງ​ນະ​ຄອນ​ໃໝ່ (ເທດ​ສະ​ບານ ບິ່ງ​ເຢືອງ) ແລະ ສະ​ໜາມຫຼວງ ບ່າ​ເຣ້ຍ ໄດ້​ດຳ​ເນີນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ “ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພ​າບ”.

ພິ​ເສດ, ໃນ​ເວ​ລາ 21 ໂມງ​, ໃນ​ທ້ອງ​ຟ້າ​ນະ​ຄອນ ໂຮ່​ຈີ​ມິນ ເຕັມ​ໄປ​ດ້ວຍ​ສີ​ສັນ​ຂອງ​ບັ້ງ​ໄຟ​ດອກ. ບັນ​ຍາ​ກາດ​ຂອງວັນ​ບຸນ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ແຂກ​ທ່ອງ​ທ່ຽວ​ສ​າ​ກົນ​ເປັນ​ຈຳ​ນວນຫຼາຍ, ໃນ​ນັ້ນ ມີ​ແຂກ​ທ່ອງ​ທ່ຽວ​ອັງ​ກິດ, ຜົວ​ເມຍ​ອ້າຍ Ashley Stone.

“ປີ​ກາຍ, ພວກ​ຂ້າ​ພະ​ເຈົ້າ​ກໍ​ມາ​ທ່ຽວ​ນະ​ຄອນ ໂຮ່​ຈີ​ມິນ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 50 ປີ. ປີ​ນີ້ກໍ​ເຊັ່ນ​ດຽວ​ກັນ, ໃນ​ຊຸມ​ວັນ​ນີ້, ທຸງ​ແດງ​ດາວ​ເຫຼືອ​ງ​ໄດ້​ປະ​ກົດ​ຢູ່​ທຸກ​ເຂດ​ທຸກ​​ບ່ອນ. ງາມຫຼາຍ! ບັນ​ຍາ​ກາດສຸດຍອດຫຼາຍ… ພວກ​ຂ້າ​ພ​ະ​ເຈົ້າ​ຮູ້​ສຶກ​ໄດ້​ເຖິງ​ຄ​ວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ປະ​ຊາ​ຊົນ​ເມື່ອ​ສະ​ເຫຼີມ​ສະຫຼອ​ງວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ”.


top