• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.
ກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28

ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີກຳນົດທິດຍຸດທະສາດ ເພື່ອແນໃສ່ຊຸກຍູ້ການພົວພັນ ອາຊຽນ - ຈີນ ຢ່າງແຮງໃນໄລຍະຈະມາເຖິງ, ນັ້ນແມ່ນ: ເພີ່ມທະວີການເຊື່ອມຕໍ່ອັດສະລິຍະ, ກວມລວມ ແລະ ຍືນຍົງ, ໃນນັ້ນ ຕ້ອງຜັນຂະຫຍາຍ ສັນຍາການຄ້າເສລີ ອາຊຽນ - ຈີນ ລຸ້ນທີ 3.0 (ACFTA 3.0) ຢ່າງມີປະສິດທິຜົນ; ພັດທະນາລະບົບພື້ນຖານໂຄງລ່າງເຊື່ອມຕໍ່ ອາຊຽນ - ຈີນ ຕາມທິດທັນສະໄໝ, ສີຂຽວ ແລະ ຍືນຍົງ, ສຸມໃສ່ຕາໜ່າງເສັ້ນທາງລົດໄຟຄວາມໄວສູງ, ທ່າກ່ຳປັ່ນທະເລສີຂຽວ, ສະໜາມບິນປະຢັດພະລັງງານ, ເປີດກວ້າງລະບົບດ່ານຊາຍແດນອັດສະລິຍະ, ຫັນບັນດາຂັ້ນຕອນ logistics ແລະ ຄຸ້ມຄອງການເຂົ້າອອກ - ເມືອງເປັນດີຈີຕອນ ເພື່ອຊຸກຍູ້ການແລກປ່ຽນການຄ້າ ແລະ ການພົວພັນແລກປ່ຽນປະຊາຊົນ; ເພີ່ມທະວີການເຊື່ອມຕໍ່ບັນດາຕົວເມືອງອັດສະລິຍະ, ແບ່ງປັນເຕັກໂນໂລຢີບໍລິຫານດີຈີຕອນ, ບໍລິຫານປັນຍາປະດິດ (AI) ແລະ ມາດຕະການພະລັງງານທົດແທນໃນການວາງແຜນຜັງພັດທະນາຕົວເມືອງ.

ໃນວັນດຽວກັນ, ຈີນ ແລະ ອາຊຽນ ໄດ້ຍົກລະດັບສັນຍາການຄ້າເສລີ (FTA) ຂຶ້ນເປັນລຸ້ນທີ 3.0. ພິທີລົງນາມໃນອະນຸສັນຍາຍົກລະດັບຂົງເຂດການຄ້າເສລີ ຈີນ - ອາຊຽນ (FTA) ລຸ້ນທີ 3.0 ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍການນຳບາງປະເທດ ອາຊຽນ.

(ແຫຼ່ງຄັດຈາກ VOV)

ໄທ​ງວຽນ​ ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ຕົ້ນ​ຊາ​ ໃຫ້ບັນ​ລຸ​ມູນ​ຄ່າ​ນັບ​ຕື້​ USD

ໄທ​ງວຽນ​ ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ຕົ້ນ​ຊາ​ ໃຫ້ບັນ​ລຸ​ມູນ​ຄ່າ​ນັບ​ຕື້​ USD

ໄທງວຽນ, ເມືອງເອກແຫ່ງການປູກຕົ້ນຊາຂອງທົ່ວປະເທດ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍທິດທາງພັດທະນາຕົ້ນຊາ ບໍ່ພຽງແຕ່ແມ່ນຕົ້ນປູກຫຼັກເທົ່ານັ້ນ ຫາກຍັງແມ່ນເຄື່ອງໝາຍການຄ້າຂອງຊາດອີກດ້ວຍ, ບືນຕົວຂຶ້ນຢ່າງແຮງ ດ້ວຍເປົ້າໝາຍບັນລຸຍອດມູນຄ່າຜະລິດຕະພັນຈາກຕົ້ນຊາໃຫ້ໄດ້ 1 ຕື້ USD ໃນໄລຍະ 2025 – 2030. ນີ້ບໍ່ພຽງແຕ່ແມ່ນທິດທາງທີ່ມີລັກສະນະຍຸດທະສາດເທົ່ານັ້ນ ຫາກຍັງແມ່ນການເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບທີ່ມີຢູ່ ແລ້ວຂອງເຂດດິນແດນໂດຍທຳມະຊາດເອື້ອອຳນວຍໃຫ້, ແຫ່ງທີ່ປະຊາຊົນມີມູນເຊື້ອປູກ ແລະ ປຸງແຕ່ງຊາທີ່ມີຄຸນນະພາບສູງມາແຕ່ດົນນານ ໃຫ້ຫຼາຍທີ່ສຸດ.

Top